spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມອາກາດຮ້ອນ! ແພດເຕືອນ​ລະວັງ​ພະຍາດ​ຖອກທ້ອງ ແນະປະຕິບັດ ຫລັກອານາໄມເຂັ້ມງວດ!

ອາກາດຮ້ອນ! ແພດເຕືອນ​ລະວັງ​ພະຍາດ​ຖອກທ້ອງ ແນະປະຕິບັດ ຫລັກອານາໄມເຂັ້ມງວດ!

Published on

ຊ່ຽວຊານ​ແພດ​ໂຮງໝໍ​ມະ​ໂຫສົດ ​​ໄດ້​ເຕືອນ​ປະຊາຊົນ ​ໃຫ້​ປະຕິບັດ​ຫລັກການອານາ​ໄມ​ຢ່າງ​ເຂັ້ມ​ງວດ ​ໃນ​ຊ່ວງໄລຍະ​ໜ້າ​ຮ້ອນ​ນີ້, ພາຍຫລັງ​ພົບ​ວ່າ​ມີ​ຄົນ​​ເປັນ​ພະຍາດຖອກທ້ອງ​ ມາ​ປິ່ນປົວ​ຢູ່​ໂຮງໝໍ​ແລ້ວ​ເປັນ​ຈໍານວນ​ຫລາຍ.

ຮອງ​ອໍານວຍ​ການ​ໂຮງໝໍ​ມະ​ໂຫສົດ ສາດສະດາຈານ ດຣ ນາງ ດວງ​ດາວ ສຸກອາລຸນ ​ໃຫ້​ຮູ້​ວ່າ:ປັດ​ຈຸ​ບັນ​ຢູ່​ຕາມ​ໂຮງໝໍ​ໃຫຍ່​ຫລາຍ​ແຫ່ງ, ​ເວົ້າ​ສະ​ເພ​າະ​ຢູ່ໂຮງໝໍ​ມະ​ໂຫສົດ ແມ່ນ​ມີ​ຄົນ​ເຈັບ​ເປັນ​ພະຍາດ​ຖອກທ້ອງ ມາ​ປີ່​ນປົວ​ເປັນ​ຈໍານວນ​ຫລາຍ, ຊຶ່ງສ່ວນ​​ໃຫຍ່​ແມ່ນ​ເດັກນ້ອຍ,​ ໂດຍ​ສາ​ເຫດ​ຕົ້ນຕໍ​ມາ​ຈາກ​ ການຢູ່​ການກິນ​​ທີ່​ບໍ່​ສະອາດ ​ແລະ ​ໃນ​ຊ່ວງ​ໄລຍະ​ນີ້​ ສະພາບອາກາດ​ແມ່ນ​ຮ້ອນ​ອົບ​ເອົ້າຫລາຍ ພາ​ໃຫ້ພະຍາດ​ຫລາຍ​ຊະນິດ​ຕິດ​ແປດ​ໄດ້ງ່າຍ. ສະ​ນັ້ນ ​ເພື່ອ​ປ້ອງ​ກັນ​ພະຍາດ​ຕ່າງໆ​ເຫລົ່ານັ້ນ ວິທີ​ດີ​ທີ່​ສຸດ​ແມ່ນ​ຕ້ອງ​ໄດ້​ປະຕິບັດ​ ຫລັກການອານາ​ໄມ​ຢ່າງ​ເຂັ້ມ​ງວດ ​ເປັນ​ຕົ້ນ:ກິນ​ສະອາດ, ດື່ມ​ສະອາດ ​ແລະ ຢູ່​ສະອາດ. ນອກຈາກ​ນີ້ ກໍ​ໝັ່ນ​ສະລ້າງ​ຮ່າງກາຍ​ ໃຫ້​ສະອາດ​ຊົດ​ຊື່ນ, ອານາ​ໄມ​ເຮືອນ​ຊານບ້ານ​ຊ່ອງ ​ແລະ ສິ່ງ​ແວດ​ລ້ອມ​ອ້ອມ​ຂ້າງ ໃຫ້​ສະອາດ​ແມ່ນ​ຈະ​ເປັນ​ການ​ດີ​ທີ່​ສຸດ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...