spot_img
Homeຂ່າວພາຍ​ໃນປີ​ນີ້​ນັກ​ທ່ອງ​ທ່ຽວໄປ​ຢ້ຽມ​ຊົມ​ເມືອງ​ມໍ­ລະ­ດົກ​ໂລກບັນ­ລຸ​ແລ້ວ 3 ແສນ​ກວ່າ​ຄົນ

ປີ​ນີ້​ນັກ​ທ່ອງ​ທ່ຽວໄປ​ຢ້ຽມ​ຊົມ​ເມືອງ​ມໍ­ລະ­ດົກ​ໂລກບັນ­ລຸ​ແລ້ວ 3 ແສນ​ກວ່າ​ຄົນ

Published on

    ແຂວງ​ຫຼວງ​ພະ​ບາງ​ສົມ​ແລ້ວ​ທີ່​ເປັນ​ເມືອງ​ແຫ່ງ​ການ­ທ່ອງ­ທ່ຽວ​ຍອດ​ນິ­ຍົມ​ຂອງ​ໂລກ​ຊຶ່ງ​ໃນ​ແຕ່​ລະ​ປີ​ມີ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ​ແລະ​ຕ່າງ­ປະ­ເທດ​ນັບ​ຫຼາຍ​ແສນ​ຄົນ​ໄດ້​ເຂົ້າ​ມາ​ທ່ຽວ​ຊົມ​ຈົນ​ກາຍ­ເປັນ​ສະ­ເໜ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈາກ​ທົ່ວ​ທຸກ​ມູມ​ໂລກ​ເດີນ­ທາງ​ມາ​ຢ້ຽມ­ຢາມ​ເຫັນ​ໄດ້ 6 ເດືອນ​ຕົ້ນ​ສົກ​ປີ​ນີ້​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທັງ​ໝົດ 3 ແສນ​ກວ່າ​ຄົນ, ສາ­ມາດ​ສ້າງ​ລາຍ​ຮັບ​ສູງ​ເຖິງ 100 ກວ່າ​ລ້ານ​ໂດ​ລາ​ສະ­ຫະ­ລັດ.

   ທ່ານ ​ສຸ​ລິ​ທິບ​ ໜໍ່​ຄຸນ​ຜົນ ​ຫົວ­ໜ້າ​ພະ​ແນກ​ຖະ­ແຫຼງ​ຂ່າວ, ວັດ­ທະ­ນະ­ທຳ​ແລະ​ທ່ອງ​ທ່ຽວ​ແຂວງ​ຫຼວງ​ພະ​ບາງ​ໄດ້​ໃຫ້​ຮູ້​ບໍ່​ດົນ​ນີ້​ວ່າ: ໃນ​ໄລ­ຍະ 6 ເດືອນ​ຕົ້ນ​ສົກ​ປີ 2015-2016 ນີ້​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ຊົມ​ຫຼວງ​ພະ​ບາງ​ທັງ​ໝົດ 324.424 ຄົນ, ທຽບ­ໃສ່ 6 ເດືອນ​ຂອງ​ສົກ​ປີ­ຜ່ານ­ມາ​ເພີ່ມ​ຂຶ້ນ 28.843 ຄົນ, ເທົ່າ​ກັບ 9,75%, ໃນ​ນັ້ນ​ມີ​ນັກ​ທ່ອງ​ທ່ຽວ​ສາ­ກົນ 238.558 ຄົນ, ເພີ່ມ​ຂຶ້ນ 20.485 ຄົນ, ເທົ່າ​ກັບ 9,39% ແລະ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ​ມີ 85.866 ຄົນ, ເພີ່ມ​ຂຶ້ນ 8.358 ຄົນ, ເທົ່າ​ກັບ 10,78%, ສາ­ມາດ​ສ້າງ​ລາຍ​ຮັບ​ຈາກ​ການ­ທ່ອງ­ທ່ຽວ​ໄດ້​ທັງ​ໝົດ 101.480.490 ໂດ​ລາ​ສະ­ຫະ­ລັດ.

ແນວ­ໃດ​ກໍ​ດີ​ເພື່ອ​ເປັນ​ການ​ຮອງ​ຮັບ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ມາ​ທ່ຽວ​ຫຼວງ​ພະ​ບາງ​ມີ​ຄວາມ​ສະ­ດວກ​ສະ­ບາຍ​ຂຶ້ນ​ກວ່າ​ເກົ່າ​ທາງ​ອຳ­ນາດ​ການ​ປົກ­ຄອງ​ແຂວງ​ຫຼວງ​ພະ​ບາງ​ກໍ​ຄື​ຂະ­ແໜງ​ການ­ທ່ອງ­ທ່ຽວ​ແຂວງ​ໄດ້​ຈົກ​ງົບ­ປະ­ມານ​ແລະ​ທຶນ​ຊ່ວຍ­ເຫຼືອ​ຈາກ​ສາ­ກົນ​ຈຳ­ນວນ​ໜຶ່ງ​ປັບ­ປຸງ​ສະ­ຖານ­ທີ່​ທ່ອງ​ທ່ຽວ​ຫຼາຍ​ແຫ່ງ​ທີ່​ເຫັນ​ວ່າ​ຄວນ​ປັບ­ປຸງ​ໃຫ້​ດີ​ເປັນ­ຕົ້ນ​ແມ່ນ​ສິ່ງ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ກັບ​ນັກ​ທ່ອງ​ທ່ຽວ, ເສັ້ນ­ທາງ​ເຂົ້າ​ຫາ​ແຫຼ່ງ​ທ່ອງ​ທ່ຽວ, ປ້າຍ​ບອກ​ທາງ​ແລະ​ໂຄ­ສະ­ນາ​ຜ່ານ​ສື່​ຕ່າງໆ​ນອກ​ນີ້​ຍັງ​ໄດ້​ປັບ­ປຸງ​ແຫຼ່ງ​ທ່ອງ​ທ່ຽວ​ຢູ່​ຖ້ຳ​ຕິ່ງ​ເມືອງ​ປາກ​ອູ​ແລະ​ເມືອງ​ຈອມ​ເພັດ​ແລະ​ໃນ​ໄລ­ຍະ​ອາ­ກາດ​ຮ້ອນໆ​ແບບ​ນີ້​ສະ­ຖານ­ທີ່​ທ່ອງ​ທ່ຽວ​ທີ່​ນັກ​ທ່ອງ​ທ່ຽວ​ເຂົ້າ​ຊົມ​ຫຼາຍ​ທີ່​ສຸດ​ກໍ​ແມ່ນ​ນ້ຳ­ຕົກ­ຕາດ​ແສ້​ແລະ​ນ້ຳ­ຕົກ­ຕາດ​ກວາງ­ຊີ​ໂດຍ​ອ້າຍ​ມີ​ພະ­ນັກ­ງານ​ປະ­ຈຳ​ຢູ່​ນ້ຳ­ຕົກ­ຕາດ​ກວາງ­ຊີ​ໄດ້​ໃຫ້​ສຳ­ພາດ​ຕໍ່​ທີມ​ຂ່າວ​ປະ­ຈຳ​ຫຼວງ​ພະ​ບາງ​ພວກ​ເຮົາ​ຜ່ານ​ທາງ​ໂທລະ­ສັບ​ໃນ​ວັນ​ທີ 24 ມີ­ນາ​ນີ້​ຮູ້​ວ່າ: ຊ່ວງ​ອາ­ກາດ​ຮ້ອນໆ​ແບບ​ນີ້​ມີ​ນັກ​ທ່ອງ​ທ່ຽວ​ຈາກ​ທັງ​ພາຍ​ໃນ​ແລະ​ຕ່າງ­ປະ­ເທດ​ເຂົ້າ​ຊົມ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ​ເພື່ອ​ໄປ​ພັກ­ຜ່ອນ​ອາບ­ນ້ຳ​ໃສ​ເຢັນ, ສູດ​ດົມ​ອາ­ກາດ​ສົດໆ​ຂອງ​ທຳ​ມະ​ຊາດ​ເຂດ​ນ້ຳ­ຕົກ­ຕາດ​ກວາງ­ຊີ, ທ່ຽວ​ຊົມ​ເບິ່ງ​ໝີ​ອັນ​ໜ້າ​ຮັກ​ນັບ​ຫຼາຍ​ຮ້ອຍ​ຄົນ​ໃນ​ແຕ່​ລະ​ມື້​ແລະ​ວັນ​ທີ່​ມີ​ນັກ​ທ່ອງ​ທ່ຽວ​ຫຼາຍ​ສຸດ​ແມ່ນ​ວັນ​ເສົາ-ອາ­ທິດ​ນັກ​ທ່ອງ​ທ່ຽວ​ເຂົ້າ​ຊົມ​ມື້­ໜຶ່ງ​ປະ­ມານ 1.000 ກວ່າ​ຄົນ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...