Homeນານາສາລະວິທີເອົາຊີວິດລອດຈາກເຫດການໄຟໄໝ້ ຮູ້ໄວ້ໄດ້ປະໂຫຍດ

ວິທີເອົາຊີວິດລອດຈາກເຫດການໄຟໄໝ້ ຮູ້ໄວ້ໄດ້ປະໂຫຍດ

Published on

ຮູ້ ຫຼື ບໍ່ວ່າ ຄັວນໄຟຈາກເຫດການໄຟໄໝ້ນັ້ນ ສາມາດຂ້າຊີວິດທ່ານໄດ້ ເພາະພາຍໃນເວລາ 1 ວິນາທີ ຄວັນໄຟສາມາດລອຍສູງຂຶ້ນໄປເຖິງ 3 ແມັດ ແລະ ພາຍໃນ 1 ນາທີ ຄວັນໄຟສາມາດລອຍຂຶ້ນສູງເທົ່າກັບຕຶກສູງ 60 ຊັ້ນ ດັ່ງນັ້ນ ທັນທີທີ່ເກີດໄຟໄໝ້ ຄວັນໄຟຈະປົກຄຸມຮອບໆຕົວທ່ານໂດຍໄວ ເຮັດໃຫ້ທ່ານເສຍຊີວິດດ້ວຍການສະມັກຄັວນໄຟຕາຍກ່ອນໄຟຈະມາຮອດຕົວທ່ານ

01_110

ກ່ຽວກັບເລື່ອງນີ້ ລາວໂພສຕ໌ເລີຍມີສາລະຄວາມຮູ້ດີໆກ່ຽວກັບການ ວິທີການເອົາຊີວິດລອດຈາກເຫດການໄຟໄໝ້ມານຳສະເໜີໃຫ້ທຸກທ່ານໄດ້ສຶກສາໄວ້ ເພື່ອວັນຂ້າງໜ້າທ່ານອາດໄດ້ໃຊ້ຊ່ວຍເຫຼືອຕົວເອງ ຫຼື ຄົນອື່ນ ເຊິ່ງຈະມີແນວໃດນັ້ນເຮົາມາອ່ານກັນເລີຍ.

ກໍລະນີທີ່ທ່ານຢູ່ໃນຈຸດທີ່ເກີດເຫດໄຟໄໝ້ເປັນເຂດຊຸມຊົນແອອັດ ຫຼື ໃນສະຖານທີ່ໃນພັບໃນບາ ຫຼື ບ່ອນຕ່າງໆ ສິ່ງທຳອິດທີ່ທ່ານຄວນເຮັດໃນຍາມເກີດໄຟໄໝ້ຄືຕ້ອງຕັ້ງສະຕິຕົວເອງກ່ອນ ຢ່າຕົກໃຈເກີນເຫດ ຈາກນັ້ນກໍ່ແນມຫາທາງອອກເຊັ່ນ: ສັງເກດເບິ່ງຕຳແໜ່ງຂັນໄດໜີໄຟ, ປະຕູ, ປ່ອງຢ້ຽມ ແລະ ເສັ້ນທາງໜີໄຟອື່ນທີ່ມີ ທ່ານຈະຕ້ອງກວດໃຫ້ແນ່ໃຈກ່ອນວ່າທາງໜີໄຟນັ້ນບໍ່ປິດ ຫຼື ມີສິ່ງກີດຂວາງໄວ້ ແລະ ສາມາດອອກໄປໄດ້ຢ່າງປອດໄພແທ້ຈິງ

ວິທີການຊ່ວຍເຫຼືອຕົວເອງເບື້ອງຕົ້ນ ເມື່ອພົບເຫດໄຟໄໝ້

081018a-fire

1. ຕ້ອງຄວບຄຸມສະຕິໃຫ້ໄດ້ ຢ່າຕື່ນຢ້ານຈົນເຮັດສິ່ງໃດບໍ່ຖືກ ໃຫ້ທ່ານຟ້າວອອກຈາກບ່ອນມີໄຟໄໝ້ທັນທີ ຢ່າເສຍເວລາກວດສອບວ່າມີບ່ອນໄໝ້ຢູ່ບ່ອນໃດ

081018c-fire2. ຫາກໄຟໄໝ້ຂະໜາດນ້ອນພໍທີ່ຈະດັບເອງໄດ້ໃຫ້ໃຊ້ຖັງມອດໄປມອດໄຟ ຫຼື ຫາກບໍ່ມີກໍ່ໃຫ້ໃຊ້ນ້ຳ ຫຼື ສິ່ງທີ່ສາມາດມອດໄຟໄດ້ເຮັດໄປກ່ອນ ຖ້າຍັງບໍ່ມອດກໍ່ຟ້າວອອກຈາກສະຖານທີ່ນັ້ນແຕ່ກ່ອນຈະອອກໄປທ່ານຄວນປິດປະຕູຫ້ອງທີ່ເກີດໄຟ(ຖ້າເຮັດໄດ້) ເພື່ອໃຫ້ເກີດພາວະອັບອາກາດ ວິທີນີ້ຈະຊ່ວຍໃຫ້ໄຟໄໝ້ຊ້າລົງ ເຮັດໃຫ້ງ່າຍຕໍ່ການມອດໄຟ ແຕ່ທ່ານຕ້ອງແນ່ໃຈວ່າບໍ່ມີໃຜຢູ່ໃນເຮືອນແລ້ວຟ້າວແລ່ນອອກມາ ແລະ ໂທແຈ້ງ 1190 ໜ່ວຍມອດໄຟມາຊ່ວຍດ່ວນ 

081018h-fire

 3. ຫາກຢູ່ໃນອາຄານທີ່ມີໄຟໄໝ້ ກ່ອນຈະເປີດປະຕູຕ້ອງແຕະລູກບິດກ່ອນ ໂດຍການນັ່ງຊັນເຂົ່າໃຫ້ໜັ້ນຄົງຫຼັງປະຕູ ແລ້ວໃຊ້ຫຼັງມືແຕະທີ່ລູກບິດປະຕູ ຖ້າມີຄວາມຮ້ອນສູງສະແດງວ່າມີເພີງໄໝ້ນອກຫ້ອງ ຫຼື ບໍລິເວນໃກ້ໆ ດັ່ງນັ້ນຢ່າເປີດປະຕູໂດຍເດັດຂາດ ແຕ່ຫາກລູກບິດບໍ່ຮ້ອນໃຫ້ຄ່ອຍໆບິດອອກຊ້າໆ ໂດຍໃຊ້ໄຫລ່ຄອຍດັນປະຕູໄວ້ ຫາກເຮັດໄດ້ຄວນຫາຜ້າຈຸ່ມນ້ຳອັດດັງໄວ້ ຫຼື ຜ້າຜືນໃຫຍ່ຈຸ່ມນ້ຳຊຸ່ມໆມາຫໍ່ຕົວໄວ້ປິດດັງໄວ້ນຳ

 4. ຫາກທ່ານຕ້ອງພົບກັບຄວັນໄຟທີ່ປົກຄຸມ ໃຫ້ໃຊ້ວິທີຄານຕ່ຳໆ ແລະ ໜີໄປຕາມທາງອອກ ເພາະອາກາດທີ່ພໍຫາຍໃຈໄດ້ຈະຢູ່ດ້ານລຸ່ມເໜືອພື້ນບໍ່ເກີນ 1 ສອກ ເນື່ອງຈາກຜູ້ເສຍຊີວິດ ຫຼື ໄດ້ຮັບບາດເຈັບຮ້ອຍລະ 90 ເປັນຜົນມາຈາກການສະມັກຄວັນ ເພາະຄາດອົກຊີເຈນ ທ່ານອາດໃຊ້ຖົງຢາງພລາສຕິກໃສຂະໜາດໃຫຍ່ຕັກອາກາດ ແລະ ຄຸມໃສ່ຫົວໜີຜ່າຄວັນໄຟອອກໄປ ເພາະການຄານຕ່ຳຈະບໍ່ສາມາດເຮັດໄດ້ໃນກໍລະນີທ່ານຢຸ່ເທິງຊັ້ນສອງ ຫຼື ຊັ້ນທີ່ສູງກ່ວານັ້ນ.

081018f-fire

5. ຢ່າໃຊ້ລິບ ແລະ ຂັ້ນໄດເລື່ອນເມື່ອເວລາເກີດໄຟໄໝ້ເດັດຂາດ ເພາະອຸປະກອນເຫຼົ່ານີ້ຈະຢຸດການເຮັດວຽກທັນທີເນື່ອງຈາກບໍ່ມີກະແສໄຟ ທ່ານຄວນໜີອອກທາງຂັ້ນໄດ ຫຼື ທາງອື່ນທີ່ສາມາດໄປໄດ້ເທົ່ານັ້ນ

5

6. ຫາກຕິດຢູ່ໃນຫ້ອງທີ່ມີໄຟທີ່ກຳລັງໄໝ້ອ້ອມຮອບແລະ ທ່ານຢູ່ທີ່ອາຄານສູງໃຫ້ໂທແຈ້ງໜ່ວຍກູ້ໄພມາຊ່ວຍແລະບອກຈຸດທີ່ທ່ານຢູ່ໃຫ້ຊັດເຈນ ຈາກນັ້ນກໍ່ຫາທາງຊ່ວຍຕົວເອງກ່ອນໂດຍການປິດປະຕູຫ້ອງໃຫ້ສະຫນິດ ຫາຜ້າໜາໆຊຸບນ້ຳແລ້ວຍັດຕັນຊ່ອງທີ່ຄັວນເຂົ້າໄດ້ ເຊັ່ນ: ກ້ອງປະຕູ, ຊ່ອງລົມຕ່າງໆ ປິດພັດລົມ ແລະ ເຄື່ອງປັບອາກາດ ແລ້ວເປີດປ່ອງຢ້ຽມເພື່ອສົ່ງສັນຍານໃຫ້ຄົນມາຊ່ວຍດ້ວຍການໂບກຜ້າ ແລະ ຮ້ອງໃຫ້ຄົນມາຊ່ວຍ ທັງນີ້ເພື່ອໃຫ້ຄົນນອກອາຄານຮູ້ຕຳແໜ່ງທີ່ແນ່ນອນ

081018g-fire

7. ຫາກມີໄຟລາມຕິດຕົວຢ່າແລ່ນເດັດຂາດ ເພາະຖ້າແລ່ນໄຟກໍ່ຍິ່ງລຸກລາມ ໃຫ້ທ່ານຢຸດນິ້ງ ແລະ ລົ່ມຕົວນອນ ກັບພື້ນທັນທີ ແລ້ວໃຫ້ເອົາມືປິດໜ້າ ແລະ ກິ້ງທັບເສື້ອຜ້າທີ່ຕິດໄຟຈົນດັບ

081018e-fire

8.ຖ້າໜີອອກມາໄດ້ແລ້ວ ບໍ່ຄວນກັບເຂົ້າໄປໃນອາຄານທີ່ໄໝ້ອີກ ຫາກຍັງມີຄົນຕິດຢູ່ໃນອາຄານ ໃຫ້ແຈ້ງເຈົ້າໜ້າທີ່ດັບເພີງຊາບ ເພື່ອໃຫ້ເຈົ້າໜ້າທີ່ເຂົ້າໄປຊ່ວຍເຫຼືອຄົນທີ່ຕິດຢູ່

ເພື່ອເຮັດໃຫ້ທ່ານເຂົ້າໃຈງ່າຍຂຶ້ນເຮົາມີວິດີໂອສາທິດ ແຕ່ວິດີໂອນີ້ໃຫ້ສຽງເປັນພາສາໄທ ເພື່ອເຮັດໃຫ້ທ່ານເຂົ້າໃຈໃນການສື່ສານດ້ານພາສາຫຼາຍຂຶ້ນ
ຫົວຂໍ້ເທີ່ມີປະໂຫຍດແບບນີ້ ອ່ານແລ້ວຢ່າລືມແຊຣ໌ຕໍ່ໃ
ຫ້ໝູ່ຮູ້ນຳເດີ້

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...