spot_img
Homeຂ່າວທ້ອງຖິ່ນຫົວ­ພັນ​ຈະ​ມີ​ໂຮງ­ງານ​ຜະ­ລິດ​ດິນ­ຈີ່​ທັນ​ສະ­ໄໝ

ຫົວ­ພັນ​ຈະ​ມີ​ໂຮງ­ງານ​ຜະ­ລິດ​ດິນ­ຈີ່​ທັນ​ສະ­ໄໝ

Published on

 

ພະ​ແນກ​ແຜນ­ການ ແລະ​ ການ​ລົງທຶນ​ແຂວງ​ຫົວ­ພັນ ​ສົມ­ທົບ​ກັບ​ບໍ­ລິ­ສັດ​ຮຸ້ນສ່ວນ​ພັດ­ທະ­ນາ​ຮາຍ​ເຢືອງ-ຫົວ­ພັນ​ຈຳກັດ​ໄດ້​ຈັດ​ພິ­ທີ​ເຊັນ​ສັນ­ຍາ​ ວ່າ​ດ້ວຍການ​ລົງ­ທຶນ​ສຳ​ປະ­ທານ​ທີ່​ດິນ​ ເພື່ອ​ສ້າງໂຮງ­ງານ​ຜະ­ລິດ​ດິນ­ຈີ່​ທັນ​ສະ­ໄໝ​ຢູ່​ບ້ານມ່ວນ​ກຸ່ມ​ຫົວ​ຊຽງ ເມືອງ​ຊຳ​ເໜືອແຂວງຫົວ­ພັນ.

ຮ່ວມ​ລົງ​ນາມ​ເຊັນ​ບົດ​ບັນ­ທຶກ​ໃນຄັ້ງ​ນີ້​ແມ່ນ​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ເມ­ສາຜ່ານ​ມາ ຊຶ່ງ​ຕາງ­ໜ້າ​ຝ່າຍ​ແຂວງ​ຫົວ­ພັນລົງ​ນາມ​ແມ່ນ​ທ່ານ ພູ​ວົງ ສີ​ສົມ​ຮັກ ກຳ​ມະການ​ພັກ​ແຂວງ, ຫົວ­ໜ້າ​ພະ​ແນກ​ແຜນການ ແລະ​ການ​ລົງ­ທຶນ​ແຂວງ, ທ່ານ ພອນ​ສານ ວິ­ໄລ​ເມັ້ງ ຫົວ­ໜ້າ​ພະ​ແນກ​ອຸດສາ​ຫະ​ກຳ ແລະ​ການ​ຄ້າ, ທ່ານ ອາ​ນົງ­ລັກ ແສງ​ສຸ­ລິ­ຍາ ຮອງ​ເຈົ້າ­ເມືອງ​ຊຳ​ເໜືອ ແລະ​ຝ່າຍ​ຫວຽດ­ນາມ​ແມ່ນ​ທ່ານ​ຟ້າມ ແມ້ງ​ຮຸ້ງອຳ­ນວຍ​ການ​ບໍ­ລິ­ສັດ​ຮຸ້ນ​ສ່ວນພັດ­ທະ­ນາ​ຮາຍ​ເຢືອງ-ຫົວ­ພັນ​ຈຳ­ກັດ, ມີບັນ­ດາ​ທ່ານ​ການ​ນຳ​ຂັ້ນ​ແຂວງ, ເມືອງຊຳ​ເໜືອ, ຫົວ­ໜ້າ​ພະ­ແນກ­ການ​ທີ່​ກ່ຽວຂ້ອງ​ອ້ອມ​ຂ້າງ​ແຂວງ, ເມືອງ​ຊຳ​ເໜືອພ້ອມ​ດ້ວຍ​ພະ­ນັກ­ງານ​ກ່ຽວ­ຂ້ອງ​ຝ່າຍເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພິ­ຍານ​ນຳ.

ປະ­ຈຸ​ບັນ​ແຂວງ​ຫົວ­ພັນ​ໄດ້​ເຊັນ​ສັນຍາ​ ວ່າ​ດ້ວຍ​ການ​ລົງ­ທຶນ​ສຳ​ປະ­ທານ​ທີ່ດິນ​ເພື່ອ​ສ້າງ­ຕັ້ງ​ໂຮງ­ງານ​ຜະ­ລິດ​ດິນ­ຈີ່ ຕີ​ແໜ້ນ​ຢູ່​ແຂວງ​ຫົວ­ພັນ​ມີ 1 ໂຄງ­ການ ແລະ​ໂຄງ­ການ​ທີ 2 ກໍ​ຄື​ໂຮງ­ງານ​ຜະ­ລິດດິນ­ຈີ່​ທັນ​ສະ­ໄໝ​ຢູ່​ບ້ານ​ມ່ວນ​ກຸ່ມ​ຫົວຊຽງ ເມືອງ​ຊຳ​ເໜືອ​ແຂວງ​ຫົວ­ພັນ ຊຶ່ງ​ມີມູນ​ຄ່າ​ການ​ລົງ­ທຶນ​ທັງ​ໝົດ 25 ຕື້​ກີບ, ທຶນ​ຈົດ​ທະ­ບຽນ 8 ຕື້​ກີບ, ມີ​ອາ­ຍຸ​ສຳ​ປະທານ 35 ປີ, ທີ​ເປັນ​ການ​ລົງ­ທຶນ​ຂອງຕ່າງ­ປະ­ເທດ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...