spot_img
Homeຂ່າວຕ່າງປະເທດກູ້ໄພຍີ່ປຸ່ນ ເລັ່ງຄົ້ນຫາຜູ້ສູນຫາຍ ເຫດແຜ່ນດິນໄຫວເກາະຄິວຊູອີກ 9 ຄົນ!

ກູ້ໄພຍີ່ປຸ່ນ ເລັ່ງຄົ້ນຫາຜູ້ສູນຫາຍ ເຫດແຜ່ນດິນໄຫວເກາະຄິວຊູອີກ 9 ຄົນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ເມສານີ້ວ່າ ເຈົ້າໜ້າທີ່ກູ້ໄພຍີ່ປຸ່ນ ຍັງຄົງເລັ່ງຄົ້ນຫາຜູ້ສູນຫາຍອີກ 9 ຄົນ ຈາກເຫດແຜ່ນດິນໄຫວ ຂະໜາດ 7.0 ຢູ່ເກາະຄິວຊູ ເມື່ອວັນເສົາທີ 16 ເມສາຜ່ານມາ ໂດຍປັດຈຸບັນ ລວມຍອດຜູ້ເສຍຊີວິດ ຈາກເຫດແຜ່ນດິນໄຫວຮຸນແຮງດັ່ງກ່າວ ແມ່ນຢ່າງໜ້ອຍ 42 ຄົນ ເຮັດໃຫ້ທີ່ຢູ່ອາໄສຂອງປະຊາຊົນ ຫລາຍກວ່າ 25,000 ຄົນ ຖືກທຳລາຍໂດຍແຜ່ນດິນໄຫວ ແລະ ດິນເຈື່ອນ.

ຂະນະດຽວກັນ ລັດຖະບານຍີ່ປຸ່ນ ໄດ້ສັ່ງອົບພະຍົບປະຊາຊົນອີກ ຫລາຍກວ່າ 110,000 ຄົນ ໃນແຂວງຄຸມາໂມໂຕະ ອອກຈາກພື້ນທີ່ສ່ຽງໄພ ເພື່ອໄປອາໄສຢູ່ບ່ອນພັກເຊົາຊົ່ວຄາວ ທີ່ທາງການຈັດຂຶ້ນ.

559000004040402

 

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...