spot_img
Homeຂ່າວຕ່າງປະເທດທ່ານ ເທັນເຊັນ ອະດີດປະທານາທິບໍດີມຽນມາ ອອກບວດ ຫລັງຖ່າຍມອບອຳນາດ ໃຫ້ຜູ້ນຳຊຸດໃໝ່!

ທ່ານ ເທັນເຊັນ ອະດີດປະທານາທິບໍດີມຽນມາ ອອກບວດ ຫລັງຖ່າຍມອບອຳນາດ ໃຫ້ຜູ້ນຳຊຸດໃໝ່!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ເມສາຜ່ານມານີ້ວ່າ ທ່ານ ເທັນເຊັນ ອະດີດປະທານາທິບໍດີມຽນມາ ໄດ້ເຂົ້າພິທີອຸປະສົມບົດ ຫລື ບວດ ເປັນພະສົງ ເມື່ອວັນຈັນທີ 4 ເມສາ 2016 ໂດຍກະຊວງຖະແຫລງຂ່າວມຽນມາ ໄດ້ເຜີຍແຜ່ຜ່ານທາງເຟສບຸກວ່າ ອະດີດປະທານາທິບໍດີ ເທັນເຊັນ ຈະໃຊ້ເວລາຢູ່ທີ່ວັດທຳດິປາຕິ ໃກ້ກັບເມືອງມັນດະເລ ເປັນເວລາ 5 ວັນ.

ທັງນີ້ ທ່ານ ເທັນເຊັນ ໄດ້ຮັບການແຕ່ງຕັ້ງເປັນປະທານາທິບໍດີມຽນມາ ໃນປີ 2011 ແລະ ໃນເດືອນພະຈິກປີ 2015 ຜ່ານມານີ້ ມຽນມາໄດ້ມີການຈັດເລືອກຕັ້ງທົ່ວໄປຂຶ້ນ ໂດຍພັກສັນນິບາດຊາດ ເພື່ອປະຊາທິປະໄຕ ຫລື NLD ຂອງທ່ານ ນາງ ອອງຊານ ຊູຈີ ໄດ້ຮັບໄຊຊະນະຈາກການເລືອກຕັ້ງ ແລະ ໄດ້ມີການສົ່ງມອບອຳນາດ ໃຫ້ແກ່ ທ່ານ ຖິ່ນຈໍ ປະທານາທິບໍດີມຽນມາຄົນໃໝ່ ເມື່ອອາທິດທີ່ຜ່ານມານີ້.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...