Homeຂ່າວທ້ອງຖິ່ນຄຳ​ມ່ວນ ຕິດ­ຕາມ​ສິນ­ຄ້າ​ໄລ­ຍະ​ປີ​ໃໝ່

ຄຳ​ມ່ວນ ຕິດ­ຕາມ​ສິນ­ຄ້າ​ໄລ­ຍະ​ປີ​ໃໝ່

Published on

ວັນ​ທີ 6 ເມ­ສາ 2016 ພະ​ແນກວິ­ທະ­ຍາ­ສາດ ແລະ​ເຕັກ​ໂນ​ໂລ​ຊີ​ແຂວງຄຳ​ມ່ວນຮ່ວມ​ກັບ​ພະ­ນັກ­ງານ​ວິ­ຊາ​ການຂະ­ແໜງ​ຊັບ​ສິນ​ທາງ​ປັນ­ຍາ​ມາດ​ຕະຖານ ແລະ​ວັດ­ແທກ​ລົງ​ເຄື່ອນ​ໄຫວ​ກວດກາ​ກະ­ຕ່າ​ຂອງ­ຂວັນ​ຕາມ​ຫ້າງ​ຮ້ານ​ໃນຂອບ​ເຂດ​ເທ­ສະ​ບານ​ແຂວງ ເນື່ອງ​ໃນວັນ​ປະ­ເພ­ນີ​ປີ​ໃໝ່​ລາວ ເພື່ອ​ເປັນ​ການ​ຮັບປະ­ກັນ ແລະ​ຍົກ​ສູງ​ຄຸນ​ນະ​ພາບ​ຂອງ​ສິນຄ້າ​ໃນ​ການ​ຕອບ​ສະ­ໜອງ​ຂອງ​ສັງ­ຄົມ​ກໍຄື​ຜົນ​ປະ­ໂຫຍດ​ອັນ​ຊອບ​ທຳ​ຂອງ​ຜູ້​ຊົມໃຊ້.

ໃນ​ໄລ­ຍະ​ຜ່ານ​ມາ​ຍັງ​ມີ​ບາງ​ຫ້າງຮ້ານ​ໄດ້​ຈຳ­ໜ່າຍ​ສິນ­ຄ້າ​ປະ­ເພດ​ກະ­ຕ່າຂອງ­ຂວັນ​ທີ່​ນຳ​ເອົາ​ສິນ­ຄ້າ​ທີ່​ບໍ່​ໄດ້​ມາດຕະ​ຖານ ແລະ​ສິນ­ຄ້າ​ທີ່​ໝົດ​ອາ­ຍຸ​ການ​ນຳໃຊ້ມາ​ບັນ­ຈຸ​ໃສ່​ກະ­ຕ່າ​ຂອງ­ຂວັນ ຊຶ່ງ​ເປັນການ​ກະ­ທຳ​ທີ່​ບໍ່​ເໝາະ​ສົມ​ເປັນ​ການ​ສວຍໂອ­ກາດ​ເອົາ​ປຽບ​ຜູ້​ຊົມ­ໃຊ້.

ສະ­ນັ້ນ ເພື່ອ​ເປັນ​ການ​ແກ້​ໄຂ​ກັບ​ບັນຫາ​ດັ່ງ­ກ່າວທາງ​ພາກ­ສ່ວນ​ກ່ຽວ­ຂ້ອງ ຈິ່ງ​ໄດ້​ລົງ​ກວດ­ກາ​ຕົວ​ຈິງ​ຕາມ​ບັນ­ດາຫ້າງ​ຮ້ານ ຊຶ່ງ​ການ​ລົງ​ຕິດ­ຕາມ​ເຄື່ອນໄຫວ​ຄັ້ງ​ນີ້​ແມ່​ຄ້າ​ຊາວ​ຄ້າ­ຂາຍ​ໃຫ້­ການ ຮ່ວມ​ມື ແລະ​ໄດ້​ຕິດ​ລາ­ຄາ, ຊື່​ຮ້ານ​ຄ້າ, ເບີ​ໂທ​ສະ­ຖານ­ທີ່​ຕັ້ງ​ຕາມ​ທີ່​ເຄີຍ​ແຈ້ງ​ການຜ່ານ​ການ​ລົງ​ເຄື່ອນ​ໄຫວ​ຕົວ​ຈິງ​ສາ­ມາດ ກວດ­ກາ​ຮ້ານ​ຄ້າ​ທັງ​ໝົດ 8 ຮ້ານ, ຮ້ານທີ່​ແຈ້ງ​ລາ­ຄາ​ສິນ­ຄ້າ​ມີ​ຈຳ­ນວນ 2 ຮ້ານ, ຮ້ານ​ທີ່​ບໍ່​ຕິດ​ລາ­ຄາ​ສິນ­ຄ້າ​ມີ 6 ຮ້ານ, ກວດ​ພົບ​ສິນ­ຄ້າ​ໝົດ​ອາ­ຍຸ​ຈຳ­ນວນ 1 ລາຍ­ການ​ຄື​ເຂົ້າ­ໜົມ 1 ກ່ອງ​ຄິດ​ເປັນ​ເງິນ 2 ພັນ​ກີບ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...