spot_img
Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ສັ່ງ​ໂຍກ​ຍ້າຍ​ນາຍ​ຕຳຫລວດ​ຂັ້ນສູງ ​ໄປ​ຮັບ​ໜ້າ​ທີ່​ໃໝ່ ຢູ່ຫ້ອງວ່າການລັດຖະບານ!

ນາຍົກລັດຖະມົນຕີ ສັ່ງ​ໂຍກ​ຍ້າຍ​ນາຍ​ຕຳຫລວດ​ຂັ້ນສູງ ​ໄປ​ຮັບ​ໜ້າ​ທີ່​ໃໝ່ ຢູ່ຫ້ອງວ່າການລັດຖະບານ!

Published on

ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໄດ້​ຈັດ​ພິທີ​ປະກາດ​ໂຍກ​ຍ້າຍ​ນາຍ​ຕຳຫລວດ​ຂັ້ນສູງ​ ໄປ​ຮັບ​ໜ້າ​ທີ່​ໃໝ່​ຢູ່ຫ້ອງ​ວ່າການ​ລັດຖະບານ ​ໃນ​ວັນ​ທີ 7 ​ເມສາ 2016 ​ເພື່ອ​ສືບ​ຕໍ່​ຊີ້​ນຳ-ນຳພາ​ວຽກ​ງານ​ພັກ-ວຽກ​ງານ​ວິຊາ​ສະ​ເພາະ​ໃຫ້​ໄດ້​ຮັບ​ໝາກຜົນ​ໃນ​ຕໍ່ໜ້າ, ​ໃຫ້​ກຽດ​ເຂົ້າຮ່ວມ​ຂອງ ພົນຕີ ສິນ​ທະ​ວົງ ​ໄຊ​ຍະ​ກອນ ຮອງ​ລັດຖະມົນຕີ​ກະຊວງ ປກສ, ມີ​ບັນດາ​ຄະນະ​ພັກ-ຄະນະ​ບັນຊາ ພ້ອມ​ພະນັກງານ-ນັກຮົບ​ອ້ອມ​ຂ້າງ​ກະຊວງ.

ພັນ​ເອກ ຄຳ​ກິ່ງ ຜຸຍ​ຫລ້າ​ມະນີ​ວົງ ຮອງ​ຫົວໜ້າ​ກົມ​ໃຫຍ່​ການ​ເມືອງ ປກສ ຂຶ້ນອ່ານ​ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີ​ແຫ່ງ ສປປ ລາວ ສະບັບ​ເລກທີ 09/ນຍ, ລົງ​ວັນ​ທີ 25 ມີນາ 2016 ວ່າ​ດ້ວຍ​ການ​ໂຍກ​ຍ້າຍ​ນາຍ​ຕຳຫລວດ​ຂັ້ນສູງ​ຂອງ​ກະຊວງ ປກສ ​ໂດຍ​ອີງ​ໃສ່​ຄວາມ​ຮຽກຮ້ອງ​ຕ້ອງການ ​ຂອງ​ໜ້າ​ທີ່​ວຽກ​ງານ​ຢູ່​ຫ້ອງ​ວ່າການ​ລັດຖະບານ; ອີງ​ຕາມ​ກົດໝາຍ​ ວ່າ​ດ້ວຍ ​ລັດຖະບານ​ແຫ່ງ ສປປ ລາວ ສະບັບ​ເລກທີ 02/ສພຊ, ລົງ​ວັນ​ທີ 6 ພຶດສະພາ 2003; ອີງ​ຕາມ​ໜັງສື​ສະ​ເໜີ​ຂອງ​ ຄະນະ​ຈັດຕັ້ງສູນ​ກາງ​ພັກ ສະບັບ​ເລກທີ 90/ຄຈສພ, ລົງ​ວັນ​ທີ 22 ມີນາ 2016 ຈຶ່ງ​ໄດ້​ປະກາດ​​ໂຍກ​ຍ້າຍ ພັນ​ເອກ ຄຳ​ລາ​ວັນ ຈັນທະ​ລາ​ວັນ ຮອງ​ຫົວໜ້າ​ຫ້ອງ​ວ່າການ ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໄປ​ຮັບ​ໜ້າ​ທີ່​ໃໝ່​ຢູ່​ຫ້ອງ​ວ່າການ​ລັດຖະບານ ​ເພື່ອ​ເຮັດ​ໃຫ້​ກົງຈັກ​ການຈັດຕັ້ງ ມີ​ຄວາມ​ໜັກ​ແໜ້ນ​ທາງ​ດ້ານ​ການ​ເມືອງ-​ແນວ​ຄິດ, ​ເຂັ້ມ​ແຂງ​ທາງ​ດ້ານ​ການຈັດຕັ້ງ ​ແລະ ສາມາດ​ຕອບ​ສະໜອງ​ໄດ້​ ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ການ​ເມືອງ​ໃນ​ໄລຍະ​ໃໝ່.

ໃນ​ໂອກາດ​ດຽວ​ກັນ, ພົນ​ຕີ ສິນ​ທະ​ວົງ ​ໄຊ​ຍະ​ກອນ ​ໄດ້​ເນັ້ນ​ໃຫ້​ຜູ້​ທີ່​ໄດ້​ຮັບ​ໜ້າ​ທີ່​ໃໝ່​ໃນ​ຄັ້ງນີ້​ ຈົ່ງ​ເພີ່ມ​ທະວີ​ເອົາ​ໃຈ​ໃສ່​ໃນ​ການຄົ້ນຄວ້າ​ຮໍ່າຮຽນ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ການ​ນຳພາ-ຄຸ້ມ​ຄອງ​ພັກ-ລັດ ​ເພື່ອ​ປັບປຸງ​ຕົນ​ເອງ ​ແລະ ການຈັດຕັ້ງ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ​ເຂັ້ມ​ແຂງ; ​ເອົາ​ໃຈ​ໃສ່​ຊອກ​ໃຫ້​ເຫັນ-​ເບິ່ງ​ໃຫ້​ເຫັນ​ພາວະ​ວິ​ໄສ ​ແລະ ຕັດສິນ​ໃຈ​ໃຫ້​ຖືກ​ກັບ​ນະ​ໂຍບ​າຍ ປະຕິບັດ​ໃນ​ການຄົ້ນຄວ້າ​ພິຈາລະນາ​ ແກ້​ໄຂ​ບັນຫາ​ຢ່າງ​ເຂັ້ມງວດ, ພ້ອມ​ທັງ​ເປັນ​​ແບບຢ່າງ​ນຳ​ໜ້າ, ນຳພາ​ບັນຊາ ​ແລະ ກວດກາ​ໃຫ້​ແທດ​ເຖິງ​ຮາກ​ຖານ​ຕົວ​ຈິງ ​ແລະ ຕັ້ງໜ້າ​ເຕົ້າ​ໂຮມ​ຄວາມ​ສາມັກຄີ​ພາຍ​ໃນ ​ໃຫ້​ກາຍ​ເປັນ​ປຶກ​ແຜ່ນ ​ແລະ ຍາດ​ແຍ່ງ​ການ​ຊ່ວຍ​ເຫລືອ​ຈາກ​ສາກົນ​ ໃຫ້​ກວ້າງຂວາງ ​ເພື່ອ​ເຮັດ​ໃຫ້ການ​ປະຕິບັດ​ວຽກ​ງານ​ວິຊາ​ສະ​ເພາະ​ມີ​ຜົນສຳ​ເລັດ​ຕາມ​ຄາດໝາຍ, ມີ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ໜ້າ​ທີ່​ການ​ເມືອງ​ໃນ​ໄລຍະ​ໃໝ່.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...