ລັດອອກໃບຕາດິນໃຫ້ປະຊາຊົນໄດ້ແລ້ວ 7 ແສນຕອນ

0
1715

ຂ່າວ: ໄພ​ປະ­ດິດ

      ພັກ ແລະ ລັດ ໄດ້​ເອົາ­ໃຈ­ໃສ່​ສືບຕໍ່​ອອກ​ໃບ​ຕາ­ດິນ​ໃຫ້​ພໍ່​ແມ່​ປະ­ຊາ­ຊົນ​ໂດຍໄດ້​ຕັ້ງ​ເປົ້າ​ໝາຍ​ຮອດ ປີ 2015 ຈະອອກ​ໃບ​ຕາ­ດິນ​ໃຫ້​ໄດ້ 1 ລ້ານ​ຕອນໃນທົ່ວ​ປະ­ເທດ ຊຶ່ງ​ມາ​ຮອດ​ເວ­ລາ​ນີ້​ໄດ້​ແລ້ວ 700.000 ຕອນ.

      ອີງ​ຕາມ​ບົດ​ລາຍ​ງານ​ຂອງ​ລັດ​ຖະບານ​ໃນ​ຂົງ­ເຂດ​ທີ່​ດິນ ໂດຍ​ໄດ້​ສຳ­ເລັດການ​ຈັດ​ສັນ​ທີ່​ດິນ​ໃນ​ຂັ້ນ​ບ້ານ 4.905 ບ້ານ ກວມ​ເອົາ 56,87% ຂອງ​ບ້ານທັງ​ໝົດ ແລະ ຂັ້ນ​ເມືອງ 36 ເມືອງກວມ​ເອົາ 25,35% ຂອງ​ເມືອງ​ທັງ​ໝົດສຳ­ເລັດ​ການ​ຂຶ້ນ​ທະ­ບຽນ ແລະ ອອກ​ໃບຕາ­ດິນ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ​ໄດ້ 700.000 ກວ່າ​ຕອນ ກວມ​ເອົາ 34% ຂອງ​ຕອນ​ດີນ​ທົ່ວ​ປະ­ເທດໃນ​ຈຳ­ນວນ 2,1 ລ້ານ​ຕອນ ທີ່​ໄດ້​ຜ່ານ​ການ​ສຳ​ຫຼວດເກັບ​ກຳ​ສະ­ຖິ­ຕິ​ຈາກ​ສຳ­ມະ­ໂນ​ທີ່​ດິນ ແລະ ເສຍ​ພາ­ສີ​ທີ່​ດິນ ຂະ­ນະ​ທີ່​ໃນ​ປີ 2015 ທາງ​ກະ­ຊວງຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມໄດ້​ຕັ້ງ​ເປົ້າ​ໝາຍ​ໄວ້​ໃຫ້​ອອກ​ໃບ​ຕາ­ດິນ​ໄດ້​ທັງ​ໝົດ  1 ລ້ານ​ຕອນ.

      ແນວ­ໃດ​ກໍ​ດີ ໄປ​ຄຽງ​ຄູ່​ກັນ​ນັ້ນ​ໃນຜ່ານ​ມາ​ໄດ້​ປັບ­ປຸງ​ຂໍ້​ມູນ​ຄືນ​ກ່ຽວ​ກັບການ​ສ້າງ​ແຜນ­ທີ່​ເຂດ​ປະ​ເມີນ​ລາ­ຄາ​ທີ່ດິນ ແລະ ສິ່ງ​ປຸກ​ສ້າງ​ຈຳ­ນວນ 8 ແຂວງ 17 ຕົວ​ເມືອງ​ຄື: ນະ­ຄອນ­ຫຼວງ ວຽງ​ຈັນ (9 ຕົວ​ເມືອງ), ເມືອງ​ປາກເຊ ແຂວງ​ຈຳ­ປາ​ສັກ, ເມືອງ​ທ່າ​ແຂກ ແຂວງ​ຄຳ​ມ່ວນ, ເມືອງ​ຫຼວງ​ພະ​ບາງ ແຂວງ​ຫຼວງ​ພະ​ບາງ, ເມືອງ​ໂພນ​ໂຮງ ແລະ ເມືອງ​ວັງ​ວຽງ ແຂວງ​ວຽງ​ຈັນ, ເມືອງ​ສາ­ລະ​ວັນ ແຂວງ​ສາ­ລະ​ວັນ, ເມືອງ​ໄຊ​ຍະ​ບູ​ລີ ແຂວງ​ໄຊ​ຍະ​ບູ​ລີ, ເມືອງ​ໄກ­ສອນ​ພົມ­ວິ­ຫານ ແຂວງ​ສະຫວັນ​ນະ​ເຂດ ແລະ ກຳ­ລັງ​ລົງ​ເກັບ​ກຳຂໍ້​ມູນ​ຢູ່​ເມືອງ​ປາກ​ຊັນ ແຂວງ​ບໍ​ລິ​ຄຳ​ໄຊ ສ້າງ​ແຜນ­ທີ່​ເຂດ​ປະ​ເມີນ​ລາ­ຄາ​ທີ່​ດິນ ແລະ ສຳ­ເລັດ​ການ​ຈັດ​ສັນ​ທີ່​ດີນ​ຂອງໂຄງ­ການ​ຈັດ​ສັນ​ທີ່​ດິນ​ປຸກ​ສ້າງ​ສຳ­ນັກງານ​ແຫ່ງ​ໃໝ່​ຂອງ​ບັນ­ດາ​ກະ­ຊວງ​ສຳເລັດ​ໄດ້ 90%.

ທີ່ມາ http://www.sedthakid.la/khao/18775.spc