spot_img
Homeຂ່າວເຫດການເມົາແລ້ວຂັບ ເກີດອຸປະຕິເຫດໄດ້

ເມົາແລ້ວຂັບ ເກີດອຸປະຕິເຫດໄດ້

Published on

ທຸກ​ເວລາ​ທຸກ​ນາທີ ຖ້າ​ພວກ​ເຮົາ​ຫາກ​ປະໝາດ ແລະ ຂາດ​ສະຕິ ບໍ່​ປະຕິບັດ​ກົດ​ລະບຽບ​ຈະລາຈອນ ຄື​ອຸປະ​ເຫດ​ລາຍ​ນີ້​ເກີດ​ຂຶ້ນ​ຕອນ​ແລງເວລາ 17:45 ຂອງວັນທີ 10/04/2016 ເກີດອຸປະຕິເຫດລົດຈັກຕຳທ້າຍລົດທີ່ຈອດຢູ່ຂ້າງທາງ ຢູ່ຕໍ່ຫນ້າວິທະຍາໄລສາມແຍກປາກປ່າສັກ ໄດ້ຮັບບາດເຈັບ 1 ຄົນ ສາເຫດຍ້ອນຄົນຂັບຂີ່ເມົາແລ້ວຂັບ

ເຫດການ ​ທີ່​ບໍ່​ເພິ່ງ​ປາດ​ຖະ​ໜາ​ຄັ້ງ​ນີ້ ເປັນ​ຄະຕິ​ເຕືອນໃຈ​ໃຫ້​ທຸກ​ຄົນຮູ້​ວ່າ ເວລາ​ຂັບ​ຂີ່​ພາຫະນະ​ຕາມ​ທ້ອງ​ຖະໜົນ ກ່ອນ​ອື່ນ​ກໍ​ຕ້ອງ​ໃຫ້​ກຽດ​ເຊິ່ງ​ກັນ ແລະ ກັນ ບໍ່​ປະໝາດ ບໍ່​ຂາດ​ສະຕິ ເມົາ​ແລ້ວ​ບໍ່​ຂັບ ແລະ ຄ່ອຍ​ໄປ​ຄ່ອຍ​ມາ ໂດຍ​ສະເພາະ​ແມ່ນ​ຕ້ອງ​ເຂັ້ມ​ງວດ​ຕໍ່​ການ​ປະຕິບັດ​ກົດ​ລະບຽບ​ຈະລາຈອນ ແລ່ນ​ໃຫ້​ຖືກ​ຊ່ອງ​ທາງ​ຂອງ​ຕົນ ແລະ ເວລາ​ຈະ​ລ້ຽວ​ຊ້າຍ ລ້ຽວ​ຂວາ ຫຼື ຈະ​ຂ້າມ​ທາງ ກໍ​ຕ້ອງ​ເປີດ​ໄຟ​ສັນຍານ ພ້ອມ​ທັງ​ຫຼຽວ​ເບິ່ງ​ລົດ​ທາງ​ໜ້າ ແລະ ທາງ​ຫຼັງ ວ່າ​ມີ​ຄວາມ​ຮັບປະກັນ​ແລ້ວ​ບໍ ຈຶ່ງ​ຂ້າມ ຖ້າ​ພວກ​ເຮົາ​ຫາກ​ປະຕິບັດ​ໄດ້​ຄື​ແນວ​ນີ້ ອຸປະຕິເຫດ​ຈະ​ບໍ່ເກີດ​ຂຶ້ນ​ກັບ​ຕົວ​ເຮົາ​ເອງ ແລະ ຜູ້​ອື່ນ​ເດັດຂາດ.

ພາບ ແລະ ຂ່າວຈາກ: Sales Xaisanaphone

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...