spot_img
Homeຂ່າວທ້ອງຖິ່ນສະຫລຸບອຸບັດຕິເຫດໄລຍະເທສະການບຸນປີໃໝ່ລາວ 2016 ທີ່ ແຂວງສະຫວັນນະເຂດ

ສະຫລຸບອຸບັດຕິເຫດໄລຍະເທສະການບຸນປີໃໝ່ລາວ 2016 ທີ່ ແຂວງສະຫວັນນະເຂດ

Published on

ອຸບັດຕິເຫດໄລຍະເທສະການບຸນປີໃໝ່ລາວ 2016 ທີ່ ແຂວງສະຫວັນນະເຂດ ມີຄົນເສຍຊີວິດ 3 ຄົນ
ຈາກການເກັບກຳສະຖິຕິອຸບັດຕິເຫດຕາມທ້ອງຖະໜົນໄລຍະ 7 ວັນອັນຕະລາຍເລີ່ມແຕ່ວັນທີ 11 ເຖິງ 17 ເມສາ ປີ 2016 ໃນການຫລິ້ນບຸນປີໃໝ່ຂອງປະຊາຊົນຊາວພຸດພາຍໃນແຂວງ ສະຫວັນນະເຂດ ເຫັນວ່າສະຖິຕິອຸບັດຕິເຫດເກີດຂຶ້ນມີທັງໝົດ 39 ລາຍ, ໃນຈຳນວນນີ້ມີຜູ້ເສຍຊີວິດ 3 ຄົນ, ຍິງ 1 ຄົນ.

ຈາກການລາຍງານຂອງທ່ານ ພັນຕີ ນີວັນ ຈູມມະນີວົງ ຮອງຫົວໜ້າພະແນກຕຳຫລວດຈະລາຈອນແຂວງ ສະຫວັນນະເຂດ ເມື່ອວັນທີ 19 ເມສາ ນີ້ນັກຂ່າວພວກເຮົາວ່າ: ສຳລັບປີ 2016 ນີ້ພາກສ່ວນທີ່່ກ່ຽວຂ້ອງໄດ້ມີການວາງແຜນ ແລະ ເຮັດວຽກຢ່າງໜັກໂດຍການລົງໂຄສະນາກົດລະບຽບຈະລາຈອນ, ຍົກໃຫ້ເຫັນຜົນຮ້າຍ ແລະ ຜົນເສຍຫາຍຂອງການເກີດອຸບັດຕິເຫດ ແລະ ອື່ນໆ ຕາມສະຖານທີ່ໆມີຄົນຈຳນວນຫລາຍເປັນຕົ້ນ: ສະຖາບັນການສຶກສາ ແລະ ໂຮງຈັກໂຮງງານ; ແຕ່ງໜ່ວຍໂຄສະນາກໍຄືນຳໃຊ້ລົດຕິດເຄື່ອງກະຈາຍສຽງໂຄສະນາຕາມຖະໜົນບ່ອນທີ່ເຫັນວ່າມີ ການສັນຈອນແອອັດ ແລະ ສັບສົນ, ແຕ່ງກຳລັງສະເພາະລົງປະຈຳແຕ່ລະຈຸດເປັນຕົ້ນ: ບັນດາແຍກຕ່າງໆທີ່ເຫັນວ່າເປັນຈຸດສ່ຽງການເກີດອຸປະຕິເຫດ ແລະ ບັນດາປ້ອມທີ່ມີການວາງໄວ້ແຕ່ລະຈຸດ, ມີການແຈກແຜ່ນພັບເຊິ່ງມີເນື້ອໃນກຽວກັບການຂັບຂີ່ທີ່ບໍລະເມີດກົດຈໍລະຈອນ ແລະ ອື່ນໆ. ໄລຍະຫຼິ້ນບຸນແມ່ນຕັ້ງສາຍກວດຕາມເສັ້ນທາງສຳຄັນກໍຄື: ທາງເລກ 9 ແລະເລກທີ 13 ຫາກພົບເຫັນລົດຄັນໃດນຳເອົາຖັງທີ່ບັນຈຸນ້ຳຂຶ້ນລົດ (ນ້ຳສີ ຫລືນ້ຳອື່ນໆບັນຈຸໃສ່ຖົງຢາງ) ແມ່ນຈະໄດ້ຖອກຖີ້ມ ຈາກນັ້ນກໍ່ໄດ້ມີການກັກໂຕໄວ້ ແລະ ຕັກຕືນ ເພື່ອບໍ່ໃຫ້ກະທຳຈົນເປັນເຫດເຮັດໃຫ້ມີຄົນໄດ້ຮັບບາດເຈັບ ຫລືເສຍຊີວິດ. ດ່ັງນັ້ນສາມາດສະຫຼຸບໄດ້ວ່າ: ອຸປະຕິເຫດເກີດຂຶ້ນທັງໝົດ 39 ລາຍ, ມີພາຫະນະເປ່ເພທັງໝົດ 69 ຄັນ, ເປ່ເພສົມຄວນ 28 ຄັນ, ໃຊ້ການບໍ່ໄດ້ 1 ຄັນ, ມີຄົນໄດ້ຮັບບາດເຈັບທັງໝົດ 77 ຄົນ, ຍິງ 18 ຄົນ, ບາດເຈັບເລັກໜ້ອຍ 33 ຄົນ, ຍິງ 6 ຄົນ, ບາດເຈັບສົມຄວນ 33 ຄົນ, ຍິງ 6 ຄົນ, ບາດເຈັບສາຫັດ 11 ຄົນ, ຍິງ 5 ຄົນ ໃນຈຳນວນນີ້ເສຍຊີວິດ 3 ຄົນ, ຍິງ 1 ຄົນ.

ຂ່າວແຈ້ງຕື່ມວ່າ: ສາເຫດສ່ວນໃຫຍ່ແມ່ນມາຈາກການດື່ມສິ່ງມືນເມົາແລ້ວຂັບຂີ່ລົດ ໃນຈຳນວນນີ້ມີ 14 ລາຍ, ແລ່ນລົດດ້ວຍຄວາມໄວເກີນກຳນົດມີ 5 ລາຍ, ຂັບຂີ່ລົດບໍ່ປ່ອຍສິດມີ 4 ລາຍ ແລະ ແຊງບໍ່ຮັບປະກັນ 1 ລາຍ. ເມືອງທີ່ເກີດອຸປະຕິເຫດສ່ວນໃຫຍ່ແມ່ນ: ເມືອງໄກສອນພົມວິຫານ 11 ລາຍ, ອຸທຸມພອນ 4 ລາຍ, ພະລານໄຊ 4 ລາຍ, ອາດສະພັງທອງ 5 ລາຍ, ສອງຄອນ 4 ລາຍ, ຈຳພອນ 4 ລາຍ, ເຊໂປນ 2 ລາຍ, ເມືອງໄຊບູລີ, ອາດສະພອນ, ວິລະບູລີ, ຊົນນະບູລີ ແລະ ນອງ ເມືອງລະ 1 ລາຍ.


ຂ່າວ-ພາບ: ພຸດທະສິນ

ຂ່າວຈາກ: ສະຫວັນພັດທະນາ ຂ່າວ / Savanhphuttana News

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...