spot_img
Homeຂ່າວພາຍ​ໃນມາດຣິດ ອາດຂາດ ໂຣນັລໂດ ໃນນັດຊີງ ຢູຟາ ແຊັມປ້ຽນລີກ

ມາດຣິດ ອາດຂາດ ໂຣນັລໂດ ໃນນັດຊີງ ຢູຟາ ແຊັມປ້ຽນລີກ

Published on

B
ໂຣນັລໂດ (ຄົນທີ 2 ຈາກຊ້າຍ) ຖືກປ່ຽນຕົວຕັ້ງແຕ່ຕົ້ນເກມນັດສະເໝີກັບ ຣີລ ບາຢາໂດລິດ.
40-cristiano-ronaldo
ຄຣິສເຕຍໂນ ໂຣນັລໂດ

ແຟນບານຂອງ ຣີລ ມາດຣິດ ໄດ້ຮັບຂ່າວບໍ່ຄ່ອຍດີປານໃດ ເມື່ອ ຄຣິສເຕຍໂນ ໂຣນັລໂດ ເກີດບາດເຈັບລະຫວ່າງການແຂ່ງຂັນໃນລີກນັດທີ່ບຸກໄປສະເໝີກັບ ຣີລ ບາຢາໂດລິດ 1-1 ເມື່ອວັນທີ 7 ພຶດສະພາທີ່ຜ່ານມາ ເຊິ່ງອາດຕ້ອງເສຍໂອກາດໃນການລົງຊ່ວຍຕົ້ນສັງກັດຍາດຊີງແຊັມ ຢູຟາແຊັມ ປ້ຽນລີກ.
ຄຣິສເຕຍໂນ ໂຣນັລໂດ ກອງໜ້າຕົວສໍາຄັນຊາວປ໊ອກຕຸຍການຂອງສະໂມສອນ ຣີລ ມາດຣິດ ອາດຈະເສຍໂອກາດລົງສະໜາມຊ່ວຍຕົ້ນສັງກັດໃນການແຂ່ງຂັນບານເຕະ ຢູຟາ ແຊັມປ້ຽນລີກ ຮອບຊີງຊະນະເລີດ ທີ່ຈະພົບກັບ ແອັດເລຕິໂກ ມາດຣິດ ໃນວັນເສົາທີ 24 ພຶດສະພານີ້ ຫຼັງຄາດກັນວ່າອາການບາດເຈັບທີຂາຂອງເຈົ້າຕົວກັບຄືນມາເກີດອາການອີກຄັ້ງ ລະຫວ່າງການແຂ່ງຂັນໃນ ລາລີກາ ແອັດສະປາຍ ນັດທີ່ ຣີລ ມາດຣິດ ບຸກໄປຢາມເຮັດໄດ້ພຽງສະເໝີກັບ ຣີລ ບາຢາໂດລິດ 1-1 ເມື່ອວັນທີ 7 ພຶດສະພາທີ່ຜ່ານມາ.
ຫົວໜ້າທີມຊາດປ໊ອກຕຸຍການ ອາຍຸ 29 ປີມີອາການບາດເຈັບມາຕັ້ງແຕ່ຕົ້ນການແຂ່ງຂັນ ຈົນຖືກປ່ຽນຕົວອອກ ນາທີໆ 9 ໂດຍໃຫ້ ອັລບາໂຣ ໂມຣາຕ້າ ລົງຫຼິ້ນແທນ ແຕ່ຕອນນີ້ຍັງບໍ່ເປັນທີ່ແນ່ນອນວ່າ ມັນຈະເປັນອາການບາດເຈັບບ່ອນເກົ່າທີ່ເຈົ້າຕົວໄດ້ຮັບໃນໄລຍະທ້າຍເດືອນເມສາທີ່ຜ່ານມານັ້ນ ຫຼືບໍ.
ບັນຫາບາດເຈັບດັ່ງກ່າວເຄີຍເຮັດໃຫ້ ໂຣນັລໂດ ພາດລົງຊ່ວຍ ຣີລ ມາດຣິກ ໃນການແຂ່ງຂັນ ຢູຟາ ແຊັມປ້ຽນລີກ ຮອບກ່ອນຮອງຊະນະເລີດນັດທີ 2 ທີ່ບຸກໄປຢາມ ດ໊ອດມູນ ເຊັ່ນດຽວກັນກັບເກມລີກທີ່ພົບກັບ ຣີລ ໂຊເຊຍດາດ ແລະ ອັລເມເຣຍ ລວມເຖິງ ໂຄປາ ເດລ ເຣ ຮອບຊີງຊະນະເລີດ ທີ່ຕົ້ນສັງກັດເສືອນເອົາຊະນະ ບາເຊໂລນາ 2-1 ໄດ້ແຊັມໄປຄອງ ເມື່ອວັນທີ 16 ເມສາທີ່ຜ່ານມາອີກດ້ວຍ.
ຕອນນີ້ຕ້ອງລໍຖ້າລຸ້ນເຍິ່ງວ່າອາການຂອງເຈົ້າຕົວອີກຄັ້ງ ເພາະນອກຈາກຈະມີລາຍການແຂ່ງຂັນ ຢູຟາ ແຊັມປ້ຽນລີກແລ້ວ ຣີລ ມາດຣິດ ຍັງມີລາຍການແຂ່ງຂັນໃນລີກສູງສຸດຂອງ ແອັດສະປາຍ ອີກ 2 ນັດທີ່ສຳຄັນອີກໄດ້ແກ່: ບຸກໄປຢາມ ເຊລຕາ ວີໂກ ວັນທີ 14 ພຶດສະພາ ແລະ ຕ້ອນຮັບ ເອສປັນຢອລ ວັນທີ 18 ພຶດສະພາ.
ໂດຍສະຖານະການຕອນນີ້ ຣີລ ມາດຣິດ ລຸ້ນແຊັມ ລາລີກາ ແອັດສະປາຍ ລໍາບາກ ເນື່ອງຈາກຕາມຫຼັງ ແອັດເລຕິໂກ ມາດຣິດ (ຜູ້ນໍາ) ແລະ ບາເຊໂລນາ (ອັນດັບ 2) ຢູ່ 4 ແລະ 1 ຄະແນນຕາມລຳດັບ ຂະນະທີ່ຕ້ອງລຸ້ນໃຫ້ທັນສອງທີມນຳສະເໝີ ຫຼື ເສຍໃນ 2 ນັດສຸດທ້າຍ ໂດຍສະເພາະ ບາເຊໂລນາ ຈະເປີດບ້ານຕ້ອນຮັບ ແອັດເລຕິໂກ ມາດຣິດ ໃນວັນທີ 18 ພຶດສະພາ ຖ້າລົງເອີຍດ້ວຍຜົນສະເໝີ ຫຼື ແອັດເລຕິໂກ ມາດຣິດ ເສຍກໍ່ອາດມີລຸ້ນແຊັມໄດ້ເຊັ່ນກັນ.

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...