spot_img
Homeຂ່າວເຫດການກອງປະຊຸມຄັ້ງປະຖົມມະລຶກ ສະພາແຫ່ງຊາດຊຸດທີ VIII ຈະໄຂຂຶ້ນ 20-23 ເມສານີ້!

ກອງປະຊຸມຄັ້ງປະຖົມມະລຶກ ສະພາແຫ່ງຊາດຊຸດທີ VIII ຈະໄຂຂຶ້ນ 20-23 ເມສານີ້!

Published on

ຂປລ. ກອງປະຊຸມຄັ້ງປະຖົມມະລຶກ ສະພາແຫ່ງຊາດຊຸດທີ VIII ຈະໄຂຂຶ້ນ​​ແຕ່ວັນທີ 20-23 ​ເມສາ 2016 ທີ່ນະຄອນຫລວງວຽງຈັນ,ໂດຍຈະມີການພິຈາລະນາຕັດສິນແລະ ຮັບຮອງຫລາຍບັນຫາສຳຄັນພື້ນຖານຂອງຊາດເປັນຕົ້ນແມ່ນໂຄງປະກອບການຈັດຕັ້ງແລະ ບຸກຄະລາກອນຂອງສະພາແຫ່ງຊາດ, ​ການເລືອກຕັ້ງປະທານປະເທດແລະ ຮອງປະທານປະເທດ, ການເລືອກຕັ້ງນາຍົກລັດຖະມົນຕີ, ​ໂຄງປະກອບການຈັດຕັ້ງຂອງລັດຖະບານແລະ ການສະເໜີແຕ່ງຕັ້ງຮອງນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະລັດຖະບານຊຸດໃໝ່.

ທີ່ປະຊຸມຍັງຈະໄດ້ພິຈາລະນາແລະ ຮັບຮອງເອົາການເລືອກຕັ້ງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດແລະ ປະທານສານປະຊາຊົນສູງສຸດ, ຮັບຟັງການລາຍງານການເຄື່ອນໄຫວປະຕິບັດໜ້າທີ່ໄລຍະ 5 ປີຜ່ານມາ ຂອງຄະນະປະຈຳສະພາແຫ່ງຊາດ, ນາຍົກລັດຖະມົນຕີ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດແລະ ປະທານສານປະຊາຊົນສູງສຸດ. ກອງປະຊຸມ ຍັງຈະໄດ້ຮັບຮອງເອົາວິໄສທັດຮອດປີ 2030, ຍຸດທະສາດຮອດປີ 2025 ​ແລະແຜນພັດທະນາເສດຖະກິດສັງຄົມ 5 ປີ ຄັ້ງທີ III 2016-2020, ພິຈາລະນາຮັບຮອງເອົາບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບວິໄສທັດຮອດປີ 2030, ຍຸດທະສາດຮອດປີ 2025 ​ແລະ ທິດທາງແຜນການ 5 ປີ ຂອງສະພາແຫ່ງຊາດຊຸດທີ VIII, ລວມທັງແຜນການສ້າງແລະ ປັບປຸງກົດໝາຍ 5 ປີ ຕະຫລອດອາຍຸການຂອງສະພາແຫ່ງຊາດຊຸດທີ VIII 2016-2020, ພິຈາລະນະຮັບຮອງເອົາມະຕິວ່າດ້ວຍວຽກງານສະພາແຫ່ງຊາດແລະ ມະຕິວ່າດ້ວຍວຽກງານລັດຖະບານ.

ກອງປະຊຸມຍັງຈະໄດ້ຮັບຟັງການລາຍງານ ຂອງຄະນະກຳມະການເລືອກຕັ້ງລະດັບຊາດ ກ່ຽວກັບຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VIII ​ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ພ້ອມທັງຢັ້ງຢືນຄຸນລັກສະນະຂອງສະມາຊິກສະພາແຫ່ງຊາດຊຸດທີ VIII, ສິ່ງສຳຄັນແລະ ມີຄວາມໝາຍສຳຄັນຂອງກອງປະຊຸມຄັ້ງນີ້ແມ່ນຈະໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳຂອງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.

ທ່ານ ປອ. ກຸແກ້ວ ອັກຄະມຸນຕີ ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການຕ່າງປະເທດ ສະພາແຫ່ງຊາດໄດ້ຖະແຫລງຂ່າວຕໍ່ສື່ມວນຊົນໃນວັນທີ 11 ​ເມສາ ນີ້ ພ້ອມທັງລະບຸວ່າ: ກອງປະຊຸມຄັ້ງປະຖົມມະລຶກຄັ້ງນີ້ແມ່ນເຫດການສຳຄັນທາງປະຫວັດສາດຂອງຊາດ, ທີ່ມີຄວາມໝາຍທາງດ້ານການເມືອງຢ່າງໜັກແໜ້ນ, ທັງຢັ້ງຢືນເຖິງຄວາມເປັນເອກະພາບແລະ ຄວາມເຊື່ອໝັ້ນຂອງປວງຊົນຕໍ່ການນຳພັກລັດແລະແມ່ນໝາກຜົນຂອງການຈັດຕັ້ງປະຕິບັດ ແນວທາງການປ່ຽນແປງໃໝ່ຮອບ ດ້ານທີ່ມີຫລັກການຂອງພັກເພື່ອກ້າວໄປສູ່ການຈັດຕັ້ງປະຕິບັດມະຕິ X ຂອງພັກເພື່ອປັບປຸງອຳນາດລັດ ປະຊາທິປະໄຕປະຊາຊົນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...