spot_img
Homeວັນນະກຳເລື່ອງສັ້ນ"ເຈົ້າ ກັບ ເຂົາ ແລະ ເຮົາສາມຄົນ" ແບບສະບັບຂອງລາວ ຕອນ 3

“ເຈົ້າ ກັບ ເຂົາ ແລະ ເຮົາສາມຄົນ” ແບບສະບັບຂອງລາວ ຕອນ 3

Published on

ຫຼັງຈາກທີ່ຄິ້ມໄດ້ຄືນດີກັບບີ້ແລ້ວ ຄິ້ມກໍ່ແບ່ງໃຈອອກເປັນສອງ ແລະ ຄິ້ມໄດ້ມີການວາງແຜນເປັນຢ່າງດີໃນການຄົບຫາກັບນ້ອຍ ແລະ ບີ້ ຈົນບໍ່ມີພິລຸດໃດໆ ໃຫ້ທັງສອງສາວນັ້ນຈັບໄດ້ ພວກເຂົາທັງສາມຄົນເໝືອນມີຄວາມສຸກດີ ແລະ ຄິ້ມເໝືອນເປັນຜູ້ຊາຍທີ່ໂຊກດີເພາະມີຜູ້ຍິງທີ່ຕົນຮັກທັງສອງຄົນຢູ່ໃກ້ຕົວບໍ່ວ່າຈະໄປຫຼິ້ນບ້ານໃຕ້ກໍ່ຊື່ນໃຈ ມາຫຼິ້ນບ້ານເໜືອກໍ່ສຸກໃຈແຕ່ໃນໃຈເລິກໆແລ້ວຄິ້ມຮູ້ສຶກອຶດອັດໃຈຫຼາຍກ່ວາຄວາມສຸກທີ່ໄດ້ມາ ແຕ່ລາວກໍ່ເລືອກທີ່ຈະໃຫ້ມັນເປັນແບບນີ້ ຍ້ອນວ່າລາວບໍ່ຢາກປ່ອຍໃຫ້ຄົນໃດຄົນໜຶ່ງຕ້ອງຫລຸດມືໄປ

ແລງວັນໜຶ່ງຄິ້ມໄດ້ໄປຮັບນ້ອຍໄປກິນເຂົ້າປຽກຍາມແລງແຖວສີຫອມ ຮ້ານເຂົ້າປຽກແຊບຂາປະຈຳທີ່ທັງສອງມັກໄປກິນ ໃນຂະນະທີ່ພວກເຂົາກຳລັງນັ່ງກິນເຂົ້າປຽກນັ້ນ ຄິ້ມກໍ່ໄດ້ຢຸດນິ້ງ ແລະ ຈ້ອງເບິ່ງໜ້ານ້ອຍທີ່ພວມກົ້ນໜ້າກິນເຂົ້າປຽກຄວາມແຊ໊ບຊ້ອຍດ້ວຍສາຍຕາສົງສານ ແລະ ຖາມນ້ອຍໄປວ່າ:

ຄິ້ມ: ນ້ອຍ! ຖ້າວັນໜຶ່ງເຈົ້າຈັບໄດ້ວ່າຂ້ອຍຂີ້ຕວະເຈົ້າ…ເຈົ້າຍັງຈະຮັກຂ້ອຍບໍ່

ນ້ອຍແນມເບິ່ງໜ້າຄິ້ມແບບໜ້າຕາເສີຍແລ້ວຕອບວ່າ: ອື່ມ…! ຍັງບໍ່ຮູ້! ແລ້ວແຕ່ວ່າເລື່ອງທີ່ຄິ້ມຕວະນ້ອຍນັ້ນມັນຮ້າຍແຮງພຽງໃດ? ຖ້າເປັນເລື່ອງທຳມະດາກໍ່ບໍ່ເປັນຫຍັງ! ນ້ອຍເຂົ້າໃຈ ເພາະທຸກຄົນຕ້ອງມີເລື່ອງຂີ້ຕວະຢູ່ແລ້ວ ບໍ່ມີໃຜດອກເວົ້າຄວາມຈິງທຸກເລື່ອງ… ວ່າບໍ່? ເອ໋ະ… ຫຼື ວ່າຄິ້ມມີຫຍັງຈະບອກນ້ອຍບໍ່…ຮຶ ນ້ອຍແນມໜ້າຄິ້ມດ້ວຍສີໜ້າສົງໃສ

ຄິ້ມແກ່ວງຫົວ ແລະ ຍິ້ມແກ້ເຂີນເລັກໜ້ອຍແລ້ວຕອບກັບໄປວ່າ: ບໍ່!ບໍ່… ຖາມໄວ້ຊື່ໆ ເພື່ອເຕືອນຕົວເອງ (ປາກເວົ້າໄປແບບນັ້ນແຕ່ໃນໃຈຄິດວ່າ: ຖ້າກູເວົ້າຄວາມຈິງມື້ໃດກູຕາມແນ້…ເຮີ້ຍ)

ເມື່ອກິນເຂົ້າແລ້ວ ຄິ້ມກໍ່ພານ້ອຍຂີ່ລົດຫຼິ້ນຕາມພາສາຄົນຮັກຄູ່ອື່ນໆທີ່ເຂົາເຮັດກັນທົ່ວໄປ ແລ້ວຄ່ອຍມາສົ່ງນ້ອຍຢູ່ຫ້ອງ ນັ່ງຫຼິ້ນນຳບຶດໜຶ່ງ ແລ້ວກໍ່ຂັບລົດກັບເຮືອນ

ທຸກຄັ້ງທີ່ຄິ້ມໄປຫຼິ້ນກັບນ້ອຍ ຄິ້ມຈະປິດສຽງໂທລະສັບ ເຖິງບີ້ຈະພະຍາຍາມໂທຫາພຽງໃດ, ສົ່ງຂໍ້ຄວາມຫາພຽງໃດ ຄິ້ມກໍ່ຈະບໍ່ຮັບສາຍ ຈະບໍ່ຕອບຂໍ້ຄວາມເດັດຂາດ ຈົນກ່ວາຕົນເອງຈະຢູ່ຄົນດຽວ ແລະ ກັບຮອດເຮືອນ ແລ້ວ ຈິ່ງໂທໄປອະທິບາຍກັບບີ້ຕາມພາຍຫຼັງ ແລະ ບີ້ກໍ່ເຊື່ອທີ່ຄິ້ມບອກທຸກຄັ້ງ

ເມື່ອວານພານ້ອຍໄປກິນເຂົ້າ ມື້ນີ້ກໍ່ເປັນຄິວຂອງບີ້ ທີ່ຄິ້ມຈະພາໄປກິນເຂົ້າ ຕອນ 17:00 ໂມງ ຄິ້ມໄດ້ໂທຫານ້ອຍເພື່ອສັ່ງຄວາມໄວ້ວ່າ: “ນ້ອຍ! ແລງນີ້ຂ້ອຍຈະປິດໂທລະສັບສາກແບັດມ້ຽນບາດເຕັມແລ້ວຂ້ອຍຈິ່ງຈະເປີດເຄື່ອງ ປະມານ 22:00ໂມງເດີ້ ລະຂ້ອຍຈິ່ງຈະໂທຫາເຈົ້າກ່ອນນອນເດີ້ ດຽວປະມານ 6ໂມງແລງ ຂ້ອຍຈະປິດໂທລະສັບສາກລະເດີ້ ເຈົ້າບໍ່ຕ້ອງໂທມາຫາຂ້ອຍກະໄດ້ເດີ້” ເມື່ອນ້ອຍໄດ້ຍິນຄິ້ມບອກແບບນັ້ນລາວກໍ່ຮັບປາກວ່າຈະເຮັດຕາມທີ່ຄິ້ມບອກ ຄິ້ມຮູ້ສຶກໂລ່ງໃຈທີ່ໄດ້ຍິນນ້ອຍຕອບມາແບບນັ້ນ ເພາະລາວໝັ້ນໃຈວ່ານ້ອຍຈະຕ້ອງເຮັດຕາມທີ່ລາວບອກ ເມື່ອວາງໂທລະສັບຈາກນ້ອຍຄິ້ມກໍ່ໄປອາບນ້ຳແຕ່ງຫລໍ່ແລ້ວກໍ່ຟ້າວຂັບລົດໄປຮັບເອົາ ບີ້ ເພື່ອໄປກິນເຂົ້າ ບີ້ເປັນຄົນທີ່ແຕ່ງຕົວດົນຫຼາຍ ຄິ້ມນັ່ງຖ້າເປັນຊົ່ວໂມງກ່ວາຈະແລ້ວ ແຕ່ທຸກຄັ້ງບີ້ກໍ່ແຕ່ອອກມາງາມ ບໍ່ເສຍແຮງທີ່ຄິ້ມນັ່ງລໍຖ້າເລີຍ

ເວລາ 20:00ໂມງ ພວກເຂົາໄດ້ໄປຮອດຮ້ານອາຫານແຖວແຄມຂອງຮ້ານປະຈຳທີ່ພວກເຂົາມັກໄປກິນ ພວກເຂົາໃຊ້ເວລາກິນເຂົ້າຢູ່ໃນຮ້ານປະມານ 1 ຊົ່ວໂມງ ແລ້ວກໍ່ຢ້າຍໄປຍ່າງທີ່ປະຕູໄຊ ຕອນນັ້ນເປັນເວລາ 21:15ໂມງ ພວກເຂົາມີຄວາມສຸກຫຼາຍເມື່ອເວລາໄປຫຼິ້ນນຳກັນ ບີ້ ແລະ ຄິ້ມໄດ້ນັ່ງລົມກັນທີ່ຕັ່ງຫີນໃກ້ນ້ຳພຸ ໃນຂະນະທີ່ນັ່ງຕາກລົມເຢັນເບິ່ງນ້ຳພຸຢູ່ນັ້ນ ບີ້ກໍ່ຂໍ້ຫຼິ້ນໂທລະສັບຄິ້ມ! ເຊິ່ງຄິ້ມກໍ່ຂັດໃຈບໍ່ໄດ້ ເພາະຢ້ານບີ້ຈັບພິລຸດໄດ້ ຄິ້ມໄດ້ຈົກໂທລະສັບອອກຈາກຖົງໂສ້ງແລ້ວຢື່ນໃຫ້ບີ້ ໃນຂະນທີ່ຢື່ນໂທລະສັບໃຫ້ບີ້ ໃຈຄິ້ມກໍ່ສັ່ນໆ ແລະ ພາວະນາໃນໃຈວ່າ: “ສາທຸ! ຂໍຢ່າໃຫ້ນ້ອຍໂທເຂົ້າມາຕອນນີ້ເດີ້ ແລະ ຂໍໃຫ້ບີ້ຢ່າຫຼິ້ນໂທລະສັບຕົວເອງດົນ” ພໍບີ້ໄດ້ໂທລະສັບຈາກມືຄິ້ມແລ້ວ ສິ່ງທຳອິດທີ່ລາວເຮັດແມ່ນກວດເບິ່ງເບີ ຕາມມາແມ່ນກວດເບິ່ງຂໍ້ຄວາມ ແຕ່ບໍ່ເຫັນມີເບີສາວ ແລະ ຂໍ້ຄວາມເລີຍແມ່ນແຕ່ຂໍ້ຄວາມດຽວ ບີ້ດໍ່ແປກໃຈກ່ອງຂໍ້ຄວາມແມ່ນແຕ່ຂໍ້ຄວາມຕົນເອງທີ່ສົ່ງຫາຄິ້ມສະບັບໜຶ່ງກໍ່ບໍ່ມີ ບີ້ເລີຍຖາມຄິ້ມວ່າ: ຄິ້ມ! ຂໍ້ຄວາມໄປໃສໝົດຄືບໍ່ມີຈັກສະບັບ ເຈົ້າລືບມັນຫວາ…

ຄິ້ມກໍ່ຕອບແບບໜ້າຕາເສີຍ: ແມ່ນລະ! ຂໍ້ຄວາມມັນເຕັມຂ້ອຍເລີຍລົບຖິ້ມສະ! ມັນຈັດເກັບຫຍັງບໍ່ໄດ້ແລ້ວ (ພໍເວົ້າສຸດຄິ້ມກໍ່ໂລ່ງໃຈ ຫຼັກຖອນຫາຍໃຈເບົາໆ… ເຮິ້ຍ…! ລອດຕາຍໄປ) ພວກເຂົານັ່ງຫຼິ້ນນຳກັນນັ່ງຢອກກັນຄິ້ມຈົນລືມເບິ່ງເວລາ ແລ້ວກໍ່ຮອດເວລາ 22:00ໂມງ ຕຳຫຼວດກໍ່ມາບອກວ່າສວນຈະປິດແລ້ວໃຫ້ທຸກຄົນກັບເມືອ ຄິ້ມຈິ່ງສະດຸ້ງຮູ້ສຶກຕົວຂຶ້ນ ວ່າຕົນເອງຕ້ອງໂທຫານ້ອຍ ແຕ່ຕອນນີ້ລາວຍັງບໍ່ເມືອຮອດເຮືອນທີ່ສຳຄັນໂທລະສັບບີ້ກໍ່ຍັງຫຼິ້ນຢູ່ ຄິ້ມອຸທານໃນໃຈວ່າ: ຕ່າຍຫ່າແທ້ໆ! ສິຂໍໂທລະສັບກັບບີ້ມາປິດໄວ້ກ່ອນ ກໍ່ຢ້ານບີ້ບໍ່ໃຫ້ ຢ້ານບີ້ຈັບພິລຸດໄດ້ ຫົວໃຈຄິ້ມຮ້ອນຮົນກົ້ນຮ້ອນລຸກນັ່ງລຸກນັ່ງ ເໝືອນຄົນມີຄວາມພິດ ລາວໄດ້ຊວນບີ້ກັບເມືອ ແຕ່ບີ້ບໍ່ທັນຢາກກັບ ບີ້ຂໍເວລາຈາກຄິ້ມຕື່ມອີກ 10 ນາທີ.

ດ້ານນ້ອຍທີ່ນອນຖ້າສາຍໂທລະສັບຈາກຄິ້ມກໍ່ປະຕິບັດຕາມຄິ້ມບອກທຸກຢ່າງ ນ້ອຍໄດ້ແນມເບິ່ງໂມງ ເຫັນເປັນ 22:15ໂມງ ແລ້ວ ນ້ອຍກໍ່ຄິດອອກໄດ້ວ່າຄິ້ມຈະເປີດໂທລະສັບຕອນນັ້ນ ເມື່ອກາຍເວລາໄປແລ້ວ 15 ນາທີ ຄິ້ມກໍ່ຍັງບໍ່ທັນໂທມາຫາຕົນເອງ ນ້ອຍກໍ່ເລີຍເປັນຝ່າຍໂທໄປຫາແທນ ໃນໃຈນ້ອຍຄິດວ່າຈະໂທໄປເຊີໄພ້ຄິ້ມ ເໝືອນດັ່ງທີ່ເຄີຍເຮັດຜ່ານມາ ໂດຍທີ່ນ້ອຍບໍ່ຮູ້ມາກ່ອນເລີຍວ່າລາວຈະພົບເລື່ອງເຊີໄພ້ຈົນເຮັດໃຫ້ຫົວໃຈຕົວເອງເດືອບວາຍຕາຍ ໃນຂະນະທີ່ບີ້ກຳລັງຫຼິ້ນເກມຢູ່ນັ້ນ ໂທລະສັບຄິ້ມກໍ່ມີສາຍໂທເຂົ້າ ໂຊຊື່ວ່າ ນ້ອຍ ບີ້ກໍ່ຮັບສາຍທັນທີ ດ້ວຍຄວາມສົງໄສວ່າສາຍທີ່ໂທເຂົ້າມາແມ່ນໃຜ? ເປັນຍິງ ຫຼື ຊາຍ ຄິ້ມຈະຍາດເອົາໂທລະສັບຈາກບີ້ກໍ່ບໍ່ທັນ ທັງສອງສາວໄດ້ລົມກັນແລ້ວ ຄິ້ມເຮັດຫຍັງບໍ່ໄດ້ເລີຍນອກຈາກນັ່ງກົ້ມໜ້າ ບໍ່ກ້າແນມເບິ່ງໜ້າບີ້ ຫູຂອງລາວໄດ້ຍິນແຕ່ສຽງຮ້າຍໆ ທີ່ດັງໃສ່ໂທລະສັບ ເປັນຄຳເວົ້າຮ້າຍເວົ້າດ່າຈາກປາກບີ້ ດັງມາເປັນບາດ ເປັນບາດ ຄິ້ມໄດ້ແຕ່ຄິດໃນໃຈວ່າ ຕາຍແທ້ແບບນີ້… ແລະ ກຽມໃຈຮັບກຳທີ່ຕົນເອງກໍ່ຂຶ້ນ.

ໃນທີ່ສຸດ ທັງບີ້ ແລະ ນ້ອຍກໍ່ໄດ້ຮູ້ຄວາມຈິງວ່າຕົນເອງບໍ່ແມ່ນໜຶ່ງດຽວໃນໃຈຄິ້ມ ແລ້ວເລື່ອງລາວຈະເປັນແນວໃດຕໍ່ນັ້ນ ອ່ານຕໍ່ມື້ອື່ນ

ແຕ່ງໂດຍ: ປັອກເລັກ ລາວໂພສຕ

 

 

 

 

 

 

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...