Homeສຸຂະພາບ ແລະ ສີ່ງແວດລ້ອມອາຫານທີ່ຄວນຫຼີກລ່ຽງໃນເວລາເປັນໄຂ້

ອາຫານທີ່ຄວນຫຼີກລ່ຽງໃນເວລາເປັນໄຂ້

Published on

ສະພາບອາກາດທີ່ປ່ຽນແປງເລື້ອຍໆ ອາດເຮັດໃຫ້ຮ່າງກາຍຂອງຄົນເຮົາບໍ່ສະບາຍ ຊຶ່ງກໍຕ້ອງປິ່ນປົວດ້ວຍການພັກຜ່ອນ ແລະ ກິນຢາ. ແຕ່ທ່ານຄວນຮູ້ວ່າ ອາຫານກໍເປັນອີກປັດໄຈໜຶ່ງທີ່ມີຄວາມສຳຄັນໃນເວລາເປັນໄຂ້.

ອາຫານທີ່ຄວນຫຼີກລ່ຽງລຳດັບຕົ້ນຕໍ ໃນຍາມໄຂ້ຄື ເຂົ້າໝົມຫວານ ເພາະອາຫານຈຳພວກນີ້ມັກມີໄຂ້ມັນອີ່ມໂຕໃນປະລິມານສູງ ເຮັດໃຫ້ລະບົບຍ່ອຍອາຫານເຮັດວຽກບໍ່ໄດ້ດີເທົ່າທີ່ຄວນ.

  • ຊີ້ນແປຮູບ: ຈະດ້ວຍວິທີຮົມຄວັນ ຫຼື ປຸງຣົດດ້ວຍນ້ຳຕານ ຫຼື ເກືອກໍຕາມ ເຊັ່ນ ເບຄອນ, ຊິ້ນກະປ່ອງ. ຖ້າກິນອາຫານພວກນີ້ ໃນປະລິມານຫຼາຍ ອາດເຮັດໃຫ້ເກີດມະເຮັງ ແລະ ຍັງເຮັດໃຫ້ລະບົບພູມຄຸ້ມກັນຂອງຮ່າງກາຍອ່ອນແອ ອີກດ້ວຍ.
  • ນ້ຳສົ້ມ ຫຼື ນ້ຳໝາກກ້ຽງ ກໍຄວນຫຼີກລ່ຽງຄືກັນຊຶ່ງນັບວ່າເປັນເລື່ອງໜ້າແປກໃຈ ເພາະຄົນສ່ວນໃຫຍ່ຮັບຮູ້ວ່າມັນມີປະໂຫຍດ, ແຕ່ວ່ານ້ຳໝາກກ້ຽງສ່ວນໃຫຍ່ແມ່ນມີນ້ຳຕານ ໂດຍທີ່ນ້ຳຕານນີ້ເອງທີ່ບໍ່ເປັນປະໂຫຍດຕໍ່ຮ່າງກາຍ ແລະ ຍັງມີສະພາບເປັນກົດອີກດ້ວຍດ້ວຍ. ດັ່ງນັ້ນ ເມື່ອດື່ມໃນຂະນະທ້ອງເຮົາວ່າງ ມັນກໍຈະກັດກະເພາະອາຫານ ແລ້ວກໍຈະເຈັບທ້ອງ.
  • ຖົ່ວ: ມັນເຮັດໃຫ້ເກີດເສບຫະໃນລຳຄໍ ແລະ ອາດເຮັດໃຫ້ຖອກທ້ອງຊຶ່ງເຖິງແມ່ນວ່າບໍ່ມີຜົນໂດຍກົງຕໍ່ລະບົບຮ່າງກາຍແຕ່ກໍຈະເຮັດໃຫ້ຜູ້ປ່ວຍຮູ້ສຶກບໍ່ດີ, ບໍ່ສະບາຍໂຕໄດ້.
  • ຊິ້ນແດງ: ເປັນອາຫານອີກປະເພດໜຶ່ງທີ່ສົ່ງຜົນກະທົບຄ້າຍຄືກັບຖົ່ວ ຄື ເຮັດໃຫ້ເກີດມີນ້ຳມູກ ແລະ ເສມຫະ. ນອກນີ້ ໄຂມັນໃນຊິ້ນແດງຍັງເຮັດໃຫ້ລະບົບຍ່ອຍອາຫານເຮັດວຽກໜັກອີກດ້ວຍ.
  • ນ້ຳເມົາ: ທາດແອວກໍຮໍມີລິດທຳລາຍລ້າງໂຕຢາທຸກຢ່າງ ເຮັດໃຫ້ການປິ່ນປົວບໍ່ໄດ້ຜົນ ແລະ ຍັງມີລິດຄາຍເຄືອງກະເພາະອາຫານອີກດ້ວຍ.
  • ກາເຟ, ຊາ: ເປັນສິ່ງທີ່ຮ່າງກາຍສາມາດຍ່ອຍໄດ້ຍາກ.
  • ອາຫານເຜັດຮ້ອນ: ອາຫານພວກນີ້ຈະເຮັດໃຫ້ເກີດແກ໊ດຊຶ່ງຈະເຮັດໃຫ້ອຶດອັດແໜ້ນທ້ອງ, ບໍ່ສະບາຍໂຕ.
  • ຜະລິດຕະພັນນົມຕ່າງໆ: ມັນອຸດົມໄປດ້ວຍໄຂມັນໂມເລກຸນໜັກ ແລະ ສັບຊ້ອນ ເຮັດໃຫ້ຍ່ອຍຍາກ. ໃນບາງຄົນຍັງມີອາການແພ້ນົມໃນໄລຍະທີ່ປ່ວຍ ອີກດ້ວຍ.

 

ຂໍ້ມູນຈາກ: http://vtlaos.com/

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...