spot_img
Homeຂ່າວພາຍ​ໃນ6 ເດືອນຕົ້ນປີ ລັດວິສາຫະກິດຖືຮຸ້ນລາວ ມີລາຍຮັບເພີ່ມຂຶ້ນກວ່າ 55%

6 ເດືອນຕົ້ນປີ ລັດວິສາຫະກິດຖືຮຸ້ນລາວ ມີລາຍຮັບເພີ່ມຂຶ້ນກວ່າ 55%

Published on

ຈາກ​ການ​ເອົາໃຈໃສ່​ຈັດ​ຕັ້ງປະຕິບັດ​ໜ້າທີ່​ວຽກ​ງານ​ຂອງ​ຕົນ ໃນ​ການ​ດຳເນີນ​ທຸລະ​ກິດ ໂດຍ​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ຄຸ້ມ​ຄອງຮັກສາ ແລະ ບໍລິຫານ​ຮຸ້ນ​ຂອງລັດຖະບານ​ຢູ່​ໃນ​ບັນດາ​ໂຄງການ ທີ່​ລັດ​ວິ​ສາ​ຫະ​ກິດ​ຖື​ຮຸ້ນ​ລາວ (​ລຮລ) ເຂົ້າ​ຮ່ວມ​ຖື​ຮຸ້ນ ແລະ ເຮັດ​ວຽກ​ກັບ​ບັນດາ​ຂາ​ຮຸ້ນ​ຕ່າງໆຢ່າງ​ເປັນ​ເຈົ້າ​ການ ກໍ່​ຄືການ​ມີສ່ວນ​ຮ່ວມ​ໃນ​ການ​ເອົາໃຈໃສ່​ຕິດຕາມ​ກວດກາ​ ບັນດາ​ໂຄງການ​ລົງທຶນ​ຂອງ​ລັດຖະບານ​ຢ່າງ​ຕັ້ງໜ້າ ເຊິ່ງ​ເຮັດ​ໃຫ້ການ​ດຳເນີນ​ທຸລະກິດ​ຂອງ ​ລຮລ ໄລຍະ 6 ເດືອນ ຕົ້ນ​ປີ 2015 ມີ​ລາຍ​ຮັບ​ເພີ່ມ​ຂຶ້ນ ເທົ່າ​ກັບ 55,5%.

ທ່ານ ​ດຣ. ສົມບູນ ມະໂນ​ລົມ ຜູ້ອຳນວຍການ​ລັດ​ວິ​ສາ​ຫະ​ກິດຖື​ຮຸ້ນ​ລາວ ກ່າວ​ວ່າ: ໃນ​ໄລຍະ 6 ເດືອນ​ຕົ້ນ​ປີ 2015 ຜ່ານ​ມາ ການດຳເນີນ​ທຸລະ​ກິດ​ຂອງ ​ລຮລ ເຫັນວ່າ ໄດ້​ມີ​ຜົນສຳເລັດ​ຫຼາຍ​ດ້ານ ເປັນຕົ້ນ​ແມ່ນ ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ໃນ 4 ໂຄງການ​ທີ່ ​ລຮລ ເຂົ້າ​ຮ່ວມ​ຖື​ຮຸ້ນຄື: ໂຄງການ​ໄຟຟ້າ​ນ້ຳ​ເທີນ 2 ໄຟຟ້າ ຄວາມ​ຮ້ອນ​ຫົງ​ສາ ໄຟຟ້າ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ແລະ ໂຄງການ​ໄຟຟ້າ​ນ້ຳ​ງຽບ 1 ນອກຈາກ​ນັ້ນ ຍັງມີ​ໂຄງການ​ທຸລະ​ກິດ​ຂີ້ເທົ່າ​ລອຍໃນ​ໂຄງການ​ຫົງ​ສາທີ່ ​ລຮລ ດຳເນີນ​ການຈັດຕັ້ງ​ປະຕິບັດ​ເອງ ເຊິ່ງ​ມາ​ຮອດ​ປັດຈຸບັນ ການ​ກະກຽມ​ວຽກ​ງານ​ຕ່າງໆ ເພື່ອ​ຮອງຮັບ​ການ​ຊື້-ຂາຍ​ຂີ້ເທົ່າ​ລອຍຢ່າງເປັນ​ທາງ​ການ ​ແມ່ນ​ປະຕິບັດ​ໄດ້ປະມານ 70% ໃນ​ໄລຍະ 6 ເດືອນ​ຕົ້ນ​ປີ 2015 ​ລຮລ ມີ​ລາຍຮັບ​ເງິນ​ປັນ​ຜົນ​ຈາກ​ໂຄງການ​ໄຟຟ້າ​ນ້ຳ​ເທີນ 2 ຈຳນວນ 7 ລ້ານໂດ​ລາ​ສະຫະລັດ ທຽບໃສ່​ແຜນ 6 ເດືອນ​ຕົ້ນ​ປີ​ແມ່ນ​ລື່ນ​ແຜນການ 55,5% (ຕົວ​ເລກ​ເງິນ​ປັນ​ຜົນຂອງ ​ລຮລ ແຕ່​ປີ 2011 ຮອດ​ປັດຈຸ​ບັນ​ມີ​ທັງ​ໝົດ 105.214.357 ໂດ​ລາ) ແລະ ໄດ້​ປະຕິບັດ​ພັນທະ​ອາກອນ​ຕ່າງໆ​ໃຫ້​ແກ່​ລັດ​ຖະບານ ຈຳນວນ 1.884.530 ໂດລາ ໃນ​ນັ້ນ ປະກອບ​ມີ​ອາກອນ ເງິນ​ປັນ​ຜົນ 7 ແສນ​ໂດ​ລາ ອາກອນ​ກຳໄລ 1.041.566 ໂດ​ລາ ແລະ ເງິນ​ປັນ​ຜົນ​ກຳໄລ​ຂອງ​ປີ 2014 ຈຳນວນ 142.964 ໂດ​ລາ ພ້ອມ​ນັ້ນ ກໍ່​ໄດ້​ຊຳລະ​ໜີ້​ເງິນ​ກູ້​ໃນໂຄງການ​ໄຟຟ້າ​ນ້ຳ​ເທີນ 2 ທັງຕົ້ນ​ທຶນ ແລະ ດອກ​ເບ້ຍ ຈຳນວນ 4.953.390 ໂດ​ລາ ອີກທັງ​ໄດ້​ຖອກ​ເງິນ​ຮຸ້ນ​ເຂົ້າ​ໃນ​ໂຄງການ​ໄຟຟ້າ​ຄວາມ​ຮ້ອນ​ຫົງ​ສາ ເຊ​ປຽນ-ເຊ​ນ້ຳ​ນ້ອຍ ແລະ ໂຄງການ​ໄຟຟ້າ​ນ້ຳ​ງຽບ 1 ຕາມ​ຊັດສ່ວນ​ການ​ຖື​ຮຸ້ນ​ເປັນ​ເງິນ​ທັງ​ໝົດ 30.819.448 ໂດ​ລາ​ສະຫະລັດ ນອກຈາກ 4 ໂຄງການ​ດັ່ງກ່າວ ​ລຮລ ຍັງ​ໄດ້​ປະຕິບັດ​ສຳເລັດ​ຫຼາຍໜ້າ​ວຽກ ເພື່ອ​ຮອງ​ຮັບ​ໃນ​ການດຳເນີນ​ທຸລະ​ກິດ​ຂີ້ເທົ່າ​ລອຍ ໃນໂຄງການ​ໄຟຟ້າ​ຫົງ​ສາ ເປັນຕົ້ນແມ່ນ ​ການ​ກໍ່ສ້າງ​ຫ້ອງ​ທົດ​ລອງ-ຫໍ​ພັກ​ພະນັກງານ ການ​ຈັດ​ຊື້-ຂາຍ ຈັດ​ຫາ​ອຸປະກອນ​ວິໄຈ​ຂີ້ເທົ່າລອຍ ແລະ ວຽກ​ງານ​ດ້ານ​ການຕະຫຼາດ ເພື່ອ​ແນໃສ່​ຊຸກຍູ້-ສົ່ງເສີມ​ການຈັດຕັ້ງ​ປະຕິບັດ​ໂຄງການ​ຕ່າງໆ​ ໃຫ້​ມີ​ຜົນສຳເລັດ ແລະ ສ້າງ​ລາຍ​ຮັບ​ເຂົ້າ​ງົບ​ປະມານ​ຂອງ​ລັດ ປະກອບສ່ວນ​ເຂົ້າໃນ​ການ​ພັດທະນາ​ເສດຖະກິດຂອງ​ຊາດ​ ໃຫ້​ມີ​ຄວາມ​ເຂັ້ມແຂງ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)