spot_img
Homeວັນນະກຳເລື່ອງສັ້ນ"ເຈົ້າ ກັບ ເຂົາ ແລະ ເຮົາສາມຄົນ" ແບບສະບັບຂອງລາວ ຕອນ 2

“ເຈົ້າ ກັບ ເຂົາ ແລະ ເຮົາສາມຄົນ” ແບບສະບັບຂອງລາວ ຕອນ 2

Published on

ອ່ານຕໍ່ຈາກວານນີ້

ບີ້ ຫຼັງ ຈາກທີ່ໄປງໍ້ຂໍຄືນດີ ຄິ້ມເທື່ອທຳອິດທີ່ເຮືອນບໍ່ສຳເລັດ ລາວກໍ່ບໍ່ຍອມລົ້ມເລີກຄວາມພະຍາຍາມ ເຊົ້າມື້ຕໍ່ມາລາວໄດ້ໄປດັກຖ້າພົບຄິ້ມທີ່ໜ້າປະຕູທາງເຂົ້າທະນາຄານແຕ່ເຊົ້າ ເພື່ອຫວັງຈະພົບກັບ ຄິ້ມ ແລ້ວປະມານ 7:30ໂມງ ຄິ້ມກໍ່ມາຮອດທະນາຄານ ຄິ້ມໄດ້ເຫັນບີ້ແລ້ວ ແຕ່ຄິ້ມທຳທ່າເຮັດຄືບໍ່ເຫັນແລ້ວຍ່າງກາຍບີ້ໄປໜ້າຕາເສີຍ ເມື່ອບີ້ເຫັນແນວນັ້ນ ກໍ່ໄດ້ຟ້າວແລ່ນໄປຈັບແຂນເບື້ອງຊ້າຍຄິ້ມໄວ້ແໜ້ນ ຄິ້ມໄດ້ບອກໃຫ້ ບີ້ປ່ອຍແຂນລາວ ແຕ່ບີ້ບໍ່ປ່ອຍ ບີ້ກອດແຂນຄິ້ມໄວ້ແໜ້ນ ບີ້ຂໍເວລາທີ່ຈະເວົ້າກັບຄິ້ມພຽງ 2 ນາທີເທົ່ານັ້ນພໍເວົ້າຈົບແລ້ວບີ້ກໍ່ຈະໄປ ຄິ້ມອາຍສາຍຕາໝູ່ເພື່ອນ ແລະ ຍາມຮັກສາຄວາມປອດໄພແຖວນັ້ນທີ່ພາກັນຈ້ອງສາຍຕາເບິ່ງພວກເຂົາທັງສອງຄົນ ຄິ້ມກໍ່ເລີຍພາບີ້ໄປລົມທີ່ຂ້າງທະນາຄານ ບີ້ໄດ້ເວົ້າກັບຄິ້ມດ້ວຍນ້ຳສຽງ, ສີໜ້າເສົ້າໆ ສ່ວນຄິ້ມກໍ່ຢືນຟັງແບບໜ້າຕາເສີຍ ໂດຍບໍ່ໄດ້ຫັນເບິ່ງໜ້າບີ້ເລີຍ ເພາະຍັງຄຽດໃຫ້ບີ້ຢູ່

ບີ້: ຂ້ອຍຮູ້ວ່າທີ່ຜ່ານມາຂ້ອຍເຮັດໃຫ້ເຈົ້າເຈັບ! ຂ້ອຍຜິດທີ່ຂ້ອຍຖິ້ມເຈົ້າໄປ! ຂ້ອຍເສຍໃຈທີ່ຕອນນັ້ນຂ້ອຍຫລົງຜິດ ແຕ່ຕອນນີ້ຂ້ອຍຮູ້ແລ້ວວ່າ ເຈົ້າເປັນຜູ້ຊາຍທີ່ຂ້ອຍຮັກທີ່ສຸດ ແລະ ຮັກຂ້ອຍທີ່ສຸດ ເຮົາກັບມາຄົບດັນຄືນໄດ້ບໍ່ຄິ້ມ! ພໍເວົ້າຈົບ ບີ້ກໍ່ໂອບກອດຄິ້ມໄວ້ກັບຕົວດ້ວຍຄວາມອາໄລເສຍດາຍຄົນຮັກ

ຄິ້ມຊຶງໄປບຶດໜຶ່ງກໍ່ຈັບມືຂອງບີ້ທີ່ໂອບກອດແອວຕົວເອງອອກຈາກຕົວ ແລ້ວຈ້ອງເບິ່ງໜ້າ ບີ້ ດ້ວຍສາຍຕາທີ່ເຕັມໄປດ້ວຍຄວາມຄຽດຊັງແບບໃຫ້ອະໄພບໍ່ໄດ້ເມື່ອຄິດຮອດຄວາມຫຼັງທີ່ບິ້ເຄີຍເຮັດກັບຕົນເອງ ແລະ ບອກກັບບີ້ວ່າ: ເລື່ອງທີ່ເຈົ້າຈະເວົ້າມີເທົ່ານີ້ແມ່ນບໍ່ ໝົດເວລາທີ່ເຈົ້າຂໍແລ້ວ ມັນຮອດເວລາຂ້ອຍຕ້ອງເຮັດວຽກແລ້ວ ເຈົ້າກັບໄປສະ ເມື່ອເວົ້າຈົບ ຄິ້ມກໍ່ຍ່າງໄປຈາກບີ້ໂດຍບໍ່ຫຼຽວຫຼັງກັບມາເບິ່ງບີ້ເລີຍ ບີ້ແນມເບິ່ງຄິ້ມທີ່ຍ່າງຈາກໄປທັງນ້ຳຕາ

ຈາກການທີ່ບີ້ມາເຮັດແບບນີ້ກັບຕົວເອງ ມັນເຮັດໃຫ້ຄິ້ມເອງກໍ່ຄິດໜັກຄືກັນ ເພາະໃນໃຈເລຶກໆແລ້ວ ຄິ້ມກໍ່ຍັງເຫຼືອເຍື້ອໃຍໃຫ້ບີ້ຢູ່ ແຕ່ກໍ່ຍັງຄຽດໃນໃຈເມື່ອຄິດເຫັນສິ່ງທີ່ບີ້ເຄີຍເຮັດກັບຕົນ (ແບບທັງຮັກທັງຊັງ) ແລະ ອີກໃຈໜຶ່ງກໍ່ຄິດຫຼາຍກັບນ້ອຍ ເພາະຮ້ອຍກໍ່ເປັນຄົນທີ່ລາວຮັກໃນປັດຈຸບັນ ແລະ ຢ້ານນ້ອຍຮູ້ເລື່ອງຄວາມສຳພັນນີ້ ແລ້ວຢ້ານນ້ອຍຈະຮັບບໍ່ໄປແລະໄປຈາກລາວ ໃນສະໜອງຄິ້ມມັນຮູ້ສຶກສັບສົນ ຫົວໃຈວຸ້ນວາຍຈົນສິບໍ່ເປັນອັນເຮັດວຽກ ແຕ່ເພາະໜ້າທີ່ ລາວກໍ່ຕ້ອງຕັ້ງໃຈເຮັດເຕັມທີ່ຈົນຮອດໂມງເລີກວຽກ

3 ວັນຕໍ່ມາ ເປັນວັນເກີດຂອງ ນາງ ປານ ໝູ່ຕັ້ງແຕ່ຮຽນມັດທະຍົມປາຍນຳກັນກັບຄິ້ມ ປານໄດ້ໂທມາຊວນຄິ້ມໄປຮ່ວມງານວັນເກີດ ເຊິ່ງຈັດຢູ່ທີ່ ຮ້ານຄາຣາໂອເກະ ແຫ່ງໜຶ່ງແຖວດອນກອຍ ຄິ້ມກໍ່ໄດ້ໂທຊວນນ້ອຍໄປຮ່ວມງານນຳ ແຕ່ວັນນັ້ນນ້ອຍພັດຄາກຽມເອກະສານສົ່ງງານໃຫ້ລູກຄ້າ ກໍ່ເລີຍບໍ່ໄດ້ໄປນຳ ຄິ້ມເລີຍໄປຄົນດຽວ.

ທີ່ຫ້ອງຄາຣາໂອເກະ ມີເພື່ອນເກົ່າຫຼາຍຄົນສະໄໝຮຽນມາຮວມຕົວກັນ ແລະ ໜຶ່ງໃນນັ້ນກໍ່ມີ ບີ້ ນຳ ຄິ້ມ ແລະ ບີ້ ນັ່ງກັນໂດຍມີໝູ່ຂັ້ນລະຫວ່າງກາງຂອງພວກເຂົາຢູ່ 5 ຄົນ ໃນຫ້ອງຄິ້ມລົມກັບໝູ່ຄົນອື່ນຢ່າງມ່ວນຊື່ນ ຍົກເວັ້ນ ບີ້ທີ່ລາວບໍ່ລົມນຳບໍ່ແນມໜ້າ ບີ້ກໍ່ເຊັ່ນດຽວກັນ ແຕ່ບີ້ກໍ່ຄອຍແນມເບິ່ງຄິ້ມຕະຫຼອດດ້ວຍຄວາມເສຍດາຍ ຄືນນີ້ຮູ້ສຶກວ່າຄິ້ມຈະເມົາເຕີມ ເພາະມີຫຼາຍເລື່ອງທີ່ລາວຄິດ ທັງດີໃຈທີ່ໄດ້ພົບໝູ່ເກົ່າ ທັງອຸກໃຈທີ່ໄດ້ພົບແຟນໃໝ່ ລາວກິນເບຍເຕັມທີ່ ສ່ວນທາງບີ້ເອງກໍ່ເມົາເຕີບໜຶ່ງເພາະມີເລື່ອງອຸກໃຈເລີຍກິນໃຫ້ເມົາເພື່ອລືມ ບຶດໜຶ່ງ ບີ້ເຫັນຄິ້ມກຽມຕົວລຸກອອກຈາກໂຕະ ບີ້ກໍ່ຟ້າວລຸກນຳໄປ ຄິ້ມເປີດປະຕູເຂົ້າຫ້ອງນ້ຳ ບີ້ກໍ່ຟ້າວຊຸກຄິ້ມເຂົ້າໄປໃນຫ້ອງນ້ຳ ບິ້ ຢືມຂວາງປະຕູຫ້ອງນ້ຳໄວ້ມືເບື້ອງໜຶ່ງບີບລັອກປະຕູຫ້ອງນ້ຳ ບີ້ໄດ້ເອົາມືທັງສອງຂ້າງໄປກອດຄໍຄິ້ມໄວ້ ສາຍຕາຂອງທັງສອງປະສານງານກັນ ຄິ້ມໄດ້ຖາມ ບີ້ວ່າ: ເຈົ້າຈະເຮັດຫຍັງ? ບີ້ກໍ່ຕອບຄິ້ມໄປດ້ວຍນ້ຳສຽງຄົນເມົາ ແລະ ຕາທີ່ມີນ້ຳໃສໆຫຸ້ມຢູ່ ວ່າ: ຄິ້ມ! ຄິ້ມຊັງບີ້ຫວາ! ຄິ້ມລັງກຽດບີ້ຫວາ! ຄິ້ມບໍ່ຮັກບີ້ແລ້ວຫວາ! ຄິ້ມລືມຄວາມສຳພັນຂອງເຮົາໝົດແລ້ວຫວາ! ຄິ້ມບອກບີ້ມາແມະ! ບອກບີ້ມ່າ…! ຄິ້ມມິດບໍ່ຕອບຄຳຖາມບີ້ຈັກຄຳ ເພາະລາວກໍ່ຢ້ານໃຈຕົວເອງ ຕອນນີ້ລາວພະຍາຍາມບັງຄັບຄວາມຮູ້ສຶກ ໃນຫົວລາວຄິດຫາແຕ່ຊື່ນ້ອຍເຂົ້າໄວ້, ຫົວໃຈຄິ້ມຫວັ່ນໄຫວສຽງຫົວໃຈຄິ້ມມັນເຕັ້ນແຮງ ເໝືອນຈະລຸດອອກມານອກເລີຍກໍ່ວ່າໄດ້ ແລະແລ້ວບີ້ກໍ່ໂນ້ມຕົວໄປຈູບປາກຄິ້ມ ພວກເຂົາໄດ້ຈູບກັບແບບລຶກຊຶ້ງ ໃນທີ່ສຸດ ກຳແພງກໍ່ຖືພັງຖະລາຍລົງ ຄິ້ມໃຈອ່ອນຍອມກັບໄປຄືນດີກັບບີ້ (ສົມກັບຄຳສຸພາສິດທີ່ວ່າ ທ່ານໄຟເກົ່າບໍ່ເປົ່າກະລຸກ) ພວກເຂົາໄດ້ປັບຄວາມເຂົ້າໃຈກັນຢູ່ໃນຫ້ອງນ້ຳບຶດໜຶ່ງກໍ່ອອກຈາກຫ້ອງນ້ຳມານັ່ງຢູ່ໂຕະ ຈາກທຳອິດທີ່ບໍ່ເວົ້າບໍ່ລົມກັນກໍ່ປ່ຽນອາການສີໜ້າທ່າທາງ ປ່ຽນມາຮ້ອງເພງຕອບກັນແບບຄູ່ຮັກຫວານຊື່ນ

ນ້ອຍທີ່ຕັ້ງໃຈເຮັດວຽກຢູ່ເຮືອນຫ້ອງແຖວຂອງລາວ ກໍ່ເຮັດວຽກພໍດີ ລາວໄດ້ແນມເບິ່ງໂມງ ໃນເປັນເວລາປະມານ 23:30ໂມງແລ້ວ ນ້ອຍໄດ້ໂທລະສັບໄປຫາຄິ້ມ ສຽງໂທລະສັບຄິ້ມສັ່ນ ດືດ!ດືດ!ດືດ! ທີ່ຖົງໂສ້ງ ຄິ້ມໄດ້ຈົກໂທລະສັບອອກມາເບິ່ງເຫັນເປັນເບີນ້ອຍໂທເຂົ້າລາວກໍ່ຟ້າວລຸກອອກຈາກໂຕະແລ້ວຍ່າງອອກໄປນອກຫ້ອງເພື່ອລົມໂທລະສັບກັບນ້ອຍທັນທີ ບີ້ກໍ່ແນມນຳຫຼັງໃນເວລາທີ່ລາວຍ່າງອອກນອກຫ້ອງໄປ:

ຄິ້ມ: ຮາໂຫຼນ້ອຍ! ນ້ອຍເຮັດວຽກແລ້ວລະບໍ່? ເຮັດວຽກເໝື່ອຍບໍ່

ນ້ອຍ: ໂດຍ… ນ້ອຍເຮັດວຽກແລ້ວໆ ມື້ນີ້ເມື່ອຍໆ ຄິ້ມເດ…ໃກ້ຈະກັບແລ້ວບໍ່!

ຄິ້ມ: ໂດຍ… ຄິ້ມກຳລັງຈະກັບແລ້ວ ເຂົາເຊັກບິນແລ້ວ

ນ້ອຍ: ຫວາ! ເມົາແລ້ວຂັບລົດກັບດີໆເດີ້ ນ້ອຍເປັນຫ່ວງ ບາດກັບຮອດເຮືອນແລ້ວໂທບອກນ້ອຍແນ່ ນ້ອຍຈະຖ້າເດີ້!

ຄິ້ມ: ໂດຍ… ຮັບຊາບປະຕິບັດ! ຄິ້ມຈະຄ່ອຍຂັບລົດກັບ ພໍຮອດເຮືອນແລ້ວຈະໂທຫານ້ອຍທັນທີ! ຄິ້ມຮັກນ້ອຍເດີ້

ເມື່ອນ້ອຍໄດ້ຍິນຄິ້ມເວົ້າແບບນີ້ນ້ອຍກໍ່ດີໃຈໄດ້ປື້ມ ໂດຍບໍ່ຮູ້ເລີຍວ່າຕົວເອງກຳລັງຖືກແທງຂ້າງຫຼັງຢູ່ ຫຼັງຈາກເຊັກບິນແລ້ວກ່ວາຈະອອກຈາກຮ້ານກັບເຮືອນກໍ່ເປັນເວລາ 24:00ໂມງ ມັນເດິກແລ້ວ ຄິ້ມເລີຍຂີ່ລົດຮຽງກັບບີ້ໄປສົ່ງຮອດເຮືອນ ເຊິ່ງເຮືອນບີ້ຢູ່ ຂຸນຕາ ເຊິ່ງມັນເປັນໄລຍະທາງທີ່ໄກສົມຄວນ ເມື່ອຮອດໜ້າບ້ານບີ້ກ່ອນຄິ້ມຈະອ່ວຍລົດກັບບີ້ກໍ່ຫອມແກ້ມຄິ້ມບາດໜຶ່ງເພື່ອເປັນຄຳຂອບໃຈ ແລະ ກໍ່ໂບກມືບ່າຍໆໃຫ້ຄິ້ມພ້ອມ ນ້ອຍນອນຖ້າສຽງໂທລະສັບຈາກຄິ້ມຮອດເກືອບຮອດ 1 ໂມງດ້ວຍໃຈທີ່ເປັນຫ່ວງຫາ ນ້ອຍໂທຫາຄິ້ມຫໍ່ບໍ່ຮັບສາຍ ເພາະຄິ້ມຄາຂັບລົດເລີຍບໍ່ໄດ້ຍິນສຽງໂທລະສັບ ນ້ອຍຮູ້ສຶກກັງວົນຄິດຢ້ານຄິ້ມເກີດອຸບັດເຫດ ຫຼື ເກິດເຫດຮ້າຍ ຫຼື… ໂດຍບໍ່ໄດ້ຄິດວ່າຄິ້ມຈະໄປສົ່ງຜູ້ສາວເລີຍ ຈົນຮອດ 1 ໂມງເຊົ້າ ເມື່ອຄິ້ມມາຮອດເຮືອນແລ້ວລາວກໍ່ຟ້າວໂທລະສັບຫານ້ອຍທັນທີ ເມື່ອສຽງໂທລະສັບດັງປຸບນ້ອຍກໍ່ຮັບສາຍປັບ ພໍໄດ້ລົມໂທລະສັບກັບຄິ້ມແລ້ວນ້ອຍກໍ່ຮູ້ສຶກຄາຍຄວາມກັງວົນ, ໂລ່ງໃຈ ຈາກນັ້ນນ້ອຍກໍ່ນອນລັບຢ່າງສະບາຍໃຈ ແຕ່ສຳລັບຄິ້ມຄືນນີ້ເປັນຄືນທີ່ຕ້ອງຂີ້ຕວະນ້ອຍ ລາວມີຄວາມສຸກທີ່ໄດ້ຄືນດີກັບຄົນຮັກເກົ່າ ແຕ່ລາວມີຄວາມທຸກທີ່ຕ້ອງເຮັດຜິດກັບຄົນຮັກໃໝ່ ຊ່າງເປັນຄວາມສຸກທີ່ປົນຄວາມທຸກຢ່າງແທ້ຈິງ

ເລື່ອງລາວເລີ່ມເຂັ້ນຂຸ້ນ ຈັ່ງໃດກໍ່ຢ່າລືມຕິດຕາມຕໍ່ມື້ອື່ນເດີ້

ແຕ່ງໂດຍ: ປັອກເລັກລາວໂພສຕ

 

 

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...