spot_img
Homeຂ່າວພາຍ​ໃນຊົວເຣຊ ກວາດ 3 ລາງວັນດີເດັ່ນຂອງ ລິເວີພູລ ສົ່ງທ້າຍລະດູການ

ຊົວເຣຊ ກວາດ 3 ລາງວັນດີເດັ່ນຂອງ ລິເວີພູລ ສົ່ງທ້າຍລະດູການ

Published on

AA
ຣ໊ອດເຈີ (ຊ້າຍ) ຮັບລາງວັນແຫ່ງຄວາມສຳເລັດ.
A
ຫຼຸຍ ຊົວເຣຊ (ຊ້າຍ) ຖ່າຍຮູບຮ່ວມກັບ ປະທານສະໂມສອນ ລິເວີພູລ.

ຫຼຸຍ ຊົວເຣຊ ກອງໜ້າຕົວເກັ່ງຂອງ ລິເວີພູລ ກວາດ 3 ລາງວັນໃນງານປະກາດລາງວັນສົ່ງທ້າຍລະດູການ 2013-2014 ຂອງລິເວີພູລ ສະໂມສອນຈາກອັງກິດ ເມື່ອວັນທີ 6 ພຶດສະພາທີ່ຜ່ານມາ.
ຫຼັງຈາກທີ່ໄດ້ລາງວັນນັກເຕະດີເດັ່ນແຫ່ງປີຂອງອັງກິດ ທັງສະມາຄົມບານເຕະອາຊີບອັງກິດ ແລະ ສະມາຄົມຜູ້ສື່ຂ່າວບານເຕະອັງກິດ ແລ້ວໃນງານປະກາດລາງວັນສົ່ງທ້າຍລະດູການ 2013-2014 ຂອງລິເວີພູລ ຜົນປະກົດວ່າ: ຫຼຸຍ ຊົວເຣຊ ກອງໜ້າທີມຊາດອູຣູກວາຍ ຍາດໄດ້ເຖິງ 3 ລາງວັນໄດ້ແກ່: ລາງວັນນັກເຕະດີເດັ່ນຂອງສະໂມສອນ (ຈາກການລົງຄະແນນຂອງເພື່ອນຮ່ວມທີມ), ລາງວັນນັກເຕະດີເດັ່ນແຫ່ງປີ (ຈາກການລົງຄະແນນຂອງແຟນບານລິເວີພູລ) ແລະ ລາງວັນປະຕູໂດດເດັ່ນແຫ່ງປີ (ຈາກຍິງໄລຍະ 40 ຫຼາໃນນັດທີ່ພົບກັບ ນໍຣິຊ ຊິຕີ ເມື່ອເດືອນທັນວາ ປີທີ່ຜ່ານມາ).
ໂດຍ ສະຕີເວນ ເຈີຣາດ ຫົວໜ້າທີມ ລິເວີພູລ ກ່າວວ່າ: “ຫຼຸຍ ຊົວເຣຊ ເໝາະສົມກັບລາງວັນນີ້ທຸກປະການ, ລາວຊະນະທຸກສິ່ງ ແລະ ພວກເຮົາກໍ່ໂຊກດີຫຼາຍທີ່ມີຜູ້ຫຼິ້ນເກັ່ງລະດັບໂລກຢູ່ໃນທີມ ແລະ ຊ່ວຍໃຫ້ ລິເວີພູລ ມີລະດູການທີ່ດີທີ່ສຸດ”.
ຂະນະທີ່ ເບຣນແດນ ຣ໊ອດເຈີ ຜູ້ຈັດການທີມຂອງລິເວີພູລໄດ້ຮັບລາງວັນແຫ່ງຄວາມສຳເລັດດີເດັ່ນ ຫຼັງສ້າງຜົນງານພາທີມ ລິເວີພູລ ໄດ້ສິດໄປແຂ່ງຂັນ ຢູຟາ ແຊັມປ້ຽນລີກ ໃນລະດູການໜ້າ ແລະ ໄດ້ລຸ້ນແຊັມພຣີເມຍລີກ ພາຍໃຕ້ການຄຸມທີມພຽງແຕ່ 2 ລະດູການ.
ສ່ວນຕໍາແໜ່ງນັກເຕະໜ້າໃໝ່ດີເດັ່ນແຫ່ງປີຕົກເປັນຂອງ ຣາຮິມ ສະເຕີລິງ ປີກຕົວເກັ່ງທີ່ສະແດງຟອມໄດ້ຢ່າງສະໝໍ່າສະເໝີ ແລະ ມີໂອກາດຫຼາຍທີ່ສຸດໃນການຕິດທີມຊາດອັງກິດ ທີ່ກຽມໄປການແຂ່ງຂັນບານໂລກ 2014 ທີ່ບຣາຊິນ ໃນເດືອນມິຖຸນານີ້.

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...