Homeຂ່າວເຫດການເຫດໄຟໄໝ້ເຮືອນປະຊາຊົນຈຳນວນ 9 ຄອບຄົວໃຫຍ່ ທີ່ ເມືອງ ຂວາ ແຂວງ ຜົ້ງສາລີ

ເຫດໄຟໄໝ້ເຮືອນປະຊາຊົນຈຳນວນ 9 ຄອບຄົວໃຫຍ່ ທີ່ ເມືອງ ຂວາ ແຂວງ ຜົ້ງສາລີ

Published on

ໃນຕອນເຊົ້າເວລາ 10:00ໂມງ ຂອງວັນທີ 17 ເມສາ 2016 ທີ່ບ້ານ ກຸງລິດ, ເມືອງ ຂວາ ແຂວງ ຜົ້ງສາລີ ເກີດເຫດໄຟໄໝ້ເຮືອນປະຊາຊົນຈຳນວນ 9 ຄອບຄົວໃຫຍ່ ປະເມີນຜົນເສຍຫາຍສູງເຖິງ 600 ລ້ານກີບ, ລວມມີຜູ້ເສຍຫາຍມີ 46 ຄົນ, ເປັນຍິງ 32 ຄົນ.

ປະຈຸບັນນີ້ ທາງອຳນາດການປົກຄອງບ້ານ ເພີ່ນຮອ້ງຂໍ ຂໍຄວາມຊວ່ຍເຫລືອ ຈາກທ່ານຜູ້ໃຈບຸນທັງຫລາຍຢູ່
ໃນຕອນນີ້ ທາງຜູ້ຖືກເຄາະຮ້າຍ ແມ່ນບໍ່ມີບ່ອນຢູ່ເທື່ອ, ອາຫານການກິນກະບໍ່ພຽງພໍ, ເຄື່ອງນຸ່ງຫົ່ມບໍ່ມີ ເພາະວ່າຖືກໄຟ້ໄໝ້ໝົດ.

ຫວັງວ່າ ທຸກພາກສວ່ນ ຈະໃຫ້ການຊວ່ຍເຫລືອໃນຄັ້ງນີ້ດວ້ຍ..!!!
ທ່ານໃດ ຕອ້ງການຮວ່ມບໍລິຈາກ
ເຄື່ອງນຸ່ງຫົ່ມ, ເຄື່ອງຮັບໃຊ້ໃນເຮືອນ, ເຂົ້າສານ ອາຫານແຫ້ງ ແລະ ອຸປະໂພກ ບໍລິໂພກຕ່າງໆ
ຕິດຕໍ່ຫາ ພຣະ ອາຈານ ໄຊພອນ ໂດຍກົງ
ໂທ: 020 9812 5685 ; 030 9827 459 ຂໍຂອບໃຈ

ທາງທີມງານລາວໂພສຕ໌ຂໍສະແດງຄວາມເສຍໃຈມາຍັງຜູ້ທີ່ຖືກເຄາະຮ້າຍໃນເຫດການຄັ້ງນີ້ດ້ວຍ

ຂ່າວຈາກ: ປະເທດລາວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...