spot_img
Homeຂ່າວຕ່າງປະເທດພົບຜູ້​ຕິດ​​ເຊື້ອ​ໄວ​ຣັສຊິ​ກາ​ອີກ​ສອງ​ຄົນ​ໃນ​ ສ.​ເກົາ​ຫຼີ

ພົບຜູ້​ຕິດ​​ເຊື້ອ​ໄວ​ຣັສຊິ​ກາ​ອີກ​ສອງ​ຄົນ​ໃນ​ ສ.​ເກົາ​ຫຼີ

Published on

ສູນ​ຄວບ​ຄຸມ ​ແລະ ປົກ​ປ້ອງ​ພະຍາດ​ຂອງ​ ສ.​ເກົາຫຼີ ລາຍ​ງານ​ວ່າ ພົບ​ຜູ້​ຕິດ​ເຊື້ອ​ໄວຣັສຊິ​ກາ​ເປັນ​ລາຍ​ທີ 3 ​ໃນ​ປະ​ເທດຂອງ​ຕົນ ​ເປັນ​ຊາຍ​ທີ່​ເດີນທາງ​ໄປ​ຍັງ​ຟິລິບ​ປິນ.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ຊາຍ​ອາຍຸ 21 ປີ​ດັ່ງກ່າວ​​ເດີນທາງ​ຢ້ຽມຢາມ​ຟິລິບ​ປິນ​ເປັນ​ເວລາ 5 ວັນ ຈົນ​ເຖິງ​ວັນ​ທີ 14 ​ເມສາ​ທີ່​ຜ່າ​ນມາ ​ແລະ ຜົນ​ການກວດ​ນໍ້າລາຍ​ແລະ​ປັດ​ສາວະ​ພົບ​ວ່າ ​ລາວ​ຕິດ​ເຊື້​ອ​ໄວຣັສຊິ​ກາ ​ແຕ່​ບໍ່​ປາກົດ​ອາການ ຈິ່ງ​ຍັງ​ບໍ່​ຖືກ​ຈັດ​ວ່າ​ເປັນ​ຄົນ​ເຈັບ​ທີ່​ໄດ້​ຮັບ​ການ​ຢືນຢັນ​ວ່າ​ຕິດ​ເຊື້ອ ກ່ອນ​ໜ້າ​ນີ້ ​ເມື່ອ​ວັນ​ພຸດ​ນ້ອງ​ຊາຍ​​ລາວ​ອາຍຸ 20 ປີ ຊຶ່ງ​ເດີນທາງ​ໄປ​ຟິລິບ​ປິນດ້ວຍ​ກັນ ຫາ​ກໍ່​ໄດ້​ຮັບ​ການ​ຢືນຢັນ​ວ່າ​ເປັນ​ຜູ້​ຕິດ​ເຊື້ອ​ລາຍ​ທີ 2 ຂອງ​ ສ.​ເກົາຫຼີ ​ໂດຍ​ປາກົດ​ອາການ​ເມື່ອ​ວັນ​ທີ 20 ​ເມສາ​ທີ່​ຜ່ານ​ມາ ​ແລະ​ຫາ​ກໍ່​ອອກຈາກ​ໂຮ​ງໝໍ​ເມື່ອ​ວັນ​ພະຫັດ ຫຼັງ​​ເຊົາ​ຈາກ​ອາການ​ເຈັບ​​ເປັນ.

ສ.​ເກົາຫຼີ ​ພົບ​ຜູ້​ຕິດ​ເຊື້ອ​ໄວ​ຣັສຊິ​ກາ​ຄົນ​ທຳ​ອິດ​ເມື່ອ​ວັນ​ທີ 22 ມີນາ​ທີ່​ຜ່ານ​ມາ ​ເປັນ​ຊາຍ​ອາຍຸ 43 ປີ ສູນ​ຄວບ​ຄຸມ ​ແລະ ປ້ອງ​ກັນ​ພະຍາດ​ຂອງ​ສ.​ເກົາຫຼີອອກ​ຄຳ​​ແນະນຳ​ຍິງ​ທີ່​ກຳລັງ​ຕັ້ງ​ຄັນ​ບໍ່​ໃຫ້​ເດີນທາງ​ໄປ​ຍັງ​ປະ​ເທດ​ທີ່​ມີ​ການລະບາດ​ຂອງ​ເຊື້ອ​ໄວຣັສຊິກາ ​ແລະ ​ໃຫ້​ຍິງ​ໃນ​ໄວ​ຈະ​ເລີ​ນພັນ​ເລື່ອນ​ການ​ຕັ້ງ​ຄັນ​ຢ່າງ​ໜ້ອຍ 2 ​ເດືອນ​ຫຼັງ​ກັບ​ຈາກ​ປະ​ເທດ​ທີ່​ມີ​ການລະບາດ​ຂອງ​ໂລກ ​ໄວຣັສຊິ​ກາ​ພົບ​ເປັນ​ຄັ້ງ​ທຳ​ອິດ​ໃນ​ອາ​ຟຣິກາ ​ແລະ ​ແພ່​ລະບາດ​ໄປ​ຍັງ​ອາຊີ ​ແລະ ອາ​ເມ​ລິ​ກາ​ລາ​ຕິນ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...