Meizu M3 ເປີດໂຕຢ່າງເປັນທາງການໃນລາຄາເລີ່ມຕົ້ນພຽງ 740.000 ກີບ

0
1783

Meizu ໄດ້ປະກາດເປີດໂຕສະມາດໂຟນລຸ້ນສືບທອດຂອງ M2 ໃໝ່ ນັ້ນກໍຄື Meizu M3 ໂດຍມີການປັບປຸງຈາກລຸ້ນກ່ອນໜ້ານີ້ເລັກນ້ອຍ ແລະມິລາຄາເລີ່ມຕົ້ນພຽງແຕ່ 740.000 ກີບ

image

ສຳລັບ M3 ນັ້ນຈະໃຊ້ຊິບປະມວນຜົນ Mediatek MT6750 octa-core Cortex-A53 (4×1.5GHz, 4×1.0) ເຊິ່ງມາແທນທີ່ MT6735. ໂຕເຄື່ອງນັ້ນຈະມີຢູ່ 2 ໂມເດວໃຫ້ເລືອກໄດ້ແກ່ ໂມເດວ RAM 2GB, ROM 16GB ກັບອີກໂມເດວແມ່ນ RAM 3GB, ROM 32GB. ທັງ 2 ໂມເດວນັ້ນແມ່ນຮອງຮັບ microSD ຄືກັນ.

image

ໂຕເຄື່ອງຂອງ m3 ນັ້ນແມ່ນເຮັດດ້ວຍໂພລີຄາໂບເນດ, ມາພ້ອມຈໍຂະໜາດ 5 ນິ້ວ, ຄວາມລະອຽດ 1080 x 720 ພິກເຊວ (HD). ສຳລັບສິ່ງໃໝ່ທີ່ປ່ຽນແປງຈາກລຸ້ນເກົ່າຂອງ M3 ກໍຄືມີຈໍແບບ 2.5D. ສັດສ່ວນໂຕເຄື່ອງຢູ່ທີ່ 141.5 x 69.5 x 8.3 ມມ ແລະແບັດເຕີຣີກໍໃຫ້ມາ  2,870mAh ຖືວ່າໜ້າສົນໃຈກັບລາຄາສ່ຳນີ້

image

ໃນດ້ານຂອງກ້ອງຄື ກ້ອງຫຼັງມີຄວາມລະອຽດຢູ່ທີ່ 13 ລ້ານພະກເຊວ ພ້ອມກັບຄ່າ f/2.2 ແລະລະບົບກວດຈັບໂຟກັດອັດຕະໂນມັດ. ໃນດ້ານຂອງກ້ອງໜ້າແມ່ນມີຄວາມລະອຽດຢູ່ທີ່ 5 ລ້ານພິກເຊວ ຄ່າ f/2.0

image

ໜຶ່ງສິ່ງຂອງການປ່ຽນແປງໃນລຸ້ນໃໝ່ນີ້ກໍຄືຊິບປະມວນຜົນໃໝ່ທີ່ຮອງຮັບ LTE ທີ່ໃນປະເທດຈີນເອີ້ນວ່າ Full netcom. ສຳລັບການເຊື່ອມຕໍ່ອື່ນໆກໍຄືຮອງຮັບ Bluetooth, GPS ແລະ Wi-Fi a/b/g/n ແຕ່ບໍ່ຮອງຮັບ Wi-Fi ac.

ໂຕເຄຶ່ອງນັ້ນມີທັງໝົດ 6 ສີໃຫ້ເລືອກໄດ້ແກ່: ສີຟ້າ, ບົວ, ທອງ, ເທົາ, ຂາວ ແລະດຳ. ສຳລັບລາຄາຂອງ M3 ໂມເດວ RAM 2GB, ROM 16GB ແມ່ນ 599 ຢວນ (740.000 ກີບ) ໃນຂະນະທີ່ໂມເດວ  RAM 3GB, ROM 32GB ມີລາຄາຢູ່ທີ່ 799 ຢວນ (986.000 ກີບ). ຄາດວ່າຈະມີຂາຍແຕ່ສະເພາະປະເທດຈີນເທົ່ານັ້ນ

ທີ່ມາ:gsmarena