spot_img
Homeຂ່າວພາຍ​ໃນທ່ານ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວຄົນໃໝ່

ທ່ານ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວຄົນໃໝ່

Published on

ທ່ານ ທອງລຸນ ສີສຸລິດໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວຄົນໃໝ່
ກອງປະຊຸມຄັ້ງປະຖົມມະລືກສະພາແຫ່ງຊາດຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 20 ເມສາ 2016 ໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດແຫ່ງສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ, ການນຳພັກ-ລັດ, ມີອະດີດການນຳ, ສະມາຊິກສະພາແຫ່ງຊາດຊຸດທີ VIII ເຂົ້າຮ່ວມ.
ກອງປະຊຸມຄັ້ງປະຖົມມະລືກສະພາແຫ່ງຊາດຊຸດທີ VIII ຄັ້ງນີ້ເຫັນດີເປັນເອກະພາບເລືອກຕັ້ງເອົາ ທ່ານ ທອງລຸນ ສີສຸລິດ ເປັນນາຍົກລັດຖະມົນຕີແຫ່ງ ສປປ ລາວຄົນໃໝ່ ດ້ວຍຄະແນນສຽງເຫັນດີ 147ສຽງ ກວມເອົາ99%ຂອງຈຳນວນສຽງສະມາຊິກສະພາແຫ່ງຊາດທັງຫມົດ

ຊີວະປະຫວັດຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວຄົນໃໝ່
ນາມສະກຸນ: ສີສຸລິດ
ຊື່: ທອງລຸນ
ວັນເດືອນປີເກີດ: 10 ພະຈິກ 1945.
ສະຖານທີ່ເກີດ: ແຂວງຫົວພັນ, ສປປ ລາວ.
ສະຖານະພາບ: ສົມລົດກັບ ທ່ານ ນາງ ນາລີ ສີສຸລິດ, ມີບຸດ 3 ຄົນ.
ສາສະໜາພຸດ: ພຸດ.
ຕຳແໜ່ງ: ນາຍົກລັດຖະມົນຕີແຫ່ງ ສປປ ລາວ.

ການສຶກສາ:
1962 – 1969 – ອະນຸປະລິນຍາ, ວິທະຍາໄລສ້າງຄູ ແນວລາວຮັກຊາດ, ແຂວງຫົວພັນ.
1973 – 1978 – ປະລິນຍາໂທ ວິຊາ ພາສາສາດ ແລະ ວັນນະຄະດີ, ສະຖາບັນສ້າງຄູ
Gerzen, ເມືອງເຊັນປີເຕີສເບີກ, ອະດີດສະຫະພາບໂຊວຽດ.
1981 – 1984 – ປະລິນຍາໂທ ວິຊາ ປະຫວັດສານການພົວພັນສາກົນ, ສະຖາບັນ
ວິທະຍາສາດສັງຄົມ, ມົດສ໌ກູ, ອະດີດສະຫະພາບໂຊວຽດ.

ປະສົບການ:
1967 -1969 – ພະນັກງານອາວຸໂສ, ກົມສາມັນສຶກສາ, ແນວລາວຮັກຊາດ, ແຂວງຫົວພັນ.
1969 – 1973 – ພະນັກງານອາວຸໂສ, ຫ້ອງການຜູ້ຕາງໜ້າແນວລາວຮັກຊາດປະຈຳ ຮ່າໂນ້ຍ, ສສ. ຫວຽດນາມ.
1978 – 1979 – ອາຈານສອນທີ່ມະຫາວິທະຍາໄລວຽງຈັນ.
1979 – 1981 – ເລຂາລັດຖະມົນຕີວ່າການກະຊວງສຶກສາທິການ, ຫົວໜ້າພະແນກ
ຮ່ວມມືສາກົນ, ກະຊວງສຶກສາທິການ.
1985 – 1986 – ຫົວໜ້າກົມຄົ້ນຄວ້າ, ສຳນັກງານນາຍົກລັດຖະມົນຕີ.
1987 – 1992 – ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ.
1993 – 1996 – ລັດຖະມົນຕີວ່າການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.
1997 – 2001 – ສະມາຊິກຄະນະປະຈຳສະພາແຫ່ງຊາດ, ປະທານຄະນະກຳມາທິການ
ຕ່າງປະເທດຂອງສະພາແຫ່ງຊາດ, ສະມາຊິກສະພາ ແຫ່ງຊາດ.

2001 – 2006 – ຮອງນາຍົກລັດຖະມົນຕີ ແລະ ປະທານຄະນະກຳມະການແຜນການ
ແລະ ການລົງທຶນ.
– ປະທານຄະນະກຳມະການຄຸ້ມຄອງການລົງທຶນ.
– ປະທານຄະນະກຳມະການແຫ່ງຊາດດ້ານພະລັງງານ.
– ສະມາຊິກສະພາແຫ່ງຊາດ.
2006 – 2016 – ຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າການກະຊວງການຕ່າງປະເທດ.

ອົງການຈັດຕັ້ງທາງສັງຄົມ:
1993 – 2001 – ປະທານກຳມະການແຫ່ງຊາດຂອງໂຄງການບ້ານຊ່ວຍເຫຼືອເດັກ SOS ລາວ.
1996 – 2001 – ສະມາຊິກສະພາສາກົນຂອງອົງການ SOS Kinderdorf
International.
2001 – ປະທານກິດຕິມະສັກຂອງໂຄງການບ້ານຊ່ວຍເຫຼືອເດັກ SOS ລາວ.

ພາສາຕ່າງປະເທດ:
1. ພາສາລັດເຊຍ.
2. ພາສາຫວຽດນາມ.
3. ພາສາອັງກິດ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...