Homeຂ່າວການພັດທະນາສະພາແຫ່ງຊາດ ມີມະຕິຮັບຮອງ ການດັດແກ້ແຜນລາຍຮັບ-ລາຍຈ່າຍຂອງລັດຖະບານ

ສະພາແຫ່ງຊາດ ມີມະຕິຮັບຮອງ ການດັດແກ້ແຜນລາຍຮັບ-ລາຍຈ່າຍຂອງລັດຖະບານ

Published on

ກະຊວງການເງິນ ໄດ້ສະເໜີສະພາແຫ່ງຊາດພິຈາລະນາດັດແກ້ຫລຸດແຜນລາຍຮັບງົບປະມານພາຍໃນຂອງສົກປີນີ້ລົງ 2,459ຕື້ກີບ ພ້ອມກັນນັ້ນກໍຫລຸດແຜນລາຍຈ່າຍລົງ 828 ຕື້ກີບ.
ຜ່ານການພິຈາລະນາຂອງສະພາແຫ່ງຊາດ ມາຮອດຕອນບ່າຍວັນທີ 22 ເມສາ 2016 ກອງປະຊຸມໄດ້ລົງຄະແນນເປັນເອກະພາບຮັບຮອງເອົາມະຕິການດັດແກ້ແຜນງົບປະມານແຫ່ງລັດ ໃນສົກປີ 2015-2016 ແລະ ແຜນງົບປະມານ 3 ເດືອນໄລຍະຂ້າມຜ່ານ ທີ່ສະເຫນີໂດຍກະຊວງການເງິນຄື:

+ຫລຸດແຜນລາຍຮັບຈາກ 26,159ຕື້ກີບ ມາເປັນ 23,700ຕື້ກີບ
+ຫຼຸດແຜນລາຍຈ່າຍລົງ ຈາກ 31,946ຕື້ກີບ ມາເປັນ 31,118 ຕື້ກີບ
+ຂາດດຸນ 7.418ຕື້ກີບ ເທົ່າກັບ6.43% ຂອງຈີດີພີ
ໃນໄລຍະຂ້າມຜ່ານສາມເດືອນ ຄາດຄະເນລວມຍອດລາຍຮັບພາຍໃນ ຈະໃຫ້ໄດ້ທັງຫມົດ 3,060ຕື້ກີບ ແລະ ລາຍຈ່າຍຈຳນວນ 3,560ຕຶ້ກີບ, ຂາດດຸນ 500 ຕື້ກີບ

ຂ່າວຈາກ: ຂ່າວເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...