spot_img
Homeຂ່າວການພັດທະນາກຽມປະກາດ ເມືອງບົວລະພາ ເປັນເມືອງພົ້ນທຸກ ເມືອງສຸດທ້າຍຂອງ ແຂວງຄຳມ່ວນ!

ກຽມປະກາດ ເມືອງບົວລະພາ ເປັນເມືອງພົ້ນທຸກ ເມືອງສຸດທ້າຍຂອງ ແຂວງຄຳມ່ວນ!

Published on

ຂປລ. ປະຈຸ​ບັນ ​ອຳນາດ​ການ​ປົກຄອງ ​ເມືອງບົວລະພາ​​ ແຂວງ​ຄຳ​ມ່ວນ ກຳລັງຫ້າງ​ຫາ​ກະກຽມໃນ​ດ້ານ​ຕ່າງໆ ​ເພື່ອ​ກຽມ​ປະກາດເປັນ​ເມືອງ​ພົ້ນ​ທຸກ​ ໃນ​ເດືອນ​ພຶດສະພາ 2016 ທີ່​ຈະ​ມາ​ເຖິງ​ ເປັນ​ຕົ້ນ​​ໄດ້​ເຜີຍ​ແຜ່​ເອກະສານ​ ມະຕິຄຳ​ສັ່ງ​ຕ່າງໆ, ​ມາດຖານ​ເງື່ອນ​ໄຂຂອງ​ເມືອງ​ພົ້ນ​ທຸກ​ ​ໃຫ້​ພໍ່​ແມ່​ປະຊາຊົນໄດ້​ເຂົ້າ​ໃຈ, ​ການ​ກະກຽມທາງ​ດ້ານ​ເນື້ອ​ໃນ, ການ​ປ້ອງ​ກັນ​ຄວາມ​ສະຫງົບ​, ລົງ​ຊຸກຍູ້​ຂະ​ບວນການ​ ໃນ​ການ​​ກ້ອນ​ກຳລັງ​ເຂົ້າ​ຮ່ວມ​ ໃນ​ງານ​ດັ່ງກ່າວ ​ແລະ ຊຸກຍູ້​ຂະ​ບວນການກິລາ, ​ດ້ານ​ສິລະ​ປະ​ວັນນະຄະດີ​ຂອງ​ກຸ່ມ​ບ້ານ ​ແລະ ບັນດາ​ໂຮງຮຽນ ໃຫ້​ມີ​ການສະ​ແດງ, ພ້ອມ​ລະດົມ​ ປະຊາຊົນບັນດາ​ເຜົ່າ​ ນຳ​ເອົາ​ສິນຄ້າ​ທີ່​ຜະລິດດ້ວຍ​ພູມ​ປັນຍາ​ຂອງ​ຊາວບ້ານ​ມາ​ວາງສະ​ແດງ​.

khammuanທ່ານ ຄຳເພົ້າ ທອງເທພາຮັກເຈົ້າເມືອງໆບົວລະພາ​ ໃຫ້​ຮູ້ວ່າ: ເມືອງບົວລະພາແມ່ນໜຶ່ງໃນຈໍານວນ 10 ຕົວເມືອງ ຂອງແຂວງຄຳມ່ວນແລະເປັນເມືອງທີ່ຍັງທຸກຍາກເມືອງສຸດທ້າຍຂອງແຂວງ ຢູ່ຫ່າງຈາກເທສະບານແຂວງ ປະມານ 150 ກິໂລແມັດ. ໃນເມື່ອກ່ອນແມ່ນມີຄວາມຫຍຸ້ງຍາກ ໂດຍສະເພາະແມ່ນຖະໜົນຫົນທາງຍັງບໍ່ສະດວກ, ລະບົບຄົມມະນາຄົມຍັງມີຄວາມຫຍຸ້ງຍາກ ​​ໃນການຕິດຕໍ່ສື່ສານ, ຕາຄ່າໄຟຟ້າຍັງບໍ່ທົ່ວເຖິງ, ການດຳລົງຊີວິດ ຂອງປະຊາຊົນ ໃນເມື່ອກ່ອນຍັງປະຖົມປະຖານ ອາ​​ໄສ​ທຳມະຊາດເປັນຕົ້ນຕໍ. ​ມາຮອດປັດຈຸບັນ​​ ໂດຍການເອົາ​​ໃຈໃສ່ ຂອງອຳນາດການປົກຄອງທຸກຂັ້ນໄດ້ເຮັດໃຫ້ລະບົບພື້ນຖານໂຄງລ່າງ ໄດ້ຮັບການປັບປຸງດີຂຶ້ນ,ເສັ້ນທາງທຽວໄປມາຫາສູ່ມີຄວາມສະດວກສະບາຍ, ຕາຄ່າໄຟຟ້າ​​ເຂົ້າ​​ເຖິງປະຊາຊົນກວມ 86% ຂອງຈຳນວນບ້ານທັງໝົດ, ຊີວິດການເປັນຢູ່ຂອງປະຊາຊົນ ມີ​ການ​ປັບປຸງ​ດີ​ຂຶ້ນ ສະເລ່ຍລາຍຮັບຕໍ່ຫົວຄົນ ແມ່ນເກີນ 180.000 ກີບຕໍ່ຄົນຕໍ່ເດືອນໃນມາດຖານການຫລຸດພົ້ນອອກຈາກຄວາມທຸກຍາກ ໃນເຂດຊົນນະບົດ, ການຂະຫຍາຍລະບົບການສຶກສາ, ສາທາລະນະສຸກ,ໂຮງຮຽນ, ​ໂຮງໝໍ,​ ສຸກສາລາ ແມ່ນເຂົ້າ​​ເຖິງທຸກກຸ່ມບ້ານພາຍໃນເມືອງ. ພາຍຫລັງທີ່ໄດ້ມີການ ປະເມີນຄວາມທຸກຍາກ ຈາກຄະນະພັກ, ອຳນາດການປົກຄອງເມືອງບົວລະພາເລີ່ແຕ່ປີ 2010 ​ເປັນຕົ້ນມາຮອດ ປັດຈຸບັນ ເຫັນໄດ້ວ່າ ເມືອງບົວລະພາ ແມ່ນມີມາດຖານ, ​ເງື່ອນໄຂຄົບຖ້ວນ ຕາມມາດຖານຂອງການປະກາດ​​ເປັນເມືອງພົ້ນທຸກ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...