Homeວັນນະກຳເລື່ອງສັ້ນຄວາມຮັ່ງມີ, ກຽດຕິຍົດ ແລະ ຄວາມຮັກ ສາມສິ່ງນີ້ທ່ານເລືອກສິ່ງໃດ? ຄວາມຮັ່ງມີ, ກຽດຕິຍົດ ແລະ ຄວາມຮັກ ສາມສິ່ງນີ້ທ່ານເລືອກສິ່ງໃດ? ເລື່ອງສັ້ນ Published on 19/04/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 2750 ຖ້າໃນຊີວິດຈິງ ມີສາມສິ່ງທີ່ດີທີ່ສຸດໃຫ້ທ່ານເລືອກເອົາພຽງສິ່ງດຽວລະຫວ່າງ ຄວາມຮັ່ງມີ, ກຽດຕິຍົດ ແລະ ຄວາມຮັກ ທ່ານຈະຕັດສິນໃຈເລືອກສິ່ງໃດ? ມັນອາດເຮັດໃຫ້ທ່ານຕ້ອງຄິດໜັກ ຫຼື ບາງຄົນບໍ່ຈຳເປັນຕ້ອງຄິດເລີຍກໍ່ສາມາດຕັດສິນໃຈເລືອກໄດ້ ແຕ່ກ່ອນທີ່ທ່ານຈະຕັດສິນໃຈແນວໃດນັ້ນ ລອງມາອ່ານເລື່ອງຕໍ່ໄປນີ້ກ່ອນ ມີຄອບຄົວນ້ອຍໆຢູ່ຄອບຄົວໜຶ່ງ ໃນຄອບຄົວນັ້ນມີທັງໝົດ 4 ຄົນມີ ແມ່ຜົວ, ຜົວ, ເມຍ ແລະ ລູກ ທັງໝົດໃຊ້ຊີວິດປົກກະຕິດັ່ງຄົນທົ່ວໄປ ແລະ ຢູ່ມາວັນໜຶ່ງ ກໍ່ເກີດມີເລື່ອງລາວປະຫຼາດເກີດຂຶ້ນ ຫຼັງຈາກທີ່ຜູ້ເປັນຜົວອອກໄປເຮັດວຽກ ແລະ ລູກອອກໄປຮຽນໜັງສືແລ້ວ ຝ່າຍຍິງຜູ້ເປັນເມຍໄດ້ສັງເກດເຫັນຄົນເຖົ້າສາມຄົນ (ເປັນຜູ້ຊາຍ) ນັ່ງຢູ່ປະຕູບ້ານ ຍິງນັ້ນຈິ່ງອອກໄປແລ້ວຖາມຜູ້ເຖົ້າທັງສາມຄົນນັ້ນວ່າ: “ທ່ານທັງສາມຄົນຕ້ອງການສິ່ງໃດຈິ່ງມາບ່ອນນີ້” ຜູ້ເຖົ້າທັງສາມຄົນນັ້ນຕອບພຽງວ່າ “ເຮົາຍັງບໍ່ບອກຈົນກ່ວາຜົວຂອງເຈົ້າຈະກັບມາ ແລະ ພວກເຮົາຈະຖ້າຢູ່ບ່ອນນີ້” ເມື່ອນາງໄດ້ຍິນດັ່ງນັ່ນນາງກໍ່ຍ່າງກັບເຂົ້າໄປໃນເຮືອນ ເມື່ອເຖິງເວລາທີ່ຜົວຂອງນາງກັບມາ ນາງຈິ່ງໄດ້ບອກກັບຜົວຂອງນາງວ່າ ມີຜູ້ເຖົ້າສາມຄົນມາຖ້າເຈົ້າຢູ່ໜ້າບ້ານເພື່ອຈະກ່າວບາງຢ່າງກັບເຈົ້າ ຜົວຂອງນາງໄດ້ບອກໃຫເນາງໄປເຊີນຜູ້ເຖົ້າທັງສາມເຂົ້າມາໃນເຮືອນ ແຕ່ເມື່ອນາງໄປຮອດ ແລະ ກ່າວເຊີນຜູ້ເຖົ້າທັງສາມຈິ່ງກ່າວກັບນາງວ່າ: “ບໍ່ໄດ້ດອກນາງເອີ້ຍ ເຮົາເຂົ້າໄປພຽງຄົນດຽວເທົ່ານັ້ນ” ຜູ້ເຖົ້າທ່າທາງອາລົມດີນັ້ນກ່າວວ່າ “ເພາະເຮົາຄົນໜຶ່ງເປັນຄືຄວາມຮັ່ງມີໝັ້ນຄົງ, ຄົນໜຶ່ງເປັນຄືກຽດຕິຍົດສັກສີ ແລະ ອີກຄົນໜຶ່ງຄືຄວາມຮັກ ເຈົ້າຕ້ອງເລືອກແລ້ວວ່າຈະໃຫ້ໃຜເຂົ້າໄປໃນເຮືອນເຈົ້າ” ເມື່ອນາງໄດ້ຍິນດັ່ງນັ້ນຈິ່ງກັບເຂົ້າໄປຫາຜູ້ເປັນຜົວ ແລະ ເລົ່າເລື່ອງທີ່ຜູ້ເຖົ້າສາມຄົນນັ່ນເວົ້າໃຫ້ຜູ້ເປັນຜົວຟັງ ທັງຄູ່ຈິ່ງປຶກສາກັນຍິງຜູ້ເປັນເມຍນັ້ນໄດ້ກ່າວກັບຜູ້ເປັນຜົວວ່າ “ເຮົາເລືອກຄວາມໝັ້ນຄົງຮັ່ງມີດີບໍ່ທີ່ຮັກ ເຮົາຈິ່ງໄດ້ມີຄວາມໝັ້ນຄົງ” ເມື່ອແມ່ຜົວໄດ້ຍິນເລື່ອງລາວດັ່ງກ່າວນັ້ນຈິ່ງກ່າວອອກໄປວ່າ “ການມີກຽດຕິຍົດຊື່ສຽງຕ່າງຫາກຈະນຳມາເຊິ່ງທຸກສິ່ງທຸກຢ່າງທັງເງິນທອງ ແລະ ຄວາມສຸກ” ເມື່ອໄດ້ຍິນດັ່ງນັ້ນຜູ້ເປັນຜົວຈິ່ງໄດ້ທົບທວນແລະຄິດເຖິງທຸກສິ່ງຢ່າງທີ່ຄອບຄົວຂາດຫາຍໄປ ແລະ ຕົ້ນຕໍຂອງບັນຫາທຸກຢ່າງເຂົາໄດ້ຕັດສິນໃຈບອກແກ່ຜູ້ເປັນເມຍວ່າ “ທີ່ຮັກເຈົ້າໄປເຊີນທ່ານຜູ້ເປັນຄວາມຮັກເຂົ້າມາໃນເຮືອນເຖີດ” ເມື່ອຜູ້ເປັນເມຍໄດ້ຍິນຈິ່ງຖາມຜົວກັບໄປວ່າ “ເປັນຫຍັງທີ່ຮັກຈິ່ງເລືອກສິ່ງທີ່ຈັບຕ້ອງບໍ່ໄດ້” ຜູ້ເປັນຜົວຈິ່ງຕອບໄປວ່າ “ເພາະຄວາມວຸ້ນວາຍທີ່ເກີດຂຶ້ນໃນເຮືອນເຮົາເກີດຂຶ້ນເປັນເພາະເຮົາຂາດສິ່ງທີ່ເຊື່ອມໂຍງເຮົາໄວ້ນັ້ນຄືຄວາມຮັກ ຂ້ອຍບໍ່ຮູ້ວ່າມັນຫາຍໄປຕອນໃດ ແຕ່ທີ່ຂ້ອຍຮູ້ຕອນນີ້ຂ້ອຍບໍ່ໄດ້ຮູ້ສຶກເຖິງສິ່ງນັ້ນແລ້ວ ສື່ສຽງເຮົາສ້າງໄດ້ທີ່ຮັກ ທຸກວັນນີ້ກໍ່ບໍ່ມີໃຜທີ່ບໍ່ຮູ້ຈັກເຮົາ ຄວາມໝັ້ນຄົງເຮົາກໍ່ສ້າງໄດ້ເພາະອີກບໍ່ດົນຂ້ອຍກໍ່ຈະໄດ້ເລື່ອນຕຳແໜ່ງແລ້ວ ທີ່ຮັກຊ່ວຍເຊີນເຂົາເຂົ້າມາເຖີດ” ຜູ້ເປັນເມຍກໍ່ອອກໄປເຊີນຕາມທີ່ຜົວບອກແຕ່ດ້ວຍໃຈທີ່ຄຸ່ນເຄືອງ ເມື່ອນາງກ່າວເຊີນຄວາມຮັກເຂົ້າເຮືອນ ທັງຄວາມຮັ່ງມີ ແລະ ກຽດຕິຍົດກໍ່ຕາມເຂົ້າມານຳ ນາງປະຫຼາດໃຈຢ່າງຍິ່ງຈິ່ງເອີ່ຍຖາມໄປວ່າ “ທ່ານເຂົ້າມາໄດ້ພຽງຄົນດຽວບໍ່ແມ່ນຫວາ ເປັນຫຍັງພວກທ່ານຈິ່ງຕາມເຂົ້າມານຳ” ຄວາມຮັກຈິ່ງຕອບໄປວ່າ “ຖ້າທ່ານເລືອກພຽງກຽດຕິຍົດສື່ສຽງ ຫຼື ຄວາມຮັ່ງມີ ທ່ານກໍ່ຈະໄດ້ພຽງຢ່າງດຽວເທົ່ານັ້ນ ແຕ່ຖ້າທ່ານເລືອກຄວາມຮັກ ສິ່ງເຫຼົ່ານີ້ຈະຕິດຕາມທ່ານໄປທຸກທີ່” ເລື່ອງນີ້ມັນສອນຫຍັງໃຫ້ກັບທ່ານແນ່??? Tagsກຽດຕິຍົດ ແລະ ຄວາມຮັກ ສາມສິ່ງນີ້ທ່ານເລືອກສິ່ງໃດ?ຄວາມຮັ່ງມີເລື່ອງສັ້ນ ບົດຄວາມຫຼ້າສຸດ ຂ່າວພາຍໃນ ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ... 09/10/2025 ໄພພິບັດ ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ. ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ... 07/10/2025 ຂ່າວຕ່າງປະເທດ ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2... 07/10/2025 ຂ່າວທົ່ວໄປ 14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025 ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ... 06/10/2025