spot_img
Homeຂ່າວພາຍ​ໃນພຽງ 3 ​ເດືອນ​ຕົ້ນ​ປີ ນະຄອນຫລວງ​ວຽງ​ຈັນ ​ມີອັກຄີ​ໄພເກີດຂຶ້ນ​ຫລາຍ​ກວ່າ 20 ຄັ້ງ ​ສົ່ງ​ຜົນເສຍ​ຫາຍຕໍ່ຊັບສິນເປັນຈຳນວນຫລາຍ

ພຽງ 3 ​ເດືອນ​ຕົ້ນ​ປີ ນະຄອນຫລວງ​ວຽງ​ຈັນ ​ມີອັກຄີ​ໄພເກີດຂຶ້ນ​ຫລາຍ​ກວ່າ 20 ຄັ້ງ ​ສົ່ງ​ຜົນເສຍ​ຫາຍຕໍ່ຊັບສິນເປັນຈຳນວນຫລາຍ

Published on

ຮອງ​ຫົວໜ້າ​ພະ​ແນ​ກມອດ​ໄຟ ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ:ປັດຈຸບັນ ບັນຫາ​ອັກຄີ​ໄພ​ໄດ້​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ​ແລະ ຍັງ​ມີ​ຄວາມ​ສ່ຽງ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໄດ້​ທຸກ​ເວລາ, ​ຊຶ່ງ​ມາ​ຮອດ​ປັດຈຸບັນ ກໍ​ກ້າວ​ເຂົ້າ​ສູ່​ເດືອນ​ທີ​ສີ່​ຂອງ​ປີ2016 ​ແລ້ວ ​ແລະ ​ໃນ 3 ​ເດືອນ​ຜ່ານ​ມາ​ນີ້, ຢູ່ນະຄອນຫລວງ​ວຽງ​ຈັນ ​ໄດ້​ເກີດ​ອັກຄີ​ໄພ​ຂຶ້ນ 21 ຄັ້ງ ສົ່ງ​ຜົນ​ເສຍ​ຫາຍ​ຫລາຍ​ກວ່າ 7 ຮ້ອຍລ້ານ​ກີບ, ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ ​ເຫັນ​ວ່າ​ເພີ່ມ​ຂຶ້ນ​​ເກືອບ​ເທົ່າ​ຕົວ, ​ໃນ​ນັ້ນ ສະ​ເພາະ​ເດືອນ​ມັງກອນຜ່ານ​ມາ, ​ໄດ້​ເກີດ​ເຫດການ​ໄຟ​​ໄໝ້​ລະດັບ​ກາງ ​ແລະ ນ້ອຍຈຳນວນ 7 ຄັ້ງ, ​ຊຶ່ງ​ເກີດ​ຈາກ​ໄຟຟ້າ​ຊ໋ອດ, ​ໄຕ້​ທຽນບູຊາ, ຈູດ​ປ່າ​ຊະຊາຍ ​ລວມມູນ​ຄ່າ​​ເສຍ​ຫາຍຫລາຍ​ກວ່າ 3 ຮ້ອຍ​ລ້ານ​ກີບ, ​ຕົກ​ມາ​ຮອດ​ເດືອນ​ກຸມພາ, ​ໄດ້​ເກີດ​​ໄຟ​ໄໝ້​ທັງ​ໝົດ 8 ຄັ້ງ, ອັນເນື່ອງ​ມາ​ຈາກ​ການ​ຫລາຍສາ​ເຫດ​​ເປັນ​ຕົ້ນ ການຈູ​ດປ່າ​ຊະຊາຍ​ຂອງ​ປະຊາຊົນ ຈຶ່ງ​ເຮັດ​ໃຫ້​ໄຟ​ໄດ້ລາມ

​ໃສ່​ໂຮງງານທີ່ຢູ່​ໄກ້​ຄຽງ ລວມມູນ​ຄ່າ​ເສຍ​ຫາຍຫລາຍ​ກວ່າ 2 ຮ້ອຍ​ລ້ານ​ກີບ ​ແລະ ​ໃນ​ເດືອນ​ມີນາ​ທີ່​ຜ່ານ​ມາ​ນີ້, ​ໄດ້​ເກີດ​​ເຫດ​ໄຟ​ໄໝ້​ຂຶ້ນລວມ​ 6 ຄັ້ງ, ສ່ວນ​ໃຫຍ່​ແມ່ນ​ໄຟ​ໄໝ້ລະດັບ​ນ້ອຍ ​ໃນ​ນັ້ນ​ສາ​ເຫດ​ແມ່ນ​ເກີດ​ຈາກ​​ໄຟຟ້າ​ລັດ​ວົງ​ຈອນ ເນື່ອງ​ຈາກການ​ຊົມ​ໃຊ້​ໄຟຟ້າ​​ຫລາຍຂອງ​ປະຊາຊົນ​.

​ ຮອງ​ຫົວໜ້າ​ພະ​ແນ​ກມອດ​ໄຟ ກ່າວ​ຕື່ມ​ວ່າ: ຕໍ່​ກັບ​ສະພາບ​​ດັ່ງກ່າວ​ນີ້, ກົມ​ມອດ​ໄຟ ຮ່ວມ​ກັບ ພະ​ແນ​ກມອດ​ໄຟນະຄອນຫລວງ​ວຽງ​ຈັນ ​ໄດ້​ເພີ່ມ​ສະຖານນີມອດ​ໄຟ​ຂຶ້ນ​ຕື່ມ​ອີກ 4 ​​ແຫ່ງ​ຄື: ​ເມືອງ​ປາກງື່ມ, ຫາດ​ຊາຍ​ຟອງ, ສັງ​ທອງ ​ແລະ ​​ເມືອງໄຊ​ທານີ ​ແລະ ​ມອບ​ລົດ​ນ້ຳ​ໃຫ້​​ເມືອງ​ລະ 2 ຄັນ ພ້ອມ​ວິຊາ​ການ​ທີ່​ມີ​ຄວາມ​ຮູ້​ຈຳນວນ​ໜຶ່ງ ເພື່ອ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ໃນ​ການຈັດ​ຕັ້ງ​ປະຕິບັດ​ມາດ​ຕະ ການ​ປ້ອງ​ກັນ ​ແລະ ສະ​ກັດ​ກັ້ນ​ອັກຄີ​ໄພ ​ຢູ່​ໃນ​ເຂດ​ຊຸມ​ຊົນ​ຫ່າງ​ໄກ​ສອກຫລີກ ບໍ່​ໃຫ້​ລຸກລາມ​ໄປ​ໃນ​ວົງ​ກວ້າງ . ນອກ​ນີ້ ທ່ານ​ຮອງ​ຫົວໜ້າ​ພະ​ແນ​ກ ຍັງ​ໄດ້ຮຽກຮ້ອງ​ໃຫ້​ທຸກ​ພາກສ່ວນ​ໃນ​ສັງຄົມ ​ຈົ່ງພ້ອມ​ກັນ​ມີ​ສະຕິ, ລະມັດລະວັງຫລາຍ​ຂຶ້ນ​ກວ່າ​ເກົ່າ, ກ່ອນ​ອອກ​ຈາກຫ້າງ​ຮ້ານ, ​ບ້ານ​ເຮືອນ, ຫ້ອງການ ​ແລະ ອົງການ​ໃຫ້​ກວດ​ກາຖອດ​ປັກ​ສຽບ​ເຄື່ອງ​ໄຟຟ້າ​ຕ່າງໆ ​ແລະ ​ໃນ​ໄລຍະ​ບຸນປີ​ໃໝ່​ລາວ​ທີ່​ຈະ​ມາ​ເຖິງ​ນີ້ ​ໃຫ້ສະ​ເຫລີ​ມສະຫລອງ​ຢ່າງສະຕິ, ບໍ່​ຄວນ​ລະ​ເລີ້​ງ ​ແລະ ​ໃຊ້​ໄຟຟ້າ​ຈົນ​ເກີນ​ຂອບ​ເຂດ ພ້ອມ​ທັງ​​ໃຫ້​ກວດກາ​ສາຍ​ໄຟຟ້າ​ທີ່​ເຫັນ​ວ່າເກົ່າ​ແກ່, ຊຸດ​ໂສມຫລາຍ​ແລ້ວ ​ແມ່ນ​ໃຫ້​ປ່ຽນ​ຖ່າຍ​ທັນທີ ​ເພື່ອ​ປ້ອງ​ກັນ​ການ​ເກີດ​ອັກຄີ​ໄພ​​ທີ່​ຈະຕາມມາ.

 

ຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...