spot_img
Homeຂ່າວການພັດທະນາກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈະຈັດຫລາຍກິດຈະກຳ ສະຫລອງວັນຊັບສິນທາງປັນຍາໂລກ

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈະຈັດຫລາຍກິດຈະກຳ ສະຫລອງວັນຊັບສິນທາງປັນຍາໂລກ

Published on

ຂປລ. ວັນທີ 25 ເມສາ ນີ້, ທ່ານ ສຈ.ດຣ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ທັງເປັນປະທານ ສະພາວິທະຍາສາດແຫ່ງຊາດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບວັນຊັບສິນທາງປັນຍາໂລກ 26 ເມສາ ໂດຍມີບາງຕອນ ໃຫ້ຮູ້ວ່າ: ສປປ ລາວ ໄດ້ພ້ອມກັບບັນດາປະເທດສະມາຊິກ ອົງການຊັບສິນ ທາງປັນຍາໂລກ ຈັດງານສະເຫລີມສະຫລອງ ວັນຊັບສິນທາງປັນຍາໂລກ ພາຍໃຕ້ຄໍາຂວັນ “ການປະດິດ​ສ້າງ​ລະບົບ​ດີ​ຈີ​ຕອນ ​ແມ່ນ​ວັດທະນະທຳ​ແຫ່ງ​ຈິນຕະນາການ​ໃໝ່” ​ເຊິ່ງ​ເນັ້ນ​ໃຫ້​ເຫັນ​ເຖິງ ​ບົດບາດ​ຄວາມ​ສຳຄັນຂອງການ​ປະດິດ​ສ້າງ ​ແລະ ພັດທະນາ​ລະບົບ​ດີ​ຈີ​ຕອນ ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ທຸກໆ​ຂົງ​ເຂດ​ວຽກ​ງານ ​ເປັນ​ຕົ້ນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ ຂໍ້​ມູນ​ຂ່າວສານ​ລະບົບ​ດີ​ຈີ​ຕອນ ​ໃນ​ບັນ​ດາ​ຂະ​ແໜງ​ການ​ຕ່າງໆ ກໍ​ຄື​ໃນ​ຊີວິດ​ການ​ເປັນ​ຢູ່ຂອງ​ມວນ​ມະນຸດ ຈົນ​ກາຍ​ເປັນ​ວັດທະນະທຳ​ ໃນ​ຍຸກ​ປັດຈຸບັນ.

ສຳລັບງານສະ​ເຫລີ​ມສະຫລອງ​ວັນດັ່ງກ່າວ, ​ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 26 ​ເມສາ ນີ້, ຢູ່​ນະຄອນຫລວງ​ວຽງ​ຈັນ ​ໂດຍ​ມີ​ຫລາກ​ຫລາຍ​ກິດຈະກຳ ​ ເປັນ​ຕົ້ນວາງສະ​ແດງ​ ຊັບ​ສິນ​ທາງ​ປັນຍາ, ປາຖະກະຖາ, ສະ​ແດງ​ສິລະ​ປະ​ ວັນນະຄະດີ ​ແລະ ອື່ນໆ ເພື່ອສ້າງ​ຈິດ​ສຳນຶກ​ໃຫ້​ແກ່​ສັງຄົມ​ເຂົ້າ​ໃຈ ​ກ່ຽວ​ກັບພາລະ​ບົດບາດ ​ແລະ ຄວາມ​ສຳຄັນ ​ຂອງ​ວຽກ​ງານ​ຊັບ​ສິນ​ທາງ​ປັນຍາ, ​ເປັນ​ຕົ້ນ​ກ່ຽວ​ກັບ​ສິດທິ​ບັດ, ອະ​ນຸສິດທິ​ບັດ, ​ເຄື່ອງໝາຍ​ການ​ຄ້າ, ລິ​ຂະ​ສິດ ​ແລະ ຜົນງານ​ຊັບ​ສິນ​ທາງ​ປັນຍາ​ດ້ານ​ອື່ນໆ. ພ້ອມ​ນັ້ນ,​ ຍັງເປັນ​ການສະ​ແດງ ​ເຖິງ​ຄວາມ​ເຄົາລົບ ​ແລະ ຍ້ອງຍໍ​ ສັນລະ​ເສີນ​ຜົນງານ ​ແລະ ພູມ​ປັນຍາ​ຂອງ​ບັນດາ​ນັກ​ຄົ້ນຄວ້າ​ວິທະຍາສາ​ດ, ນັກ​ປະດິດ​ສ້າງ ​ແລະ ປະດິດ​ຄິດ​ແຕ່ງ ​ເພື່ອ​ຊຸກຍູ້​ສົ່ງ​ເສີມ​ການ​ການສ້າງສາແລະ ພັດທະນາ​ປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.

ສປປ ລາວ ໄດ້ເຂົ້າເປັນສະມາຊິກ ອົງການຊັບສິນທາງປັນຍາໂລກ ມາແຕ່ປີ 1995, ສາມາດບັນລຸ ຜົນງານໃນຫລາຍດ້ານ ​ເປັນ​ຕົ້ນ​ໃນປີ 1997 ໄດ້ເຄື່ອນໄຫວ ໃນໜ່ວຍງານການຮ່ວມມືຊັບສິນທາງປັນຍາອາຊຽນ, ​ປີ 1998 ໄດ້ເຂົ້າເປັນພາຄີສົນທິສັນຍາປາຣີ ວ່າດ້ວຍການປົກປ້ອງຊັບສິນທາງອຸດສາຫະກໍາ, ປີ 2006 ໄດ້ເຂົ້າເປັນພາຄີສົນທິສັນຍາ ວ່າດ້ວຍການຮ່ວມມືດ້ານສິດທິບັດ, ປີ 2012 ເປັນພາຄີສົນທິສັນຍາ​ເບີ​ນ ວ່າດ້ວຍການປົກປ້ອງສິລະປະວັນນະກໍາ, ເປັນເຈົ້າການສ້າງ ​ແລະ ປັບ​ປຸງກົດໝາຍ ວ່າ​ດ້ວຍ​ຊັບ​ສິນ​ທາງ​ປັນຍາ ​ແລະ ​ໄດ້​ສ້າງ​ລະບຽບ​ການ ​ເພື່ອ​ຈັດ​ຕັ້ງ​ປະຕິບັດກົດໝາຍ​ດັ່ງກ່າວ​ ໃຫ້​ສອດຄ່ອງ​ກັບລະບຽບ​ທາງ​ການ​ ດ້ານ​ຊັບ​ສິນ​ທາງ​ປັນຍາ​ຂອງ​ສາກົນ. ທີ່ສໍາຄັນ ໄດ້ສ້າງເງື່ອນໄຂໃຫ້ ສປປ ລາວ ໄດ້ເຂົ້າເປັນສະມາຊິກ ອົງການການຄ້າໂລກ ໃນວັນທີ 2 ມີນາ 2013 ແລະ ສ້າງ​ເງື່ອນ​ໄຂ​ຮອງ​ຮັບ​ ໃຫ້​ແກ່​ການ​ເຂົ້າ​ຮ່ວມ​ ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ກໍ​ຄື​ການ​ເຊື່ອມ​ໂຍງ​ເສດຖະກິດ​ ກັບ​ພາກ​ພື້ນ ​ແລະ ສາກົນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...