spot_img
Homeຂ່າວການພັດທະນາສ.ເກົາຫລີ ​ຊ່ວຍ​ເຫລືອລາວ​ຫລາຍກວ່າ 10 ລ້ານ​ໂດ​ລາສະຫະລັດຕໍ່​ປີ

ສ.ເກົາຫລີ ​ຊ່ວຍ​ເຫລືອລາວ​ຫລາຍກວ່າ 10 ລ້ານ​ໂດ​ລາສະຫະລັດຕໍ່​ປີ

Published on

ທ່ານ ຄິມ ຊູ​ ກວານ ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງສາທາລະນະ​ລັດ ​ເກົາຫລີ ປະຈຳລາວ, ໄດ້ໃຫ້ຮູ້​ໃນ​ພິທີ​ປະດັບ​ຫລຽນ​ກາ​ມິດຕະພາບ​ພາຍຫລັງ​ສຳ​ເລັດ​ການ​ປະຕິບັດ​ໜ້າ​ທີ່​ການ​ທູດຢູ່ ສປປ ລາວ ​​ເປັນ​ເວລາ​ເກືອບ 3 ປີ​ວ່າ: ​ໃນ​​ໄລຍະ​ຜ່ານ​ມາ, ສ. ​ເກົາຫລີ ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ ສປປ​ ລາວ ​ໃນ​ຂະ​ແໜງ​ການ​ຕ່າງໆ​​ເຊັ່ນ: ​ການ​ສຶກສາ, ສາ​ທາ​ລະນະ​ສຸກ, ການ​ພັດທະນາ​ຊົນນະບົດ ​ແລະ ອື່ນໆ, ​ໂດຍສະ​ເລ່ຍມີມູນຄ່າຫລາຍກວ່າ 10 ລ້ານໂດ​ລາ​ສະຫະລັດ​ຕໍ່​ປີ. ການ​ຊ່ວຍ​ເຫລືອ​ດັ່ງກ່າວ​ແມ່ນ​ໄດ້​ເ​ພີ່ມ​ຂຶ້ນ​ທຸກໆປີ, ພ້ອມ​ນີ້ຍັງ​ໄດ້​ເປີດ​ຖ້ຽວ​ບິນ​ໂດຍ​ກົງ​ລະຫວ່າງສອງ​ປະ​ເທດ​ລາວ-ສ.​ເກົາຫລີ​ ຫລາຍ​ຖ້ຽວ​ບິນ​ຕໍ່​ອາທິດ, ເຮັດ​ໃຫ້​ຈຳນວນ​ນັກ​ທ່ອງທ່ຽວ ສ.​ເກົາຫລີ ​ເດີນທາງ​ເຂົ້າມາ​ທ່ຽວລາວ ​ໃນ​ປີ 2015 ຜ່ານ​ມາ​

ເພີ່ມ​ຂຶ້ນ 17% ທຽບ​ໃສ່​ປີ 2014 ​ເຊິ່ງທັງ​ໝົດ​ນັ້ນ​ເປັນ​ການຊຸກຍູ້​ໃຫ້​ນັກທຸລະກິດ ສ.​ເກົາຫລີ ​ເຂົ້າມາ​ລົງທຶນ​ຢູ່ລາວນັບ​ມື້​ເພີ່ມ​ຂຶ້ນ, ສະ​ແດງ​ອອກເຖິງ​ປັດຈຸ​ບັນການ​ລົງທຶນ​ຂອງ ສ.​ເກົາຫລີ​ ໄດ້​ຈັດ​ຢູ່​ໃນ​ອັນ​ດັບ​ທີ 5 ຂອງ​ການ​ລົງທຶນ​ຕ່າງປະ​ເທດຢູ່ລາວລວມມີ 300 ກວ່າ​ໂຄງການມີ​ມູນ​ຄ່າ​ປະມານ 800 ກວ່າ​ລ້ານ​ໂດ​ລາ​ສະຫະລັດ.

ພິທີປະດັບ​ຫລຽນ​​ດັ່ງກ່າວ, ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 19 ​ເມສາ​ນີ້, ຢູ່ນະຄອນຫລວງ​ວຽງ​ຈັນໂດຍ​ທ່ານ ​ແສງ​ເພັດຮຸ່ງ​ບຸນ​ຍວງ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ຕາງໜ້າ​ໃຫ້ລັດຖະບານລາວ ປະດັບຫລຽນ​ກາ​ມິດຕະພາບ​ໃຫ້ທ່ານ ຄິມ ຊູ​ກວານ ​ເພື່ອ​ເປັນ​ການ​ຍ້ອງຍໍ​ຊົມ​ເຊີຍ​ຜົນງານ​ທີ່ທ່ານທູດໄດ້​ປະກອບສ່ວນ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມືລະຫວ່າງ 2 ປະ​ເທດໃນ​ໄລຍະ​ປະຕິບັດ​ໜ້າ​ທີ່​ການ​ທູດຢູ່ ສປປ ລາວ ​​ເປັນ​ເວລາ​ເກືອບ3 ປີ​.

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...