spot_img
Homeຂ່າວການສຶກສາໂຄງການເພີ່ມທັກສະພາສາອັງກິດ ບຣູໄນ-ອາເມລິກາສຳລັບອາຊຽນເປີດຮັບສະຫມັກແລ້ວ.

ໂຄງການເພີ່ມທັກສະພາສາອັງກິດ ບຣູໄນ-ອາເມລິກາສຳລັບອາຊຽນເປີດຮັບສະຫມັກແລ້ວ.

Published on

ໂຄງການເພີ່ມທັກສະພາສາອັງກິດ ບຣູໄນ-ອາເມລິກາສຳລັບອາຊຽນເປີດຮັບສະຫມັກແລ້ວ. ໂຄງການນີ້ຈະດຳເນີນເປັນເວລາ 11 ອາທິດ ນັບຕັ້ງແຕ່ ທີ 5 ກັນຍາ ຫາ ທີ 19 ພະຈິກ 2016 ນີ້, ຄູອາຈານສອນພາສາອັງກິດ ແລະ ພະນັກງານລັດຖະກອນ ແລະ ນັກການທູດ ຈາກ 10 ປະເທດອາຊຽນ ຈະໄດ້ເສີມທັກສະການສື່ສານໂດຍໃຊ້ພະສາອັງກິດ ໂດຍການເຂົ້າສຶກສາທີ່ ມະຫາວິທະຍາໄລບຣູໄນດາຣຸສສະລຳ ເປັນເວລາ 7 ອາທິດ ແລະ ອີກ 4 ອາທິດ ແມ່ນຢູ່ທີ່ ສູນ East-West ທີ່ເມືອງ ຮໍນໍລູລູ. ນອກຈາກການພັດທະນາທັກສະທາງດ້ານພາສາແລ້ວ, ຜູ້ເຂົ້າຮ່ວມຍັງຈະໄດ້ແລກປ່ຽນກັນທາງດ້ານວັດທະນະທຳ ແລະ ສ້າງຄວາມສຳພັນ ແລະ ຄວາມເຄົາລົບເຊິ່ງກັນແລະກັນລະຫວ່າງຄົນໃນອາຊຽນ.
ຜູ້ສະໝັກຈະຕ້ອງຈົບການສຶກສາລະດັບປະລິນຍາຕີ, ເຮັດວຽກມາກ່ອນ 5 ປີ ແລະ ສາມາດນຳໃຊ້ພາສາອັງກິດໃນລະດັບທີ່ເໝາະສົມຕາມເອກະສານກ່ຽວກັບທຶນທີ່ http://bit.ly/1S7otOg.
ສະໝັກໂດຍສົ່ງຟອມໄປທີ່ສະຖານທູດບຣູໄນກ່ອນວັນທີ 28 ເມສານີ້ ພ້ອມດ້ວຍເອກະສານຢັ້ງຢືນໂດຍລັດຖະບານ.
ດາວໂຫລດຟອມທີ່: http://bit.ly/22owOp8
ອ່ານເພີ່ມທີ່: http://1.usa.gov/1R2VRFJ

ຂໍ້ມູນຈາກ: U.S. Embassy Vientiane

 

 

ບົດຄວາມຫຼ້າສຸດ

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...

ອາຊີບຕ້ອງຫ້າມ! ຕຳຫຼວດໄທວາງແຜນຈັບໜຸ່ມລາວ ຂັບລົດຈັກຮັບຈ້າງ ຍາດອາຊີບຄົນໄທ

ເຈົ້າໜ້າທີ່ຕຳຫຼວດໄທ ວາງແຜນຈັບໜຸ່ມລາວ ຍາດອາຊີບຄົນໄທ ຂັບລົດຈັກຮັບຈ້າງ ບໍລິເວນເຂດຫ້ວຍຂວາງ ກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານໃນວັນທີ 1 ເມສາ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທໄດ້ຮັບແຈ້ງຈາກສາຍຂ່າວ ກ່ຽວກັບເບາະແສວ່າ: ມີຊາຍຄ້າຍຄືກັບແຮງງານຕ່າງດ້າວ...