HomeຊີວິດແລະຄວາມຮັກWedding-Sex-love5 ຊ່ວງເວລາຄວນຄຸ່ກັບການມີເຊັກສ໌ ຮັບຮອງວ່າຟິນເຖິງສະຫວັນແນ່ນອນ (ສຳລັບ18+)

5 ຊ່ວງເວລາຄວນຄຸ່ກັບການມີເຊັກສ໌ ຮັບຮອງວ່າຟິນເຖິງສະຫວັນແນ່ນອນ (ສຳລັບ18+)

Published on

ເມື່ອເວລາທ່ານຕ້ອງການມີລູກ ຊ່ວງເວລາທີ່ເໝາະສົມທີ່ສຸດໃນການມີເຊັກສ໌ ຄື ວັນທີ 9 ຫາ 16 ນັບຈາກວັນທຳອິດທີ່ມີຮອບປະຈຳເດືອນ ແລະ ຊ່ວງເວລານີ້ທ່ານຈະຮູ້ສຶກຫື່ນກະຫາຍເລື່ອງແບບນັ້ນເປັນພິເສດ ຫາກຝ່າຍຍິງເປັນຄົນມີປະຈຳເດືອນມາປົກກະຕິ ຖືວ່າໂຊກດີຫຼາຍ ເພາະສາມາດຄຳນວນເວລາຖືພາໄດ້ຢ່າງຖືກຕ້ອງ ແຕ່ຖ້າບໍ່ ກໍ່ສາມາດປຶກສາແພດເພື່ອຂໍຄຳແນະນຳ
ຫຼັງເຮັດວຽກມາໝົດມື້ ໃຜຈະມີແຮງເຫຼືອມາສູ້ຮົບເຮັດເສິກເທິງຕຽງໄດ້ເຕັມທີ່ ແຕ່ພໍຮອດຕອນເຊົ້າມາຜູ້ຊາຍກໍ່ກຽມພ້ອມຈະອອກເສິກ ຈັດໄປ ເບົາໆ ກ່ອນໄປວຽກ
ການເຖິງຈຸດສຸດຍອດເປັນວິທີທຳມະຊາດໃນການບັນເທົາອາການປວດປະຈຳເດືອນທີ່ເກີດຈາກການຫົດຕົວຂອງມົດລູກ ແລະ ເຮັດໃຫ້ຮ່າງກາຍຫຼັງຮໍໂມນທີ່ຊ່ວຍໃຫ້ຮູ້ສຶກເບົາສະບາຍ ແລະ ມີຄວາມສຸກ ຢັບຢັ້ງອາລົມໝົ່ນໝອງ ແລະ ຫງຸດງິດໃນຊ່ວງນີ້ຂອງແມ່ຍິງໄດ້ດີທີ່ສຸດ ແນະນຳໃຫ້ປະຕິບັດກິດຈະກຳໃນຊ່ວງນີ້
ຫຼັງຈາກທຸ້ມເທເຮັດວຽກຕະຫຼອດໜຶ່ງອາທິດເຕັມໆຂອງການເຮັດວຽກແບບຕໍ່ເນື່ອງກັນ ການປົດປ່ອຍຄວາມຕຶງຄຽດດ້ວຍການມີເຊັກສ໌ ຈະສາມາດຜ່ອນຄາຍຄວາມເມື່ອຍລ້າໄດ້ ພ້ອມທັງມີກຳລັງແຮງໃນການເຮັດວຽກວັນຕໍ່ໄປ
ທ່ານຮູ້ບໍ່ວ່າ 70% ຂອງແມ່ຍິງບໍ່ເຖິງຈຸດສຸດຍອດ ແມ່ຍິງຫຼາຍຄົນນອນແຂງປານທ່ອນໄມ້ຍາມມີເຊັກສ໌ ອາດເປັນຍ້ອນຄວາມອາຍ ຫຼື… ຖ້າດ້ວຍເຫດນີ້ຝ່າຍຊາຍກໍ່ຕ້ອງເປັນຄົນຊ່ວຍໃນການປຸກອາລົມໃຫ້ຝ່າຍຍິງເກີດມີຄວາມຄຶກຄັກພ້ອມທີ່ຈະເຮັດເລື່ອງແບບນັ້ນກັບທ່ານ ແລະ ມີອີກເຄັດລັບໜຶ່ງທີ່ຈະຊ່ວຍໃຫ້ຝ່າຍຍິງເຖິງຈຸດສຸດຍອດ ແມ່ນໃຫ້ມີເພດສຳພັນກ່ອນວັນເປັນປະຈຳເດືອນໜຶ່ງວັນ ເພາະໃນຊ່ວງເວລານີ້ປາກມົດລູກ ແລະ ອະໄວຍະເພດຈະມີເລືອດໄຫລວຽງຫຼາຍກ່ວາປົກກະຕິ ເຮັດໃຫ້ປະສາດສຳພັດຈຸດນັ້ນໄວເປັນພິເສດ ແລະ ການເຖິງຈຸດສຸດຍອດກໍ່ບໍ່ຍາກອີກຕໍ່ໄປ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...