spot_img
Homeຂ່າວທ້ອງຖິ່ນຮອງ​ເຈົ້າ​ຄອງ​ຮຽກຮ້ອງ​ໃຫ້​ສະຫຼອງປີ​ໃໝ່​ຢ່າງ​ມີ​ສະຕິ

ຮອງ​ເຈົ້າ​ຄອງ​ຮຽກຮ້ອງ​ໃຫ້​ສະຫຼອງປີ​ໃໝ່​ຢ່າງ​ມີ​ສະຕິ

Published on

ວັນ​ທີ 7 ​ເມສາ​ນີ້, ທ່ານ​ ສາຍທອງ ​ແກ້ວ​ດວງ​ດີ ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ​ໄດ້​ຖະ​ແຫຼງຕໍ່​ສື​ມວນ​ຊົນ​ວ່າ: ​ເນື່ອງ​ຈາກ​ບຸນປີ​ໃໝ່​ລາວ​ປີ​ນີ້​​ໄດ້​ພັກ​ຍາວ​ກ່ວາທຸກ​ປີຄື: ເລີ່​ມ​ແຕ່​ວັນ​ທີ 13 – 16 ​ເມສາ​ນີ້, ສຳລັບ​ກິດຈະ​ກຳ​ຕ່າງໆ​ແມ່ນ​ຈະ​​ເລີ່​ມຈັດ​ຂຶ້ນ​ໃນ​ວັນ​ທີ 13 ​ເມສາ​ເປັນ​ຕົ້ນ​ໄປຄື: ຢູ່ບໍລິເວນ​ຫາດ​ດອນ​ຈັນ​ ​ແລະ ​ເສັ້ນທາງ​​ແຄ​ມຂອງ, ຖະໜົນ​ເສດ​ຖາ​ທິລາດ, ຈະ​ມີ​ການ​ເປີດ​ຕະຫຼາດ ນັດວາງສະ​ແດງ ​​ແລະ ຂາຍ​ສິນຄ້າ, ​ແຂ່ງຂັນ​ກິລາ,  ຕົບ​ພະທາດ​ຊາຍ, ​ແຫ່​ນາງ​ສັງຂານ ແລະ ຫົດສົ່ງພະພຸດທະຮູບຕາມປະເພນີ ແລະ ວັນທີ 16 ຈະມີພິທີໃສ່ບາດ, ຖວາຍສັງຄະທານ, ບາສີ ສູ່ຂວັນດັ່ງ​ເຄີຍ​ປະຕິບັດ​ມາ ​ແລະ ​ເພື່ອ​ເຮັດ​ໃຫ້​ບຸນປີ​ໃໝ່​ລາວ​ປີ​ນີ້​ຮັກສາ​ໄດ້​ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາດ, ​ຈຶ່ງ​ຮຽກຮ້ອງ​ໃຫ້​ປະຊາຊົນ​ລາວ​ບັນດາ​ເຜົ່າ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ກໍ​ຄື​ຊາວ​ນະຄອນ​ຫຼວງ​ວຽງ​ຈັນ, ຈົ່ງ​ຫຼິ້ນ​ບຸນປີ​ໃໝ່ຢ່າງ​ມີ​ສະຕິ,​ໂດຍ​ສະ​ເພາະ​ແມ່ນ​ໄວ​ໜຸ່ມ​ໃຫ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​,ເປັນຕົ້ນແມ່ນການຫົດນ້ຳຕ້ອງໃຊ້ນຳທີ່ສະອາດ ແລະ ບໍ່ໃຫ້ໃຊ້ຖົງຢ່າງດຶກ, ແກວ່ງໃສ່ກັນ, ການນຸ່ງຖືກໍຕ້ອງໃຫ້ສຸພາບຮຽບຮ້ອຍ, ບໍ່ໃຫ້ນຸ່ງເຄື່ອງທີ່ມີລັກຊະນະໂປ້ເປືອຍ ຈົນເກີນໄປ, ການດື່ມກິນກໍໃຫ້ມີສະຕິ, ເມົາແລ້ວຫ້າມຂັບລົດຢ່າງເດັດຂາດ ​ແລະ ສິ່ງ​ສຳຄັນ​ແມ່ນ​ພ້ອມ​ກັນ​ຮັກສາ​ຄວາມ​ເປັນ​ລະບຽບຮຽບຮ້ອຍ ​ແລະ ຄວາມ​ສະອາດ​ຕາມ​ຖະໜົນຫົນທາງ ​ແລະ ສະຖາ​ນທີ່​ຈັດ​ງານ​ຕ່າງໆ,​ດ້ວຍ​ການ​ບໍ່​ຖິ້ມ​ຂີ້​ເຫຍື້ອ​ຊະຊາຍ, ​ໃຫ້​ພໍ່​ແມ່​ຜູ້​ປົກຄອງ​ຈົ່ງເປັນເຈົ້າການບອກສອນລູກຫຼານຂອງຕົນໃນການຫຼິ້ນບຸນປີໃໝ່​ໃຫ້​ມີ​ບັນຍາກາດ​ເບີກບານ​ມ່ວນ​ຊື່ນ​ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ຄວາມ​ສະຫງົບ​ປອດ​ໄພ, ໂດຍສະເພາະແມ່ນການຫົດສົງ​ກັນ​ຕ້ອງໃຊ້ນ້ຳທີ່ສະອາດ, ຕ້ອງຂໍອະນຸຍາດຈາກເພີ່ນເສຍກ່ອນຈຶ່ງຫົດ, ຫ້າມບໍ່ໃຫ້ຫຼິ້ນສິ່ງເປິະເປື້ອນ, ການໄປມາຕ້ອງມີສະຕິເພື່ອປ້ອງກັນບໍ່ໃຫ້ມີອຸປະຕິເຫດ​ເກີດ​ຂຶ້ນ.

 

ຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...

ອາຊີບຕ້ອງຫ້າມ! ຕຳຫຼວດໄທວາງແຜນຈັບໜຸ່ມລາວ ຂັບລົດຈັກຮັບຈ້າງ ຍາດອາຊີບຄົນໄທ

ເຈົ້າໜ້າທີ່ຕຳຫຼວດໄທ ວາງແຜນຈັບໜຸ່ມລາວ ຍາດອາຊີບຄົນໄທ ຂັບລົດຈັກຮັບຈ້າງ ບໍລິເວນເຂດຫ້ວຍຂວາງ ກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານໃນວັນທີ 1 ເມສາ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທໄດ້ຮັບແຈ້ງຈາກສາຍຂ່າວ ກ່ຽວກັບເບາະແສວ່າ: ມີຊາຍຄ້າຍຄືກັບແຮງງານຕ່າງດ້າວ...