spot_img
Homeປະຊາສຳພັນວອນສັງຄົມຊ່ວຍເຫຼືອທ້າວ ຄຳໄມ ແລະ ລູກຊາຍ ໃນການຮັກສາອາການເຈັບປ່ວຍທໍລະມານຈາກບາດແຜໄຟໄໝ້

ວອນສັງຄົມຊ່ວຍເຫຼືອທ້າວ ຄຳໄມ ແລະ ລູກຊາຍ ໃນການຮັກສາອາການເຈັບປ່ວຍທໍລະມານຈາກບາດແຜໄຟໄໝ້

Published on

ແຈ້ງຂ່າວຊ່ວຍ
ວອນສັງຄົມຊ່ວຍເຫຼືອທ້າວ ຄຳໄມ ແລະ ລູກຊາຍ ໃນການຮັກສາອາການເຈັບປ່ວຍທໍລະມານຈາກບາດແຜໄຟໄໝ້
ທ່ານຍັງຄົງຈື່ຂ່າວ ທີ່ນ້ອງເມຍອະລະວາດ ເອົານ້ຳມັນຫົດຄີງ ແລ້ວ ອ້າຍເຂີຍມາຫ້າມ. ຈາກນັ້ນມີການຈູດໄຟ ເຮັດໃຫ້ໄຟໄໝ້ເຮືອນ ແລະ ອ້າຍເຂີຍໄດ້ຮັບບາດເຈັບໜັກ. ທີ່ເຄີຍເຜີຍແຜ່ໃນສື່ອອນລາຍ ໃນວັນທີ: 22 ເມສາ 2016 ທີ່ຜ່ານມາໄດ້ ຫຼື ບໍ່?
ຂ່າວນີ້ໄດ້ກັບນຳມາເປີດເຜີຍໃໝ່ອີກຄັ້ງຜ່ານເຟສບຸກທີ່ມີຊື່ວ່າ ຂ້ອຍຊື່ສາວໄກ່ ໃຈເຈົ້າຮູ້ດີ ໃນມື້ວັນທີ 24 ເມສາ 2015 ທີ່ຜ່ານມາ ໂດຍຕາງໜ້າໃຫ້ ຕ່າງໜ້າ ທີມງານສີ່ລໍ້ພານ້ອງສ້າງຝັນ ເນື້ອໃນຂຽນລະບຸໃຫ້ຮູ້ວ່າ
 ປັດຈຸບັນທ້າວ ຄຳໄມ ແລະ ລູກຊາຍໄດ້ອອກຈາກໂຮງໝໍແລ້ວ ຍ້ອນຄ່າຮັກສາປິ່ນປົວບໍ່ພຽງພໍ ພວກເຂົາທັງສອງໄດ້ກັບມາພັກຮັກສາຕົວຢູ່ເຮືອນ ຫຼາຍວັນແລ້ວ ແຕ່ອາການບໍ່ດີຂຶ້ນເລີຍມີແຕ່ນັບມື້ນັບຮ້າຍແຮງຂຶ້ນເລື້ອຍໆ ທາງຜູ່ເປັນເມຍ ນາງ ສາຍ ຢາກນຳລູກກັບຜົວໄປປິ້ນປົວທີ່ໂຮງໝໍອີກຄັ້ງ ແຕ່ກໍ່ບໍ່ມີເງິນ ເພາະຖານະທາງຄອບຄົວແມ່ນຢາກຈົນຫຼາຍ ອີກຢ່າງໜຶ່ງຄ່າໃຊ້ຈ່າຍການປິ່ນປົວພະເພດນີ້ແມ່ນມີຄ່າໃຊ້ຈ່າຍສູງສົມຄວນ ເງິນທີ່ໄດ້ຮັບການບໍລິຈາກຄັ້ງທຳອິດແມ່ນມີຈຳນວນເລັກໜ້ອຍ ເຊິ່ງເຮັດໃຫ້ບໍ່ພຽງພໍໃນການປິ່ນປົວ.
ສະນັ້ນ ນາງ ສາຍ ອາຍຸ 32ປີ ປັດຈຸບັນຢູ່ບ້ານ ນາມອນ ເມືອງ ກາສີ ແຂວງ ວຽງຈັນ ຈິ່ງຂໍວິງວອນມາຍັງສັງຄົມໃຫ້ການຊ່ວຍເຫຼືອໃນການຮັກສາໃນຄັ້ງນີ້ດ້ວຍ
ທ່ານໃດທີ່ມີເຈດຈຳນົງຢາກບໍລິຈາກເງິນສົມທົບໃນການປິ່ນປົວ ຫຼື ພາກສ່ວນໃດສາມາດຊ່ວຍດ້ານນະໂຍບາຍໃນການປິ່ນປົວໃນກໍລະນີນີ້ໄດ້ ຕິດຕໍ່ທີ່ ເບີເມຍຜູ້ເຈັບ 020 56095454 (ນາງ ສາຍ) ໄດ້.
ທ່ານສາມາດໂອນເງິນເຂົ້າໃນເລກບັນຊີ
ເລກບັນຊີ: 141120001207876001
ຊື່ບັນຊີ: Bouasay Ms.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...