Homeຂ່າວພາຍ​ໃນຄິວ​ລົດ​ສາຍ​ເໝືອ​ຢືນ­ຢັນ ປີ​ໃໝ່ບໍ່​ໃຫ້​ມີ​ຜູ້­ໂດຍ­ສານ​ຕົກ​ຄ້າງ

ຄິວ​ລົດ​ສາຍ​ເໝືອ​ຢືນ­ຢັນ ປີ​ໃໝ່ບໍ່​ໃຫ້​ມີ​ຜູ້­ໂດຍ­ສານ​ຕົກ​ຄ້າງ

Published on

ປີ​ໃໝ່​ລາວ ເລີ່ມ​ຫຍັບ​ເຂົ້າ​ມາ​ອີກ​ບໍ່​ພໍ​ເທົ່າ­ໃດ​ວັນ​ຂ້າງ​ໜ້າ​ນີ້ ບັນ­ດາ​ພໍ່​ແມ່​ປະຊາ​ຊົນ​ຕ່າງ​ແຂວງ​ທີ່​ອາ­ໄສ​ຢູ່​ໃນ​ນະ­ຄອນ­ຫຼວງ​ວຽງ​ຈັນ, ກໍ​ກຽມ​ເດີນ­ທາງ​ໄປ​ສະ­ຫຼອງ​ຢູ່​ບ້ານ​ເກີດ​ຂອງ​ຕົນ​ທັງ​ພາກ​ເໜືອ ແລະ​ພາກ​ໃຕ້, ປີ​ນີ້​ວັນ​ພັກ​ຂ້ອນ​ຂ້າງ​ຍາວກວ່າ​ປີ​ຜ່ານໆ​ມາຍິ່ງ​ຈະ​ມີ​ພໍ່​ແມ່​ປະ­ຊາຊົນ​ກັບ​ບ້ານ​ຫຼາຍ​ຂຶ້ນ, ສະ­ນັ້ນ ຜູ້​ໃຫ້​ບໍ​ລິການ​ຂົນ­ສົ່ງ​ໂດຍ­ສານ​ສາຍ​ເໜືອ​ຈິ່ງ​ໄດ້​ມີ​ການ​ກະ­ກຽມ​ຄວາມ​ພ້ອມ​ຫຼາຍ​ດ້ານ ໂດຍ​ສະ­ເພາະ​ແມ່ນ​ໄດ້​ເພີ່ມ​ຈຳ­ນວນ​ຖ້ຽວລົດ​ໂດຍ­ສານ​ຂຶ້ນ​ອີກ​ກວ່າ​ເທົ່າ​ຕົວ ທັງ​ນີ້ ​ກໍ​ເພື່ອ​ຮອງ​ຮັບ​ຜູ້­ໂດຍ­ສານ​ບໍ່​ໃຫ້​ຕົກ​ຄ້າງ.

ທ່ານ ນາງ ຈິດ​ປະ­ສົງ ຫຼວງ​ເດດ​ມີ​ໄຊ ຜູ້­ອຳ­ນວຍ­ການ​ບໍ­ລິ­ສັດ​ຂົນ​ໂດຍ­ສານ​ຈິດ​ປະ­ສົງ, ທັງ​ເປັນ​ເຈົ້າ​ຂອງ​ສະ­ຖາ­ນີ​ຂົນ­ສົ່ງໂດຍ­ສານ​ພາຍ​ໃນ ແລະ​ຕ່າງ­ປະ­ເທດ​ພາກເໜືອ​ໃຫ້​ສຳ­ພາດ​ຕໍ່​ສື່​ມວນ​ຊົນ​ເມື່ອ​ວັນ​ທີ 6 ເມ­ສາ​ຜ່ານ​ມາ​ນີ້​ຮູ້​ວ່າ: ການ​ກະ­ກຽມຮອງ​ຮັບ​ຜູ້­ໂດຍ­ສານ​ກັບ​ບ້ານ​ໃນ​ໄລ­ຍະບຸນ­ປີ­ໃໝ່​ລາວ​ປະ­ຈຳ ພສ 2559 ທາງສະ­ຖາ­ນີ​ຂົນ­ສົ່ງ​ສາຍ​ເໜືອ ພ້ອມ​ກັບ​ບໍ​ລິສັດ​ຂົນ­ສົ່ງ​ພາກ​ເໜືອ​ກໍ​ໄດ້​ກະ­ກຽມ​ລົດໃຫ້​ພຽງ­ພໍ​ກັບ​ຜູ້­ໂດຍ­ສານຖື​ວ່າ​ພວກ​ເຮົາໄດ້​ປະ­ຕິ­ບັດ​ຕາມ​ທີ່​ທຸກໆ​ປີ­ຜ່ານ­ມາ​ຄື: ໜຶ່ງ​ແມ່ນ​ກະ­ກຽມ​ເລື່ອງ​ເຕັກ­ນິກ​ລົດ, ຄວາມ​ສະ­ດວກ​ຂອງ​ລົດ, ໂຊ​ເຟີ, ສອງກະ­ກຽມ​ລົດ​ຈຳ­ນວນ​ໜຶ່ງ​ໄວ້​ສຳ­ຮອງ​ກໍລະ​ນີ​ສຸກ​ເສີນ​ຕົວ­ຢ່າງ​ແຂວງ​ຫຼວງ​ພະບາງ​ມື້­ໜຶ່ງ​ມີ​ລົດ 10 ຖ້ຽວ, ເຮົາ​ກໍ​ຈະກຽມ​ຕື່ມ​ອີກ 12 ຖ້ຽວ​ໄວ້ ເວົ້າ​ໄດ້​ວ່າ​ຂໍ ແຕ່​ມີ​ຜູ້­ໂດຍ­ສານ​ມາ, ຮັບ­ປະ­ກັນ​ວ່າ​ບໍ່​ໃຫ້​ຜູ້­ໂດຍ­ສານ​ຕົກ​ຄ້າງ​ຢ່າງ​ແນ່­ນອນ.

ນອກ​ນີ້ ກໍ​ຈັດ​ກຽມ​ໂຊ​ເຟີ​ລົດ​ທີ່​ຊຳນານ​ທາງ​ປະ­ຈຳ​ແຂວງ ໂດຍ​ຄຸມ​ເຂັ້ມບໍ່​ໃຫ້​ດື່ມ​ສິ່ງ​ມືນ​ເມົາ ແລະ​ສາຍ​ທາງ​ທີ່​ມີ ໄລ­ຍະ​ທາງ​ກາຍ 400 ຫຼັກ ແມ່ນ​ຈະ​ໃຊ້ໂຊ​ເຟີ​ລົດ 2 ຄົນ ທັງ​ນີ້​ເພື່ອ​ຮັບ­ປະ­ກັນ​ບໍ່ໃຫ້​ເກີດ​ອຸ­ບັດ­ເຫດ​ຕາມ​ສາຍ​ທາງ ຊຶ່ງເຫັນ​ວ່າ​ໃນ​ໄລ­ຍະ 5 ປີ​ຢ້ອນ​ຫຼັງ​ນັບ​ແຕ່​ປີ 2010 ຫາ 2015 ອຸ­ບັດ­ເຫດ​ທີ່​ເກີດ​ໃນໄລ­ຍະ​ບຸນ­ປີ­ໃໝ່​ຖື​ວ່າ​ບໍ່​ມີ​ເລີຍ ນັບ​ວ່າ​ປອດໄພ​ທີ່​ສຸດ.

ສ່ວນ​ລາ­ຄາ​ຄ່າ​ໂດຍ­ສານ​ແມ່ນ​ບໍ່​ມີການ​ປັບ​ຂຶ້ນ ຫຼື ຫຼຸດ​ລົງ​ແຕ່​ຢ່າງ­ໃດ​ເຖິງ ແມ່ນ​ລາ­ຄາ​ນໍ້າ­ມັນ​ຈະ​ຫຼຸດ​ລົງ​ກໍ​ຕາມ​ໂດຍສາຍ​ທາງ​ໄປ​ແຂວງ​ຫຼວງ​ນໍ້າທາ: ລາ­ຄາ 2 ແສນ​ກີບ, ຫຼວງ​ພະ​ບາງ: ລົດ​ທຳ​ມະ​ດາລາ­ຄາ 1,10 ແສນ​ກີບ, ລົດ VIP ຕຽງ​ນອນ 1,50 ແສນ​ກີບ, ແຂວງ​ຊຽງ​ຂວາງ: ລົດ​ທຳ​ມະ​ດາ­ລາ​ຄາ 1,10 ແສນ​ກີບ, ລົດ VIP ຕຽງ​ນອນ 1,50 ແສນ​ກີບ, ສາຍ​ທາງ​ຊຳ​ເໜືອ: ເລີ່ມ​ແຕ່​ລາ­ຄາ 1,70-2,10 ແສນ​ກີບ (ແລ້ວ­ແຕ່​ເວ­ລາ​ເດີນ­ທາງ), ສາຍ​ທາງອຸ­ດົມ​ໄຊ: ລົດ​ທຳ​ມະ​ດາ­ລາ​ຄາ 1,50 ແສນ​ກີບ, ລົດ VIP ຕຽງ​ນອນ 1,90 ແສນ​ກີບ, ໄຊ​ຍະ​ບູ​ລີ: ເລີ່ມ​ແຕ່​ລາ­ຄາ 1,10-1,30 ແສນ​ກີບ (ແລ້ວ­ແຕ່​ເວ ລາ), ສາຍ​ທາງ​ເມືອງ​ເງິນ: ລາ­ຄາ 2,50 ແສນ​ກີບ, ສາຍ​ທາງ​ບໍ່​ແກ້ວ: ຕຽງນອນ 2,50 ແສນ​ກີບ, ທຳ​ມະ​ດາ 2,30 ແສນ​ກີບ, ຜົ້ງ​ສາ­ລີ: ລົດ​ທຳ​ມະ​ດາ­ລາ ຄາ 2,10 ແສນ​ກີບ, ລົດ VIP ລາ­ຄາ 2,30 ແສນ​ກີບ, ປາກ​ລາຍ: ລາ­ຄາ 1 ແສນ​ກີບ, ສາຍ​ທາງ​ແກ່ນ​ທ້າວ: ລາ­ຄາ 1,10 ແສນ​ກີບ ແລະ​ສາຍ​ທາງ​ຊະ­ນະ​ຄາມ: ລາ ຄາ 80 ພັນ​ກີບ.

ຢ່າງ­ໃດ​ກໍ​ຕາມ ສຳ­ລັບ​ພໍ່​ແມ່​ປະ­ຊາຊົນ​ທີ່​ຈະ​ກັບ​ບ້ານ​ກໍ​ສາ­ມາດ​ມາ​ໃຊ້​ບໍ​ລິການ​ທາງ​ສະ­ຖາ­ນີ​ກັນ​ໄດ້ ແຕ່​ຢາກ​ຮຽກຮ້ອງ​ໃຫ້​ທຸກ​ທ່ານ​ມາ​ຂຶ້ນ​ລົດ​ຢູ່​ສະ­ຖາ­ນີ ໂດຍ​ກົງ​ບໍ່​ຢາກ​ໃຫ້​ລັດ​ລົດ​ໃນ​ລະ­ຫວ່າງ ທາງເພາະ​ລົດ​ທຸກ​ຄັນ​ທີ່​ອອກ​ຈາກ​ສະຖາ​ນີ​ໄປ​ ແມ່ນ​ຈະ​ມີ​ຄົນ​ເຕັມ​ພໍ­ດີ​ແລ້ວ ສະ­ນັ້ນ​ ຖ້າ​ລັດ​ຂຶ້ນ​ລົດ​ຕາມ​ທາງ​ຈະ​ໄດ້​ນັ່ງ​ຕັ່ງເສີມ​ເຮັດ​ໃຫ້​ພາຍ​ໃນ​ລົດ​ແອ​ອັດ​ບໍ່​ສະດວກ​ສະ­ບາຍ, ນອກ​ນີ້ ຖ້າ​ທ່ານ​ໃດ​ຈະເດີນ­ທາງ​ກໍ​ຈົ່ງ​ໃຫ້​ຫ້າງ​ຫາ​ກະ­ກຽມ​ກະເປົ໋າ​ມາ​ພ້ອມ​ເລີຍ​ລົດ​ຂອງ​ພວກ​ເຮົາ​ມີ​ບໍ­ລິ­ການ​ເລີ່ມ​ແຕ່ 6:00 ໂມງ ຮອດ 23:00 ໂມງ ຫຼື ຈະ​ໂທ​ມາ​ສອບ​ຖາມ​ເພີ່ມ​ເຕີມ​ນຳ​ພະ­ນັກ­ງານ​ຂາຍ​ປີ້​ກໍ​ໄດ້.

ທີ່ມາ:logo

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...