ຜູ້ຊາຍເຢັນຊາ ກັບ ຜູ້ຍິງຫຼິ້ນຕົວ ຕອນ 6

ອ່ານຕໍ່ຈາກວານນີ້

ນ້າໄດ້ຂັບລົດຈັກມາຮອດເຮືອນຂອງສັນຈອນ ທີ່ໜ້າຮ້ານຂາຍເຄື່ອງເຮືອນສັນຈອນ ນ້າ ໄດ້ສະເງີ້ສະແງ້ເບິ່ງຫາສັນຈອນແຕ່ກໍ່ບໍ່ເຫັນ ນ້າ ເຫັນພຽງຍິງໄວກາງຄົນຮ່າງອວບຜິວຂາວຄົນໜຶ່ງນັ່ງເຝົ້າຮ້ານເຊິ່ງນັ້ນກໍ່ເປັນແມ່ຂອງສັນຈອນ ເອງ ນ້າ ໄດ້ຍົກມືສະບາຍດີແມ່ ແລະ ກໍ່ຖາມຫາສັນຈອນ ແມ່ສັນຈອນໄດ້ບອກກັບນ້າວ່າ ສັນຈອນຢູ່ໃນເຮືອນເຂົ້າໄປຫາໂລດ ຈາກນັ້ນ ນ້າ ກໍ່ຍ່າງເຂົ້າປະຕູຮົ້ວໄປ ແລະ ມຸ່ງໜ້າໄປຫາສັນຈອນດ້ວຍຄວາມຕື່ນເຕັ້ນ ເມື່ອນ້າຍ່າງຮອດໜ້າປະຕູເຮືອນ ນ້າໄດ້ຢຸດນິ້ງໜ້ອຍໜຶ່ງ ນ້າໄດ້ຖອນຫາຍໃຈບາດໜຶ່ງ ເພື່ອກຽມຄວາມພ້ອມ ແລະ ທຳໃຈລ່ວງໜ້າ ແລ້ວ ນ້າກໍ່ມຸ່ງໜ້າເຂົ້າໄປ ແຕ່ເມື່ອລາວກ້າວເຂົ້າປະຕູເຮືອນໄປສິ່ງທີ່ລາວໄດ້ເຫັນ ເຮັດໃຫ້ລາວເກືອບຊັອກ ເມື່ອເຫັນສັນຈອນກຳລັງນັ່ງໂອບກອດຜູ້ຍິງຄົນໜຶ່ງດ້ວຍສີໜ້າແວວຕາທີ່ມີຄວາມສຸກ ແລະ ອົບອຸ່ນ ໂດຍທີ່ສັນຈອນບໍ່ເຫັນວ່ານ້າມາ, ນ້າຕົກໃຈໜ້າຈືດ ໃຈສັ່ນ ຢູ່ດີໆນ້ຳຕາກໍ່ຫຸ້ມປໍ້ຂຶ້ນມາໂດຍທັນທີ ນ້າໄດ້ຟ້າວຍ່າງອອກມາຈາກປະຕູເຮືອນ ຍ່າງກົ້ມໜ້າມຸ່ງໄປທີ່ລົດຈັກທີ່ຈອດໄວ້ໜ້າຮ້ານແລ້ວຟ້າວຈັບລົດຕິດອອກໄປໂດຍດ່ວນ ໂດຍທີ່ແມ່ສັນຈອນເອີ້ນຖາມນ້າກໍ່ບໍ່ໄດ້ຍິນ ແລະ ບໍ່ໄດ້ຕອບ ຄວາມຮູ້ສຶກ ນ້າຕອນນັ້ນເໝືອນຄົນທີ່ຜິດຫວັງຢ່າງໜັກ ນ້າຄິດເສຍໃຈໃຫ້ຕົວເອງບໍ່ໜ້າລຸດກຽດລົງໄປເພື່ອຈະເຮັດເລື່ອງບ້າໆ ແບບນີ້ເລີຍ ຜົນຮັບທີ່ໄດ້ມາມັນຟັງບໍ່ເຂົ້າທ່າ ຟັງຕັ້ງແຕ່ຍັງບໍ່ທັນໄດ້ບອກອອກໄປຈັກຄຳເລີຍ ທຸກຢ່າງມັນຊ່າງເສົ້າ ເໝືອນໂລກມືດມົນ ຫູຂອງນາງອື້ໃຜເວົ້າຫຍັງກໍ່ບໍ່ໄດ້ຍິນ ນ້າທັງຂັບລົດ ນ້ຳຕາກໍ່ໄຫລອອກມາຕໍ່ເນື່ອງ ພໍຂັບລົດມາຮອດເຮືອນ ນ່້າກໍ່ຟ້າວຍ່າງກົ້ມໜ້າເຂົ້າໄປໃນຫ້ອງນອນ ໂດຍທີ່ບໍ່ເງີຍໜ້າແນມເບິ່ງແມ່ລາວທີ່ຍ່າງສວນທາງມາເລີຍ ເມື່ອເຂົ້າໃນຫ້ອງນອນ ລາວຟ້າວອັດປະຕູໃສ່ລັອກທັນທີ ໄຟຫ້ອງກໍ່ບໍ່ເປີດ ນ້າ ໄດ້ໂນ້ມຕົວລົງນອນທີ່ບ່ອນ ໜ້າລາວມຸບໃສ່ໝອນ ແລະ ໄຫ້ ສຽງໄຫ້ດັງຄ່ອຍໆ ແຕ່ຄວາມເຈັບປວດສຸດຄຳບັນຍາຍ ຮອດໂມງກິນເຂົ້າແມ່ຂອງນ້າໄດ້ມາຮ້ອງໄປກິນເຂົ້າ ແມ່ລາວໄດ້ເຄາະປະຕູຮ້ອງນ້າຫຼາຍເທື່ອ ແຕ່ນ້າບໍ່ຕອບ ແມ່ນ້າກໍ່ຮູ້ສຶກອຸກໃຈ ເປັນຫ່ວງເລີຍຖາມນ້າວ່າ

ແມ່ຂອງນ້າ: ນ້າ! ລູກເປັນຫຍັງຄືມິດ! ລູກຄືບໍ່ເປີດໄຟຫ້ອງ! ລູກຄືບໍ່ລົງໄປກິນເຂົ້າ, ນ້າ! ລູກບໍ່ສະບາຍຫວາ ຕອບແມ່ແນ່ແມ່ເປັນຫ່ວງ

ແມ່ນ້າໄດ້ເຄາະປະຕູຫ້ອງຫຼາຍຄັ້ງ ນ້າກໍ່ເລີຍເງີຍໜ້າຂຶ້ນມາຈາກໝອນ ແລ້ວຍ່າງມາຕອບແມ່ດ້ວຍນ້ຳສຽງແຮບໆວ່າ: ລູກປວດຫົວໜ້ອຍໜຶ່ງ ແມ່ກິນເຂົ້າໂລດມື້ນີ້ລູກບໍ່ຢາກ

ແມ່ນ້າຮູ້ສຶກເປັນຫ່ວງນ້າຫຼາຍເລີຍຖາມຕໍ່ໄປອີກວ່າ: ສຍງລູກຄືແຮບໆ! ລູກກິນຢາໃສ່ລະບໍ່! ຕອນເດິກສິບໍ່ຫິວເຂົ້າຫວາ ໃຫ້ແມ່ຍົກເຂົ້າຂຶ້ນມາໄວ້ໃຫ້ເຈົ້າໃນຫ້ອງບໍ່

ນ້າເອົາມືເຊັດນ້ຳຕາແລ້ວຕອບແມ່ດ້ວຍສຽງແຮບໆອອກໄປອີກວ່າ: ເຮົາກິນຢາໃສ່ແລ້ວ! ເຮົາຢາກນອນພັກຜ່ອນ! ເຈົ້າບໍ່ຕ້ອງຍົກເຂົ້າຂຶ້ນມາໃຫ້ເຮົາເດີ້ ຖ້າເຮົາຢາກເຮົາຈະລົງໄປຊອກກິນເອງ

ແມ່ນ້າຖອນຫາຍໃຈ ແລະ ເວົ່າກັບນ້າຕໍ່ໄປອີກວ່າ: ຊັ້ນນອນພັກຜ່ອນສະ! ຂອງກິນແມ່ຈະຈົ່ງໄວ້ໃຫ້ ແລ້ວຢ່າລືມລົງມາກິນເດີ້! ເມື່ອເວົ້າສຸດ ແມ່ນ້າກໍ່ລົງໄປກິນເຂົ້າກັບພໍ່ຂອງນ້າທີ່ນັ່ງຖ້າກິນເຂົ້າຢູ່ໂຕະກິນເຂົ້າ ແລະ ໄດ້ເວົ້າເລື່ອງທີ່ນ້າບໍ່ສະບາຍ ແລະ ຄຳທີ່ລົມກັບລູກໃຫ້ຜູ້ເປັນພໍ່ຟັງ ພໍ່ນ້າກໍ່ມີສີໜ້າເປັນຫ່ວງ ຈາກນັ້ນພໍ່ກັບແມ່ນ້ຳກໍ່ພາກັນກິນເຂົ້າສອງຄົນ.

 

ວັນທີ່ພວມນັ່ງຫຼິ້ນໂທລະສັບຢູ່ຫ້ອງນອນ ລາວກໍ່ຄິດຮອດ ນ້າ ທັນທີ ລາວຄິດໄດ້ວ່າວັນນີ້ ນ້າຈະໄປສາລະພາບຮັກກັບສັນຈອນລາວເລີຍຕື່ນເຕັ້ນຢາກຮູ້ຜົນລັບຂອງໝູ່ວ່າຈະອອກມາເປັນແນວໃດ ວັນເລີຍສົ່ງ line ໄປຖາມນ້າວ່າ

line: ຈັ່ງໃດນ້າ! ໄປບອກຮັກມື້ນີ້ ອະມິໂນໂອເຄບໍ່! ສັນຈອນຕອບເພິ່ນກັບມາວ່າແນວໃດ ກິ່ວ!ກິ່ວ

ສຽງ line ຂອງນ້າດັງຂຶ້ນ ແຕ່ນ້າບໍ່ສົນໃຈຈະເປີດອ່ານ ວັນ ສົ່ງມາຖາມຫຼາຍເທື່ອແຕ່ນ້າກໍ່ມິດ ບໍ່ຕອບ ວັນເລີຍໂທຫາດ້ວຍຄວາມສົງໃສ ແລະ ເປັນຫ່ວງຢ້ານໝູ່ຖືກຫັກອົກໜ້າແຕກຜິດຫວັງກັບເຮືອນ ວັນໄດ້ໂທຫານ້າ ແຕ່ໂທເທົ່າໃດ ນ້າ ກໍ່ບໍ່ຮັບ ວັນເລີຍເຊົາໂທ ຈາກນັ້ນ ວັນກໍ່ໄດ້ຕັດສິນໃຈໂທໄປເລົ່າເລື່ອງຄວາມລັບສູດຍອດຂອງນ້າ ໃຫ້ນິງຟັງ ທຳອິດນິງໄດ້ຍິນກໍ່ຮູ້ສຶກອຶ້ງ ທັງວັນ ແລະ ນິງ ໄດ້ສົນທະນາກັນເລື່ອງນີ້ເກືອບທັງຄືນ

ນ້າ ໃຈລອຍຢູ່ເປັນອາທິດ ຈາກຍິງສາວທີ່ສົດໃສເໝືອນດອກໄມ້ບານ ກາຍເປັນຍິງສາວທີ່ເຫງົາຫງອຍປານດອກໄມ້ແຫ່ວໄກ້ລົ່ນ ສີໜ້າແວວຕາເຕັມໄປດ້ວຍຄວາມເສົ້າໃຜຖາມກະບໍ່ຢາກຕອບ ໃຜຍິ້ມໃສ່ກໍ່ບໍ່ຍິ້ມຕອບ ຈົນຄູ ແລະ ໝູ່ໃນຫ້ອງພາກັນແປກໃຈ ວັນ ກັບ ນິງ ກໍ່ເປັນຫ່ວງ ນ້າ ຈົນຮອດມື້ເລີກໂຮງຮຽນມື້ໜຶ່ງ ວັນ ກັບ ນິງ ເຫັນ ນ້າເປັນແນວນີ້ເລີຍອົດບໍ່ໄຫວ ຫຼັງຈາກເລີກຮຽນ ທັງສອງໄດ້ຟ້າວແກ່ແຂນ ນ້າ ໄປທີ່ຫຼັງຫ້ອງຮຽນແລ້ວຄັ້ນເອົາຄວາມຈິງຈາກ ນ້າ ແລ້ວນ້າກໍ່ເລົ່າເຫດການທັງໝົດໃຫ້ ວັນ ກັບ ນິງ ຟັງ ເຮັດໃຫ້ວັນກັບນິງຕ້ອງອຶ້ງ ພວກເຂົາມີຄວາມໂມໂຫ ແລະ ຄຽດແທນນ້າ ວັນກັບນິງວ່າຈະໄປເວົ້າກັບສັນຈອນໃຫ້ຮູ້ເລື່ອງ ວ່າເປັນຫຍັງຄືບໍ່ບອກວ່າຕົນເອງມີແຟນແລ້ວ ແຕ່ ນ້າ ຫ້າມໄວ້ບໍ່ໃຫ້ ນິງ ກັບ ວັນ ໄປເອົາເລື່ອງກັບສັນຈອນ ແລະ ຂໍໃຫ້ເລື່ອງນີ້ເປັນຄວາມລັບ ແລະ ຈົບພຽງເທົ່ານີ້ ສ່ວນນ້າເອງກໍ່ຈະທຳໃຈລືມ

ທີ່ຫ້ອງນອນທຸກຄືນ ນ້າ ໄດ້ເອົາບັນທຶກທີ່ຂຽນເຖິງສັນຈອນມາເປີດອ່ານ ແລະ ຂຽນບັນທຶກເລື່ອງລາວຄວາມເຈັບປວດຂອງຕົນເອງລົງບັນທຶກເຫຼັ້ມນີ້ໄວ້ທຸກຄືນ ດ້ວຍຫົວໃຈທີ່ຄິດຮອດ ແລະ ນ້ຳຕາກໍ່ໄຫລອອກມາໂດຍບໍ່ຮູ້ຕົວ

ທາງສັນຈອນເອງກໍ່ຮູ້ສຶກກະວົນກະວາຍໃຈ ງົງ, ສົງໃສ, ແປກໃຈ ວ່າເປັນຫຍັງ ຕົນເອງສົ່ງ line ໄປຫານ້າ, ສົ່ງ ເຟສບຸກໄປຫານ້າ, ໂທຫານ້າ ແລະ ຂຽນຂໍ້ຄວາມຝາກໄວ້ໃຫ້ນ້າທີ່ກ້ອງໂຕະ ນ້າ ຄືບໍ່ຕອບ ຄືຂາດການຕິດຕໍ່ໄປໂດຍບໍ່ມີເຫດຜົນ ສັນຈອນຮູ້ສຶກຫງຸດງິດໃຈ ນອນກໍ່ນອນບໍ່ລັບ ລາວຮູ້ສຶກໃຈແຜ່ວໆ ແບບບໍ່ເຄີຍເປັນມາກ່ອນ ລັບຕາລົງເທື່ອໃດກໍ່ເຫັນໜ້າ ນ້າລອຍໄປລອຍມາ ລາວຄິດໃນໃຈ ຫຼື ນີ້ມັນໝາຍເຖິງອາການຂອງ…

ອີກສອງສາມວັນຂ້າງໜ້າກໍ່ຈະຮອດວັນວາເລັນທາຍແລ້ວ ຕາມຮ້ານຄ້ານ້ອຍໃຫຍ່, ໃນຕະຫຼາດ, ຕາມຖະໜົນຫົນທາງເບິ່ງຮ້ານໃດກໍ່ຂາຍເຄື່ອງສຳລັບວັນແຫ່ງຄວາມຮັກ ບໍ່ວ່າຈະເປັນຕຸກກະຕາ, ເສື້ອຄູ່, ດອກໄມ້ ແລະ ອື່ນໆ ຟັງວິທະຍຸກໍ່ເປີດແຕ່ເພງຄວາມຮັກ, ເບິ່ງໂທລະພາບກໍ່ມີແຕ່ເລື່ອງຄວາມຮັກ, ຫຼິ້ນເຟສບຸກກໍ່ມີແຕ່ຄົນໂພສຕ໌ກ່ຽວກັບເລື່ອງຄວາມຮັກ ມັນຊ່າງເປັນຊ່ວງເວລາທີ່ທໍລະມານຂອງຄົນໂສດເຫຼືອເກີນ ໂດຍສະເພາະຄົນທີ່ຫາກໍ່ຜິດຫວັງກັບຄວາມຮັກ ມັນຍິ່ງຕອກຢ້ຳຄວາມເຫງົາເຂົ້າໄປຕື່ມອີກ

ຮອດວັນວາເລັນທາຍ ໂຮງຮຽນກໍ່ບໍ່ໄດ້ພັກ ແຕ່ນັກຮຽນສ່ວນຫຼາຍກໍ່ພັກກັນເອງ ໃນນັ້ນກໍ່ມີວັນ ກັບ ນິງ ຄົນມີຄູ່ກໍ່ຂາດຮຽນຄືກັນກັບນັກຮຽນທົ່ວໄປ ມື້ນີ້ໃນຫ້ອງຮຽນນັກຮຽນບາງຕາຫຼາຍ ສ່ວນນ້າກໍ່ມາໂຮງຮຽນຕາມປົກກະຕິ ເພາະບໍ່ຮູ້ສິໄປໃສບໍ່ມີຄົນຊວນໄປໃສແນ່ ໃນຂະນະທີ່ກຳລັງນັ່ງຮຽນຝົນພັດຕົກລົງມາແຮງ ຈົນເລີກຮຽນຝົນກໍ່ຍັງຕົກລົງມາບໍ່ເຊົາ ມັນຊ່າງຕົກລົງມາຖືກມື້ແທ້ໆ ເໝືອນຝົນຈະຮູ້ວ່າຕອນນີ້ກຳລັງມີຄົນອົກຫັກທີ່ລັກໄຫ້ໃນໃຈຢູ່ ນັກຮຽນສ່ວນຫຼາຍກໍ່ພາກັບກັບເຮືອນບາງຄົນຂີ່ລົດໃຫຍ່ມາຝົນຕົກກໍ່ບໍ່ຢ່້ານ ບາງຄົນກໍ່ມີເສື້ອກັນຝົນໃນກົ້ນລົດກໍ່ໃສ່ເມື່ອ ສ່ວນນ້າບໍ່ມີຫຍັງລາວເລີຍ ນັ່ງຖ້າໃຫ້ຝົນເຊົາຕົກກັບໝູ່ຮ່ວມຫ້ອງອີກ 5-6 ຄົນທີ່ລະບຽງໜ້າຫ້ອງ ກະວ່າຝົນເຊົາຕົກ ຫຼື ຝົນເອື້ອນແນ່ເລັກໜ້ອຍກໍ່ຈະຄ່ອຍຂີ່ລົດກັບ ໃນຂະນະທີ່ນ້ານັ່ງກົ້ມໜ້າເບິ່ງຮູບໃນໂທລະສັບທີ່ເຄີຍໄປທ່ຽວກັບໝູ່ທີ່ວັງວຽງ ລາວໄດ້ເລື່ອນຮູບເບິ່ງເລື່ອນໄປເລື່ອນໄປຢູ່ດີໆ ນ້າ ກໍ່ເຫັນເກີບ ເໝືອນມີຜູ້ຊາຍມາຍືນຢູ່ຕໍ່ໜ້າ ນ້າ ໄດ້ແນມເບິ່ງແຕ່ຕີນຄ່ອຍໄລ່ຂຶ້ນໄປເທື່ອລະໜ້ອຍ ປະກົດວ່າຜູ້ຊາຍທີ່ຢືນຢູ່ຕໍ່ໜ້າແມ່ນ

ຜູ້ຊາຍທີ່ຢືນຢູ່ຕໍ່ໜ້າ ນ້າ ແມ່ນໃຜ ມາລຸ້ນໄປນຳກັນ ມື້ອື່ນເປັນຕອນອາວະສານຂອງເລື່ອງແລ້ວຢ່າລືມຕິດຕາມກັນເດີ້

ແຕ່ງໂດຍ: ປັອກເລັກ ລາວໂພສຕ໌