Homeສຸຂະພາບ ແລະ ສີ່ງແວດລ້ອມນໍ້າໃບເຕີຍຫອມ ດື່ມແລ້ວສາມາດຫຼຸດນໍ້າຕານໃນເລືອດ-ຫຼຸດຄວາມດັນເລືອດ

ນໍ້າໃບເຕີຍຫອມ ດື່ມແລ້ວສາມາດຫຼຸດນໍ້າຕານໃນເລືອດ-ຫຼຸດຄວາມດັນເລືອດ

Published on

zteryyy1

ໃບເຕີຍຫອມ ສະໝຸນໄພຫຼາຍສັບພະຄຸນ ທີ່ນິຍົມນໍາມາໃຊ້ໃນການປຸງກິ່ນອາຫານ ແລະເຂົ້າໝົມໃນຫຼາຍໆປະເພດ ຊຶ່ງໃນໃບນັ້ນຈະມີກິ່ນຫອມຈາກນໍ້າມັນຫອມລະເຫີຍ ສີຂຽວຈາກໃບ ເປັນສີຂອງຄລໍໂຣຟິວ ໃຊ້ແຕ່ງສີເຂົ້າໝົມໄດ້.

ປັດຈຸບັນ ມີການສຶກສາ ເພສັດວິທະຍາພົບວ່າ ໃບເຕີຍຫອມ ນັ້ນມີລິດຫຼຸດນໍ້າຕານໃນເລືອດໄດ້ເປັນຢ່າງດີເລີຍ ແຖມຍັງຊ່ວຍຫຼຸດຄວາມດັນເລືອດ, ຫຼຸດອັດຕາການເຕັ້ນຫົວໃຈອີກດ້ວຍ.

ໂດຍນໍາຮາກໃບເຕີຍຫອມປະມານ 1 ຂີດສັບເປັນທ່ອນນ້ອຍໆ ຕົ້ມກັບນໍ້າ 1 ລິດ ຕົ້ມຈົນຟົດຈາກນັ້ນຕົ້ມຕໍ່ປະມານ 15-20 ນາທີ ແລະນໍານໍ້າທີ່ດື່ມໄດ້ ດື່ມຄັ້ງລະເຄິ່ງຈອກ, ມື້ 1 ດື່ມ 3 ເທື່ອຕໍ່ມື້ ພຽງເທົ່ານີ້ກໍ່ຈະເຮັດໃຫ້ທ່ານມີສຸຂະພາບຮ່າງກາຍທີ່ແຂງແຮງແລ້ວ.

ຂໍ້ມູນຈາກ: http://www.sedthakid.la/

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...