spot_img
Homeມູມໄອທີລາວຟີເຈິຣ໌ໃໝ່ Facebook Messenger ເຮັດ Group Call ໄດ້ 50 ຄົນພ້ອມກັນ

ຟີເຈິຣ໌ໃໝ່ Facebook Messenger ເຮັດ Group Call ໄດ້ 50 ຄົນພ້ອມກັນ

Published on

ອີກຄັ້ງໜຶ່ງທີ່ທາງ  Facebook ໄດ້ສ້າງຄວາມຮືຮາໄປທົ່ວໂລກກ່ຽວກັບການສ້າງ ຟີເຈິຣ໌ໃໝ່ Facebook Messenger ເຮັດ Group Call ໄດ້ 50 ຄົນພ້ອມກັນ ບອກໄດ້ເລີຍ Facebook ບໍ່ທຳມະດາແທ້ໆ!

ເມື່ອມໍ່ໆມານີ້ ທາງ Facebook ໄດ້ອອກປະກາດເປີດຕົວຟີເຈີຣ໌ໃໝ່ຂອງແອຟ Messengerທີ່ມີຊື່ວ່າ: Group-calling ທີ່ມີດີແບບບໍ່ທຳມະດາ ທີ່ສາມາດໂທປະຊຸມສາຍໄດ້ເຖິງ 50 ຄົນພ້ອມກັນ ລອງຄິດເຖິງການທີ່ນັກຮຽນທັງຫ້ອງ ຫຼື ພະນັກງານທຸກຄົນໃນບໍລິສັດຂະໜາດກາງ ປະຊຸມສາຍພ້ອມກັນໄດ້ງ່າຍໆ ຜ່ານມືຖືຂອງພວກເຂົາ ເຊິ່ງມັນອາດແມ່ນການສື່ສານໃໝ່ທີ່ມີປະໂຫຍດຫຼາຍ ແລະ ສຳລັບການໃຊ້ວຽກທາງດ້ານຄວາມບັນເທີງ ແລະ ທາງທຸລະກິດ ເຊິ່ງຟີເຈີຣ໌ນີ້ຈະຄ່ອຍອັບເດດໃຫ້ຜູ້ໃຊ້ສະມາດໂຟນທັງລະບົບ iOS ແລະ Android

ຕ້ອງບອກໄດ້ເລີຍວ່າປີນີ້ ເປັນປີທີ່ Facebook ບຸກໜ້າໜັກຫຼາຍ ບໍ່ວ່າຈະເປັນການເປີດຕົວຖ່າຍທອດສົດຜ່ານແອຟ Facebook ແລະ ຟີເຈີຣ໌ Group-calling ຜ່ານແອຟ Messenger ຖືວ່າເປັນຄວາມສຳເລັດທີ່ສຸດອີກຢ່າງໜຶ່ງຂອງ Facebook ມັນມີ Active user ຫຼາຍກ່ວາ 900 ລ້ານຄົນໃນແຕ່ລະເດືອນ ຄາດການກັນວ່າເປົ້າໝາຍຂອງຟີເຈີຣ໌ໃໝ່ນີ້ກໍ່ເພື່ອໃຫ້ຄົນໄດ້ໃຊ້ງານແອຟ Messenge ກັນຫຼາຍຂຶ້ນ.

ໃນວັນໜ້າຕ້ອງຕິດຕາມກັນຕໍ່ໄປວ່າ ມຸມໄອທີ ກັບ ລາວໂພສຕ໌ ຈະມານຳສະເໜີກ່ຽວກັບຫຍັງໃນຍຸກທີ່ທັນສະໄໝ ທີ່ຄົນຍຸກໄອທີຕ້ອງຮູ້ ຢ່າລືມຕິດຕາມກັນຕໍ່ໄປເດີ້

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...