spot_img
Homeຂ່າວການພັດທະນາຂົວຂ້າມນ້ຳໂດນ 3 ເປີດນຳໃຊ້ຢ່າງເປັນທາງການ

ຂົວຂ້າມນ້ຳໂດນ 3 ເປີດນຳໃຊ້ຢ່າງເປັນທາງການ

Published on

 ຂົວຂ້າມນ້ຳເຊໂດນ 3 ທີ່ເມືອງປາກເຊ ແຂວງຈຳປາສັກ ໄດ້ເປີດນຳໃຊ້ຢ່າງເປັນ ທາງການແລ້ວ ໃນວັນທີ 10 ເມ ສາຜ່ານມາ ພາຍຫຼັງທີ່ເລີ່ມກໍ່ ສ້າງມາແຕ່ຕົ້ນປີ 2014 ຊຶ່ງພິ ທີເປີດນຳໃຊ້ຂົວດັ່ງກ່າວ ມີ ທ່ານ ທອງສິງ ທຳມະວົງ ນາ ຍົກລັດຖະມົນຕີ, ທ່ານ ສອນ ໄຊ ສີພັນດອນ ລັດຖະມົນຕີ ຫົວໜ້າຫ້ອງວ່າການລັດຖະບານ, ທ່ານ ດຣ. ບຸນຖອງ ດີວິໄຊ ເຈົ້າແຂວງຈຳປາສັກ ພ້ອມ ບັນດາເຈົ້າໜ້າທີ່ກ່ຽວຂ້ອງເຂົ້າ ຮ່ວມ.
ທ່ານ ສັກໄຊ ວົງມາລາສິດ ປະທານບໍລິສັດລາວເວີນອະສັງຫາລິມະຊັບ ໃນນາມຜູ້ ຮັບເໝົາກໍ່ສ້າງໄດ້ກ່າວວ່າ: ບໍລິສັດລາວເວີນ ອະສັງຫາລິມະ ຊັບ ໄດ້ຮັບອະນຸຍາດຈາກອຳ ນາດການປົກຄອງ ແຂວງຈຳ ປາສັກ ກໍຄືລັດຖະບານແຫ່ງ ສປປ ລາວ ໃຫ້ລົງມືກໍ່ສ້າງຂົວ ຂ້າມນ້ຳເຊໂດນ 3 ເພື່ອແທນ ຂົວເກົ່າ ທີ່ມີສະພາບເປ່ເພ, ຊຸດໂຊມ ບໍ່ສະດວກໃນການ ສັນຈອນ ໂດຍການກໍ່ສ້າງໄດ້ ເລີ່ມລົງມືມາແຕ່ຕົ້ນປີ 2014 ໃນຮູບແບບລົງທຶນກ່ອນ 100% ເບື້ອງຕົ້ນຂົວເຊໂດນ 3 ແມ່ນມີຄວາມກວ້າງພຽງ 11 ແມັດ, ຍາວ 232 ແມັດ, ມີຊ່ອງທາງການສັນຈອນ 2 ເລນ ມູນຄ່າປະມານ 115 ຕື້ກີບ, ແຕ່ຍ້ອນເຫັນວ່າເສັ້ນ ທາງໃນເທສະບານເມືອງປາກ ເຊ ເປັນທາງ 6 ເລນ 8 ເລນ ຈຶ່ງໄດ້ສະເໜີມີການປັບປຸງແກ້ ໄຂໃໝ່ ໂດຍໄດ້ຍົກລະດັບ ຄວາມກວ້າງເປັນ 17 ແມັດ, ຊ່ອງທາງການສັນຈອນ 4 ເລນ ທີ່ມີຄວາມທັນສະໄໝ ປະກອບ ດ້ວຍທາງຍ່າງສອງຟາກ ມີລະ ບົບໄຟເຍືອງທາງຄົບຊຸດ.

ຂ່າວຈາກ: ປະເທດລາວ

 

ບົດຄວາມຫຼ້າສຸດ

ໂຫດຮ້າຍ! ຊາຍຊາວຈີນຖືກປະຕິເສດຮ່ວມຮັກກັບສາວປະເພດສອງຈຶ່ງລົງມືຄາຕະກຳສຸດໂຫດ

ຊາຍຊາວຈີນກໍ່ເຫດຄາຕະກຳສາວປະເພດສອງຢ່າງໂຫດຫ້ຽມ ທີ່ຈັງຫວັດຊົນບູລີ ປະເທດໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 26 ເມສາ 2025, ເຈົ້າໜ້າທີ່ຕຳຫຼວດເມືອງພັດທະຍາ  ໄດ້ຮັບແຈ້ງເຫດຄາຕະກຳ ພາຍໃນອາພາດເມັ້ນແຫ່ງໜຶ່ງ ຢູ່ອຳເພີບາງລະມຸງ ຈັງຫວັດຊົນບູລີ ຫຼັງໄດ້ຮັບແຈ້ງລາຍງານ ຈຶ່ງນຳກຳລັງກອງພິສູດຫຼັກຖານ ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບ ປະທານປະເທດ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນຕອນບ່າຍວັນທີ 25 ເມສາ 2025 ຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ...

ຂ່າວດີ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນປີ 2026

ຂ່າວດີໃນປີໜ້າ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ກະຊວງການຕ່າງປະເທດ ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ສປຊ ສໍາລັບປະເທດດ້ອຍພັດທະນາ ໃນວັນທີ 24 ເມສາ 2025 ໂດຍການເປັນປະທານຂອງ...

ປະທານປະເທດ ລາວ ແລະ ຫວຽດນາມ ຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານສຳຄັນ ຈໍານວນ 03 ສະບັບ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ...