ທຽວເວີນຄຳຫຍຸ້ງຍາກ ຂົວນ້ຳເຄັມເພໜັກ

0
1869
ທຽວເວີນຄຳຫຍຸ້ງຍາກ ຂົວນ້ຳເຄັມເພໜັກ
ທຽວເວີນຄຳຫຍຸ້ງຍາກ ຂົວນ້ຳເຄັມເພໜັກ

ຂ່າວ: ພິມ​ພອນ

       ຫວ່າງ​ຕົ້ນ​ອາ­ທິດ​ຜ່ານ​ມາ, ຜູ້​ສື່ຂ່າວ​ຂອງ​ພວກ​ເຮົາ​ໄດ້​ຮັບ​ແຈ້ງ​ຂ່າວຂໍ​ຄວາມ​ຊ່ວຍ­ເຫຼືອ​ກ່ຽວ​ກັບ​ບັນ­ຫາ​ການສັນ­ຈອນ​ໄປ​ມາ​ເຂດ​ທ່າ​ງ່ອນ​ຫາ​ເວີນ​ຄຳມີ​ຄວາມ​ຫຍຸ້ງ­ຍາກ, ປະ­ຊາ­ຊົນ​ທຽວ​ທາງ ລຳ­ບາກ ໂດຍ​ສະ­ເພາະ​ແມ່ນ​ຂົວ​ຂ້າມ​ນ້ຳເຄັມ​ດຽວ­ນີ້​ເປ່​ເພ​ຫຼາຍ, ດັ່ງ­ນັ້ນ ຈິ່ງ​ຮຽກຮ້ອງ​ມາ​ຍັງ​ພາກ­ສ່ວນ​ກ່ຽວ­ຂ້ອງ​ລົງກວດ­ກາ ແລະ ສ້ອມ­ແປງ​ໂດຍ​ໄວ.

      ຂົວ​ນ້ຳ​ເຄັມເປັນ​ຂົວ​ເຫຼັກ​ປະ­ສົມ​ໄມ້, ກວ້າງ​ປະ­ມານ 4 ແມັດ ແລະ ຄວາມຍາວ​ປະ­ມານ 100 ແມັດ, ຕັ້ງ​ຢູ່​ລະຫວ່າງ​ບ້ານ​ທ່າ​ສະ­ຫວ່າງ​ເຂດ​ທ່າ​ງ່ອນຫາ​ເຂດ​ບ້ານ​ເວີນ​ຄຳ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ, ພາຍ­ຫຼັງ​ສ້າງສຳ­ເລັດ​ມາ​ໄດ້​ຫຼາຍ​ສິບ​ປີ​ຂົວ​ແຫ່ງ​ນີ້​ກໍໄດ້​ກາຍ­ເປັນ​ສ່ວນ​ໜຶ່ງ​ທີ່​ສາ­ມາດ​ອຳ­ນວຍຄວາມ​ສະ­ດວກ​ໃນ​ການ​ສັນ­ຈອນ​ໄປ​ມາຂອງ​ປະ­ຊາ­ຊົນ​ທັງ​ສອງ​ເຂດ​ຄື ລະ­ຫວ່າງເຂດ​ບ້ານ​ທ່າ​ງ່ອນ​ຫາ​ເຂດ​ບ້ານ​ເວີນ​ຄຳ, ທັງ​ເປັນ​ເສັ້ນ­ທາງ​ຄົມ­ມະ­ນາ­ຄົມ​ຂົນ­ສົ່ງ​ສິນ­ຄ້າ​ຈາກ​ໂຮງ­ງານ​ຕ່າງໆ, ປະ­ຈຸ​ບັນ ຍ້ອນ​ອາ­ຍຸ​ຂອງ​ການ​ໃຊ້​ງານ ແລະ ມີລົດ​ໜັກ​ທຽວ​ຕະ­ຫຼອດ ຕົ້ນ­ຕໍ​ແມ່ນ​ເຂດບ້ານ​ດັ່ງ­ກ່າວ​ເປັນ​ຈຸດ​ທີ່​ຕັ້ງ​ຂອງ​ບັນ­ດາໂຮງ​ຈັກ​ໂຮງ­ງານ ໂດຍ​ສະ­ເພາະ​ໂຮງເລື່ອຍ, ໂຮງ­ງານ​ຜະ­ລິດ​ເບຍ ແລະ ອື່ນໆ ຈິ່ງ​ເຮັດ​ມີ​ລົດ​ໜັກ​ທຽວ​ບໍ່​ຂາດ​ສາຍ, ຈິ່ງ​ເຮັດ​ໃຫ້​ຂົວ​ຮັບ​ນ້ຳ­ໜັກ​ບໍ່​ໄຫວ​ເກີດ​ການ​ຜຸ​ພັງ​ໄວ​ຂຶ້ນ ແລະ ທີ່​ຜ່ານ​ມາ​ປະ­ຊາ­ຊົນໃກ້​ຄຽງ​ກໍ​ໄດ້​ຊ່ວຍ​ກັນ​ສ້ອມ­ແປງ​ຫຼາຍ​ຄັ້ງແຕ່​ໃນ​ການ​ສ້ອມ­ແປງ​ນັ້ນ​ພໍ​ແຕ່​ແກ້​ໄຂ​ຊົ່ວ­ຄາວເມື່ອ​ໃຊ້​ໄປ​ໄລ­ຍະ​ໜຶ່ງ​ກໍ​ເປ່​ເພ​ຄື­ເກົ່າ.

     ດ້ວຍ​ເຫດ​ດັ່ງ­ກ່າວ​ນີ້, ຜູ້​ແຈ້ງ​ຂ່າວຈິ່ງ​ຂໍ​ຝາກ​ມາ​ເຖິງ​ພາກ­ສ່ວນ​ກ່ຽວ­ຂ້ອງທີ່​ຮັບ­ຜິດ­ຊອບຈົ່ງ​ຊ່ວຍ​ລົງ​ມາ​ເບິ່ງ​ຄືນເຖິງ​ຄວາມ​ປອດ​ໄພ​ຂອງ​ຜູ້​ສັນ­ຈອນ​ໄປມາ ແລະ ຖ້າ​ຫາກ​ກ້າວ​ເຂົ້າ​ສູ່​ລະ­ດູ­ຝົນ​ຍິ່ງ ຈະ​ເຮັດ​ໃຫ້­ການ​ໄປ​ມາ​ລຳ­ບາກ​ຂຶ້ນ​ອີກ ແລະ ສ່ຽງ​ຕໍ່​ການ​ເກີດ​ອຸ­ບັດ­ເຫດ ເນື່ອງຈາ​ກວ່າ​ໄລ­ຍະ​ຜ່ານ​ມາ​ກໍ່​ມີ​ອຸ­ບັດ­ເຫດເກີດ​ຂຶ້ນ​ເລື້ອຍໆ​ຈົນ​ເຖິງ​ຂັ້ນ​ມີ​ອາ­ການບາດ­ເຈັບ​ກໍ​ມີ, ສະ­ນັ້ນ ຈິ່ງ​ຟ້າວ​ຮີບ​ຮ້ອນແກ້​ໄຂ​ບັນ­ຫາ​ນີ້ ເພື່ອ​ເປັນ​ການ​ປ້ອງ​ກັນການ​ເກີດ​ອຸ­ບັດ­ເຫດ​ທີ່​ຈະ​ເກີດ​ຕາມ​ມາ.

ທີ່ມາ http://www.sedthakid.la/khao/18778.spc