Homeຂ່າວເຫດການບ່ອນພັກເຊົາຂອງພະສົງ ແລະ ບ່ອນບູຊາຢູ່ວັດພະທາດສີໂຄດຕະບອງຖືກລົມພາຍຸລະດູຮ້ອນພັດຖະຫຼົ່ມ

ບ່ອນພັກເຊົາຂອງພະສົງ ແລະ ບ່ອນບູຊາຢູ່ວັດພະທາດສີໂຄດຕະບອງຖືກລົມພາຍຸລະດູຮ້ອນພັດຖະຫຼົ່ມ

Published on

ໃນຕອນບ່າຍຂອງວັນທີ 26 ເມສາ 2o16 ຜ່ານມາ ໃນເວລາ 01:3o ໂມງ ໄດ້ເກີດມີລົມພາຍຸລະດູຮ້ອນຂຶ້ນຢ່າງຮຸນແຮງຢູ່ທີ່ເຂດເທສະບານເມືອງທ່າແຂກ ແຂວງຄໍາມ່ວນ ເຮັດໃຫ້ສະຖານທີ່ບ່ອນພັກເຊົາຂອງພະສົງ ແລະ ບ່ອນສັກກາລະບູຊາຂອງພໍ່ແມ່ປະຊາຊົນຢູ່ທີ່ວັດພະທາດສີໂຄດຕະບອງໄດ້ຮັບຄວາມເສຍຫາຍ ເຊິ່ງລົມພະຍຸດັ່ງກ່າວ ເປັນລົມທີ່ພັດມາປະສານກັບຝົນໂດຍພັດມາທາງທິດເໜືອຂອງວັດມາໃນແລວຕໍ່າຽບຕາມໜ້າດິນດ້ວຍຄວາມແຮງ ອັນໄດ້ເຮັດໃຫ້ສະຖານທີ່ໃນບໍລິເວນດັ່ງກ່າວນັ້ນຖືກເສຍຫາຍ ເປັນຕົ້ນຄື ຫຼັງຄາກະເບື້ອງ ກະຕຶບພະ (ສິມໃຫຽ່) ສາລາໂຮງທຳ (ຫໍແຈກ) ໄດ້ຂຸລົງຈົນ ແລະ ເສຍຫາຍໜັກກວ່າໝູ່ແມ່ນ ກຳແພງກົມມະລຽນ ຢູ່ທາງຟາກເບື້ອງໃຕ້ຂອງວັດເປັນແຖວ ທີ່ມີຄວາມຍາວ 4o ແມັດ ໄດ້ຖືກລົມພາຍຸພັດລົງເສຍຫາຍຢ່າງຮຸນແຮງ ເຊິ່ງສະຖານທີ່ນີ້ເປັນບ່ອນທີ່ໃຊ້ຮອງຮັບ ຫຼື ເປັນບ່ອນທີ່ພັກເຊົາຂອງພະສົງ-ສຳມະເນນ ແລະ ອອກຕົນຍາດໂຍມ ໃນຍາມບຸນປະເພນີເດືອນສາມເພັງ ໂດຍສະເພາະກໍແມ່ນ ໃນງານບຸນນະມັດສະການພະທາດສີໂຄດຕະບອງໃນແຕ່ລະປີ.

ຕໍ່ກັບສະພາບດັ່ງກ່າວ ໃນຕອນເຊົ້າຂອງວັນທີ 27 ເມສາ 2o16 ທາງອໍານາດການປົກຄອງເມືອງທ່າແຂກ ແລະ ພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍອຳນາດການປົກຄອງ-ພໍ່ແມ່ປະຊາຊົນບ້ານມ່ວງສຸມ ກໍພ້ອມພາກັນ ເຮັດອະນາໄມເກັບມ້ຽນ-ມ້ຽນມັດທຳຄວາມສະອາດໃນສະຖານທີ່ທີ່ຖືກຜົນກະທົບດັ່ງກ່າວ ເຊິ່ງເຫດການລົມພາຍຸລະດູຮ້ອນພັດຖະຫຼົ່ມເຂົ້າວັດພະທາດສີໂຄດຕະບອງໃນຄັ້ງນີ້ ຖືວ່າໂຊກດີທີ່ບໍ່ມີປະຊາຊົນ ແລະ ນັກທ່ອງທ່ຽວໄດ້ຮັບບາດເຈັບ ແຕ່ກໍມີວັດຖຸອຸປະກອນ ພາຫະນະເຄື່ອງໃຊ້ຈຳນວນນຶ່ງຖືກເປ່ເພເສຍຫາຍ ຕໍ່ເຫດການດັ່ງກ່າວນີ້ ທາງອຳນາດການປົກຄອງເມືອງທ່າແຂກ ແລະ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງກໍຈະມີການຄົ້ນຄວ້າປຶກສາຫາລື ຂົນຂວາຍທຶນຮອນ ເພື່ອບູລະນະກໍ່ສ້າງສະຖານທີ່ດັ່ງກ່າວຄືນໃໝ່ໃນຕໍ່ໜ້າ.

ຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...