spot_img
Homeຂ່າວພາຍ​ໃນລາວ-ຮົງ​ກາລີຮ່ວມລົງ​ນາມ​ສັນຍາ​ເງິນ​ກູ້​ບໍ່​ມີດ​ອກ​ເບ້ຍ ​ແລະ ສັນຍາ​ການ​ຄ້າ

ລາວ-ຮົງ​ກາລີຮ່ວມລົງ​ນາມ​ສັນຍາ​ເງິນ​ກູ້​ບໍ່​ມີດ​ອກ​ເບ້ຍ ​ແລະ ສັນຍາ​ການ​ຄ້າ

Published on

​​ພິທີ​ລົງ​ນາມ​ສັນຍາ​ເງິນ​ກູ້​ບໍ່​ມີດ​ອກ​ເບ້ຍ ລະຫວ່າງລັດຖະບານ​ລາວຕາງໜ້າໂດຍ ທ່ານ​ນາງ ທິບ​ພະ​ກອນ ຈັນທະ​ວົງສາ ຮອງ​ລັດຖະມົນຕີ​ກະຊວງການ​ເງິນ ​ແລະ ທ່ານ​ນາງ ມາ​ກິດ ລາບ​ອງ ຫົວໜ້າກົມ​ສະໜອງ​ທຶນ​ເພື່ອ​ການ​ຄ້າທະນາຄານ​ສົ່ງ​ອອກ-ນຳ​ເຂົ້າ ສ. ຮົງ​ກາລີ ໄດ້ມີຂຶ້ນໃນວັນທີ 26 ເມສານີ້, ທີ່ນະຄອນຫລວງວຽງຈັນ ເພື່ອ​ນຳ​ ມາ​ໃຊ້ໃນການ​ຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະ ກິດ-ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ VIII (2016-2020), ​ໃຫ້ມີປະສິດທິຜົນ ເພື່ອແນໃສ່​ຮັບປະກັນ​ຄວາ​ມໝັ້ນຄົງ​ທາງ​ດ້ານ​ສະບຽງອາ​ຫານ ​ແລະ ການ​ບໍລິ​ໂພ​ກ, ​ເຊິ່ງ​​ເປັນ​ໜ້າ​ທີ່​ສຳຄັນ​ຂອງ​ການ​ພັດທະນາ​ ແລະ ແນໃສ່ຍົກສູງສະມັດ​ຕະພາບ​ຂອງ​ການ​ຜະລິດ, ສຸຂະ​ພາບ​ຂອງ​ປະຊາຊົນ​ ນັບທັງ​ດ້ານ​ຮ່າງກາຍ, ຈິດ​ໃຈ ​ແລະ ມັນ

ສະໝອງ​ ​ໂດຍ​ສະ​ເພາະ​ກຸ່ມ​ຜູ້​ດ້ອຍ​ໂອກາດ, ​ເດັກນ້ອຍ ​ແລະ ​ແມ່ຍິງ​ໃນ​ໄວຈະ​ເລີ​ນພັນ ​ເພື່ອ​ຫລີກ​ເວັ້ນບັນຫາ​ການ​ຂາດ​ສານ​ອາຫານ​ຂອງ​ປະຊາຊົນ​ຕາມ​ທິດ​ພັດທະ​ນາ​ກະສິກຳ​ສະອາດ ​ແລະ ຍືນ​ຍົງ.

ນອກ​ນີ້, ຍັງ​ມີ​ການ​ລົງ​ນາມສັນຍາ​ການ​ຄ້າ​​ ໃນໂຄງການ​ສົ່ງເສີມ​ການ​ລ້ຽງສັດ ​ແລະ ປາ​ເປັນ​ສິນຄ້າ ໃນມູນ​ຄ່າ30 ລ້ານ​ໂດ​ລາ​ສະຫະລັດ, ໂດຍ​​ແມ່ນ​ທ່ານ ດຣ. ສົມ​ພັນ ຈັນ​ເພັງ​ໄຊ ຫົວໜ້າ​ກົມ​ລ້ຽງສັດ ​ແລະ ການ​ປະມົງ ກະຊວງ​ກະ​ສິກຳ ​ແລະ ປ່າ​ໄມ້ ​ແລະ ທ່ານ ດຣ. ລັດ​ໂຊ ວາຣາດີ ອຳນວຍ​ການ​ບໍລິສັດ ອາ​ໂກຣ ​ເອ​ເຊຍ ວິຕາ​ຟອດທ໌ ສ. ຮົງ​ກາລີຮ່ວມ​ລົງ​ນາມ​ໃນ​ສັນຍາ​ດັ່ງກ່າວ, ​ເຊິ່ງ​ເປັນ​ການ​ຕໍ່​ຍອດ​ຈາກ​ໂຄງການ​ເກົ່າ ທີ່​ໄດ້​ສ້າງພື້ນຖານ​ໂຄງ​ລ່າງ​ການ​ຜະລິດ​ອາຫານ​ສັດ, ​ໂຮງງານ​ຂ້າ​ສັດທັນ​ສະ​ໄໝ ​ເພື່ອ​ສ້າງ​ຕັ້ງ​ລະບົບ​ຕ່ອງ​ໂສ້ ການ​ຜະລິດ​ຊີ້ນ​ຄຸນ​ນະພາ​ບ ​ແລະ ​ປອດ​ໄພ, ​ແນ​ໃສ່​ຈຳ​ໜ່າຍ​ພາຍ​ໃນ ​ແລະ ການ​ສົ່ງ​ອອກ​ຊີ້ນ-ປາ ​ແລະ ຜະລິດ​ຕະພັນ ອາຫານ​ທີ່​ມີ​ຄຸນ​ນະພາ​ບໃຫ້​ແກ່​ຕະຫລາດ​ພາກ​ພື້ນ​ແລະ ສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ຕະຫລາດ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ.

ຂ່າວຈາກ:

laophatthananewspaper

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)