spot_img
Homeຂ່າວພາຍ​ໃນສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ຈະເປີດກອງປະຊຸມຄັ້ງ​ປະຖົມ​ມະລຶກ​ 20-23 ​ເມສາ​ນີ້!

ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII ຈະເປີດກອງປະຊຸມຄັ້ງ​ປະຖົມ​ມະລຶກ​ 20-23 ​ເມສາ​ນີ້!

Published on

ຄະນະ​ປະ​ຈໍາ​ສະພາ​ແຫ່ງ​ຊາດ​ ໄດ້​ມີ​ມະຕິ​ເລກທີ 020/ຄປຈ ລົງ​ວັນ​ທີ 1 ​ເມສາ 2016 ວ່າ​ດ້ວຍ​ການ​ດໍາ​ເນີນ​ກອງ​ປະຊຸມ​ຄັ້ງ​ປະຖົມ​ມະລຶກ​ ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VIII, ຊຶ່ງ​ກອງ​ປະຊຸມ​ດັ່ງກ່າວ​ ຈະ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​​ ແຕ່​ວັນ​ທີ 20-23 ​ເມສາທີ່​ຈະ​ເຖິງ​ນີ້ ຢູ່​ຫໍ​ສະພາ​ແຫ່ງ​ຊາດ, ນະຄອນຫລວງ​ວຽງ​ຈັນ ​ແລະ ​ໃຫ້​ບັນດາ​ຄະນະ​ປະ​ຈໍາ, ກໍາມາ​ທິການ, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ເພດ​ຍິງ, ຄະນະ​ຮັບ​ຜິດຊອບ​ຂົງ​ເຂດ​ເລືອກ​ຕັ້ງ, ຄະນະ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ຄະນະ​ເລຂາທິການ​ສະພາ​ແຫ່ງ​ຊາດ, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ປະ​ຈໍາ​ເຂດ​ເລືອກ​ຕັ້ງ ​ແລະ ພາກສ່ວນ​ກ່ຽວຂ້ອງ​ ຈົ່ງ​ຮັບ​ຮູ້ ​ແລະ ປະຕິບັດ​ຕາ​ມະຕິ​ຕົກ​ລົງ​ສະບັບ​ນີ້​ຢ່າງ​ເຂັ້ມ​ງວດ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...