spot_img
Homeຂ່າວຕ່າງປະເທດວິ​ໄຈ​ເຜີຍ​ຊາວ​ໂລກ 2.200 ລ້ານ​ຄົນ ສ່ຽງຕິດພະຍາດ​ຊິ​ກາ ໂດຍ​ອາກາດ​ຮ້ອນ​ປັດ​ໄຈ​ຫຼັກ

ວິ​ໄຈ​ເຜີຍ​ຊາວ​ໂລກ 2.200 ລ້ານ​ຄົນ ສ່ຽງຕິດພະຍາດ​ຊິ​ກາ ໂດຍ​ອາກາດ​ຮ້ອນ​ປັດ​ໄຈ​ຫຼັກ

Published on

​ເມື່ອ​ວັນ​ທີ 21 ​ເມສາ 2016 ບີ​ບີ​ຊີ​ລາຍ​ງານ​ວ່າ ມີ​ຄົນ​ຫຼາຍ​ກວ່າ 2.200 ລ້ານ​ຄົນ ທີ່​ອາ​ໄສ​ຢູ່​ໃນ​ພື້ນ​ທີ່​ທີ່​ໄວຣັສຊິ​ກາ​ສາມາດ​ແພ່​ລະບາດ​ໄດ້ ​ໂດຍ​ໄວຣັສຊິ​ກາ​ທີ່​ມີ​ຍຸງ​ລາຍ​ເປັນ​ພາຫະ​ຈູດ​ຂະ​ນວນ​ໃຫ້​ເກີດ​ພາວະ​ສຸກ​ເສີນ​ດ້ານ​ສາທາລະນະ​ສຸກ​ໄປ​ທົ່ວ​ໂລກ​ໃນ​ປີນີ້.

​ເມື່ອ​ອາທິດ​ທີ່​ຜ່ານ​ມາ ສຳນັກງານ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ໂຣຂອງ​ສະຫະລັດ​ອາ​ເມ​ລິ​ກາ (ຊີ​ດີ​ຊີ) ຢືນຢັນ​ວ່າ​ໄວ​ຣັສຊະນິດ​ນີ້​ສາມາດ​ກໍ​ໃຫ້​ເກດ​ຄວາມ​ຜິດ​ປົກກະຕິ​ແຕ່​ກຳ​ເນີ​ດ​ໄດ້ ຂະນະ​ທີ່​ຜົນ​ການ​ວິ​ໄຈ​ຫຼ້າ​ສຸດສະ​ແດງ​ໃຫ້​ເຫັນ​ວ່າການ​ແພ່​ລະບາດ​ຂອງ​ໄວ​ຣັສຊິ​ກາ​ມີຄວາ​ມຊັບຊ້ອນ​ຫຼາຍ​ກວ່າ​ພຽງ​ແຕ່​ສະຖານ​ທີ່​ທີ່​ຍຸງ​ສາມາດ​ຢູ່​ອາ​ໄສ​ໄດ້​ໂດຍ ດຣ. ​ໂອ​ລິ​ເວີ ​ເບ​ດີ ນັກວິ​ໄຈ​ຈາກ​ມະຫາວິທະຍາ​ໄລ​ອອກສຟອດສ ປະ​ເທດ​ອັງກິດ​ລະບຸ​ວ່າ ​ແຜນ​ທີ່​ຄາດ​ການ​ພື້ນທີ່​ແພ່​ລະບາດ​ຂອງ​ຊີ​ກາ​ຜົນງານ​ທຳ​ອິດ​ທີ່ອ​ອກມາ​ຄືການ​ໃຊ້​ຂໍ້​ມູນ​ຈາກ​ການ​ແພ່​ລະບາດ​ຂອງ​ໂລກ​ທີ່​ມ່ພາຫະ​ເປັນ​ຍຸງ​ລາຍ​ຄ້າຍ​ກັບ​ຊິ​ກາ​ຄື​ໂລກ​ໄຂ້​ເລືອດ​ອອກ ຫຼື ຊິ​ຄຸນ​ກຸນ​ຢາ.

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...