spot_img
Homeຂ່າວການສຶກສາຊຽງຂວາງ ວາງຄາດໝາຍຕິດອັນດັບ 1 ໃນ 3 ວິຊາຄະນິດສາດ ມ.7

ຊຽງຂວາງ ວາງຄາດໝາຍຕິດອັນດັບ 1 ໃນ 3 ວິຊາຄະນິດສາດ ມ.7

Published on

ພາຍ­ຫຼັງ​ທີ່​ຄັດ​ເລືອກ​ໄດ້​ນັກ ຮຽນ​ເກັ່ງ​ຂັ້ນ ມ.4 ແລະ ມ.7 ທົ່ວແຂວງ​ຊຽງ​ຂວາງ​ໃນ​ກາງ​ເດືອນມີ­ນາ​ຜ່ານ​ມາ,

ທາງ​ແຂວງ​ໄດ້​ສືບ­ຕໍ່ຫ້າງ​ຫາ​ກະ­ກຽມ​ຄວາມ​ພ້ອມ​ດ້ານຕ່າງໆ ເພື່ອ​ນຳ­ພາ​ນັກ­ຮຽນ​ເກັ່ງທີ່​ເປັນ​ຕົວ​ແທນ​ໃຫ້​ແຂວງ​ຊຽງຂວາງ ເຂົ້າ​ໄປ​ສອບ­ເສັງ​ນັກ­ຮຽນ​ເກັ່ງ​ລະ­ດັບ​ຊາດ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ​ໃນ​ທ້າຍ​ເດືອນ​ເມ­ສາ​ນີ້​ໃຫ້​ໄປ​ຕາມ​ແຜນ­ທີ່​ໄດ້​ວາງ​ໄວ້.

ທ່ານ ໄຊ​ປັນ­ຍາ ໄຊ​ຍະ​ຈິດ ຫົວ ໜ້າ​ຂະ­ແໜງ​ມັດ­ທະ­ຍົມ​ສຶກ​ສາ​ພະ ແນກ​ສຶກ​ສາ​ທິ​ການ ແລະ​ກີ­ລາແຂວງ​ຊຽງ​ຂວາງ​ໄດ້​ກ່າວ​ລາຍ​ງານໃຫ້​ຮູ້​ວ່າ: ຫຼັກໆ​ທາງ​ແຂວງ​ໄດ້​ເລັ່ງ ໃສ່​ການ​ບຳ­ລຸງ​ນັກ­ຮຽນ​ເກັ່ງ​ເປັນ​ພິ­ເສດ​ໂດຍ​ການ­ຈັດ­ຕັ້ງ​ຄູ​ຜູ້​ທີ່​ມີ​ປະ­ສົບ ການ ແລະ​ມີ​ຄວາມ​ຊຳ­ນານ​ໃນການ​ສິດ­ສອນ​ໄປ​ບຳ­ລຸງ​ໃຫ້​ແກ່​ນັກ ຮຽນ​ເກັ່ງ​ຢ່າງ​ຕ່ຳ​ອາ­ທິດ​ລະ 1 ຫາ 2  ຊົ່ວ­ໂມງ ຢ່າງ​ເປັນ​ລະ­ບົບ​ຕໍ່ ເນື່ອງ, ແນະ­ນຳ​ໃຫ້​ນັກ­ຮຽນ​ເອົາ ໃຈ​ໃສ່​ຄົ້ນ​ຄ້ວ​າ​ບົດ­ຮຽນ​ຢ່າງ​ຈິງ​ຈັງ, ຮຽນ​ນຳ​ໝູ່­ຄູ່, ຄູ​ອາ­ຈານ​ສອນ ນັບທັງ​ພາກ​ວິ­ຊາ​ສະ­ເພາະ ແລະ​ຄວາມຮູ້​ຮອບ​ຕົວ, ທົບ​ທວນ​ບົດ­ຮຽນ​ເກົ່າ ທີ່​ໄດ້​ຮຽນ​ມາ​ແຕ່​ລະ​ຊັ້ນ​ຮຽນ​ທີ່​ມີ ຄວາມ​ກ່ຽວ​ພັນ ແລະ​ເຊື່ອມ​ໂຍງກັບ​ເນື້ອ​ໃນ​ບົດ­ຮຽນ​ໃນ​ປະ­ຈຸ​ບັນ​ໃຫ້​ມີ​ຄວາມ​ໝັ້ນ​ໃຈ. ສຳ­ລັບ​ລາຍ​ຊື່​ນັກ ຮຽນ​ເກັ່ງ​ແຕ່​ລະ­ວິ​ຊາ ແຕ່​ລະ​ຂັ້ນ ຮຽນ​ທີ່​ຕິດ​ອັບ​ດັບ​ໃນ​ເບື້ອງ​ຕົ້ນ​ເພື່ອກຽມ​ເຂົ້າ​ໄປ​ສອບ­ເສັງ​ນັກ­ຮຽນ​ເກັ່ງລະ­ດັບ​ຊາດ​ນັ້ນ ແມ່ນ​ບໍ່​ມີ​ການ​ປ່ຽນແປງ, ໃນ​ນັ້ນ​ຂັ້ນ ມ.7 ວິ­ຊາ​ຄະ­ນິດສາດ​ແມ່ນ ທ້າວ ວິ­ໄລ​ສອນວ່າງຈາກ​ໂຮງ­ຮຽນ​ມັດ­ທະ­ຍົມ​ຕອນ​ປາຍໂພນ​ສະ­ຫວັນ ເມືອງ​ແປກ, ວິ­ຊາພາ­ສາ​ລາວ Œ ວັນ­ນະ­ຄະ­ດີ ແມ່ນທ້າວ ລໍ່​ເຊ່ຍ ເຢຍ​ລົ່ງ​ຢ່າງ ຈາກໂຮງ­ຮຽນ​ມັດ­ທະ­ຍົມ​ຕອນ​ປາຍ ໂພນສະ­ຫວັນ ເມືອງ​ແປກ, ວິ­ຊາ​ຟີ​ຊິກ ສາດ ທ້າວ ສື​ທ່າວ ເນັ່ງ​ລໍ່​ທ່າວ ຈາກ ໂຮງ­ຮຽນ​ມັດ­ທະ­ຍົມ​ຕອນ​ປາຍ​ໂພນສະ­ຫວັນ ເມືອງ​ແປກ ເຊັ່ນ​ດຽວ​ກັນ, ສ່ວນ​ວິ­ຊາ​ເຄ​ມີ​ສາດ ແມ່ນ ທ້າວ ໄຊ​ຢ່າງ ຊົ້ງ​ເຢີ ຈາກ​ໂຮງ­ຮຽນ​ສາ ມັນ​ກິນ­ນອນ​ຊົນ­ເຜົ່າ​ແຂວງ. ສຳ­ລັບ ຂັ້ນ ມ.4 ວິ­ຊາ​ຄະ­ນິດ­ສາດ ແມ່ນ ທ້າວ ຫາ​ປໍ ຢ່າງ ຈາກ​ໂຮງ­ຮຽນ ມຕ ວຽງ​ທອງ ເມືອງ​ແປກ, ວິ­ຊາພາ­ສາ​ລາວ Œ ວັນ­ນະ­ຄະ­ດີ ແມ່ນ ນາງ ຈັນ​ສອນ ຈັນ­ທະ​ວົງ ຈາກ​ໂຮງ­ຮຽນ ມສ ລາດ​ຄ້າຍ ເມືອງ​ຜາ​ໄຊ, ວິ­ຊາຟີ​ຊິກ​ສາດ ທ້າວ ຊົ່ງ​ລໍ່ ຈົວ ຈາກໂຮງ­ຮຽນ ມຕ ນາ​ມ້າ ເມືອງ​ແປກ, ສ່ວນ​ວິ­ຊາ​ເຄ​ມີ​ສາດ ແມ່ນ ທ້າວນ້ອຍ ຈາກ​ໂຮງ­ຮຽນ ມສ ໜອງເປັດ ເມືອງ​ແປກ ເຊັ່ນ​ດຽວ​ກັນ.

ທ່ານ ໄຊ​ປັນ­ຍາ ໄຊ​ຍະ​ຈິດ ຫົວ ໜ້າ​ຂະ­ແໜງ​ມັດ­ທະ­ຍົມ​ສຶກ​ສາ​ພະແນກ​ສຶກ​ສາ​ທິ​ການ ແລະ​ກີ­ລາແຂວງ​ຊຽງ​ຂວາງ ຍັງ​ໃຫ້​ຮູ້​ຕື່ມ ອີ​ກວ່າ ສຳ­ລັບ​ພາ­ຫະ­ນະ​ເດີນ­ທາງ ແລະ​ງົບ­ປະ­ມານ​ຮັບ​ໃຊ້​ຈຳ­ນວນ​ໜຶ່ງ ແມ່ນ​ມີ​ຄວາມ​ພ້ອມ​ແລ້ວ ຄາດ​ວ່າ ຈະ​ນຳ­ພາ​ນັກ­ຮຽນ​ເກັ່ງ​ອອກ​ເດີນທາງ​ວັນ​ທີ 23 ເມ­ສາ​ນີ້ ເພື່ອ​ໃຫ້ ນັກ​ສອບ​ໄດ້​ພັກ­ຜ່ອນ​ເກັບ​ຕົວ​ກ່ອນມື້​ສອບ­ເສັງ 1 ວັນ, ສະ­ຫຼຸບ​ລວມ ແລ້ວ​ຂະ​ບວນ​ການ​ກະ­ກຽມ​ຄວາມ ພ້ອມ​ເຂົ້າ​ຮ່ວມ​ສອບ­ເສັງ​ນັກ­ຮຽນ ເກັ່ງ​ລະ­ດັບ​ຊາດ​ຂັ້ນ ມ.4 ແລະ ມ.7 ສົກ­ຮຽນ 2015-2016 ສຳລັບ​ແຂວງ​ຊຽງ​ຂວາງ ມາ​ຮອດ​ປະຈຸ​ບັນ ແມ່ນ​ມີ​ຄວາມ​ພ້ອມ​ແລ້ວ​ຮ້ອຍເປີ­ເຊັນ ແລະ​ວາງ​ຄາດ­ໝາຍ​ຜົນ ການ​ສອບ­ເສັງ​ນັກ­ຮຽນ​ເກັ່ງ​ສຳ­ລັບ ວິ­ຊາ​ຄະ­ນິດ­ສາດ​ຂັ້ນ ມ.7 ຈະ​ໃຫ້ ຕິດ​ອັນ​ດັບ 1 ໃນ 3, ເພາະ​ໃນ​ແຕ່ລະ​ປີ­ຜ່ານ­ມາ​ແຂວງ​ຊຽງ​ຂວາງ​ກໍ ໄດ້​ສົ່ງ​ຕົວ​ແທນ​ນັກ­ຮຽນ​ເກັ່ງ​ເຂົ້າ ສອບ­ເສັງ​ລະ­ດັບ​ຊາດ ແລະ​ເຄີຍຍາດ​ໄດ້​ອັນ​ດັບ​ທົ່ວ​ປະ­ເທດ.

ຂ່າວຈາກ: 

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...