spot_img
Homeຂ່າວພາຍ​ໃນຈັດງານແຂ່ງຂັນກ໊ອຟມິດຕະພາບການກຸສົນ ເນື່ອງໃນໂອກາດວັນຜູ້ເສຍອົງຄະ ແລະ ພິການແຫ່ງຊາດ ຄົບຮອບ 70 ປີ

ຈັດງານແຂ່ງຂັນກ໊ອຟມິດຕະພາບການກຸສົນ ເນື່ອງໃນໂອກາດວັນຜູ້ເສຍອົງຄະ ແລະ ພິການແຫ່ງຊາດ ຄົບຮອບ 70 ປີ

Published on

ເນື່ອງໃນໂອກາດວັນຜູ້ເສຍອົງຄະ ແລະ ພິການແຫ່ງຊາດ ຄົບຮອບ 70 ປີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດງານແຂ່ງຂັນກີລາກ໊ອຟມິດຕະພາບການກຸສົນຂຶ້ນໃນຕອນເຊົ້າວັນທີ 02 ເມສາ 2016 ທີ່ສະໜາມກ໊ອຟລາວຄັນທຣີຄລັບ ຫຼັກ 14 ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ດຣ.ຄໍາແພງ ໄຊສົມແພງ ລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ດຣ. ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ມີການນໍາພັກ-ລັດ ລັດຖະມົນຕີ ຮອງລັດຖະມົນຕີ ຈາກກະຊວງອ້ອມຂ້າງສູນກາງ ບັນດານັກທຸລະກິດ ນັກລົງທຶນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານລັດຖະມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ໃຫ້ຮູ້ວ່າ ການຈັດການແຂ່ງຂັນໃນເທື່ອນີ້ ເປັນການລະດົມທຶນຈາກຫຼາຍພາກສ່ວນໃນສັງຄົມ ເພື່ອປະສ່ວນທຶນຮອນໃນການຊ່ອຍເຫຼືອຜູ້ພິການ ແລະ ເສຍອົງຄະ ຮວມທັງຄອບຄົວນັກຮົບປະຕິວັດ ວິລະຊົນແຫ່ງຊາດທີ່ເສຍສະຫຼະຊີວິດເລືອດເນື້ອເພື່ອປະເທດຕະຫຼອດໄລຍະການປະຕິວັດຊາດ ນອກນີ້ ຍັງເປັນການລະດົມທຶນຮອນເພື່ອປະກອບສ່ວນພັດທະນາວຽກງານໃນຂະແໜງສະຫວັດດີການແລະສັງຄົມ ໃຫ້ມີຄວາມເຂັ້ມແຂງຮອບດ້ານ ສໍາລັບການແຂ່ງຂັນກ໊ອຟໃນຄັ້ງນີ້ ກໍໄດ້ມີຫຼາຍພາກສ່ວນນັບທັງສະເໜີເຈດຈໍານົງມອບເງິນຊ່ອຍເຫຼືອແລ້ວຫຼາຍກວ່າ 100 ລ້ານກີບ ແຕ່ກໍຍັງບໍ່ພຽງກັບຄວາມຮຽກຮ້ອງຕ້ອງການພັດທະນາໃນໄລຍະໃໝ່ ຈິ່ງຮຽກຮ້ອງມາຍັງບັນດາພາກທຸລະກິດຕ່າງໆທັງພາກລັດ ເອກະຊົນ ນິຕິບຸກທີ່ມີກໍາລັງແຮງຊັບ ຈົ່ງໄດ້ປະກອບສ່ວນຊ່ອຍເຫຼືອເພື່ອພັດທະນາຊີວິດການເປັນຢູ່ຂອງຄົນພິການ ແລະ ເສຍອົງຄະ ໃຫ້ມີຊີວິດການເປັນຢູ່ນັບມື້ນັບດີຂຶ້ນ.

ຜົນການແຂ່ງຂັນດັ່ງກ່າວແບ່ງອອກຄື ສາຍ ກ ຊະນະເລີດອັນດັບທີ 1 ໄດ້ແກ່ທ່ານ ເດດສົງຄາມ ທໍາມະວົງ ອັນດັບທີ 2 ທ່ານ ສົມສະນິດ ສຸວັນນະລາດ ອັນດັບທີ 3 ທ່ານ ສົມຊາຍ ຢົດສະຫວັນ ສາຍ ຂ ອັນດັບທີ 1 ໄດ້ແກ່ທ່ານ ພູໄຊຊະນະ ໄຊສົມບັດ ອັນດັບທີ 2 ທ່ານ ສິງຄໍາ ພັດສາ ອັນດັບທີ 3 ທ່ານ ປານ ສີຫາລາດ ສາຍ ຄ ອັນດັບ 1 ໄດ້ແກ່ທ່ານ ວິໄຊ ອັນດັບທີ 2 ທ່ານ ຟ້າ ອັນດັບທີ 3 ທ່ານ ນິດສິພົງ ວຸທິປະພັນ ສາຍ VIP ອັນດັບ 1 ທ່ານ ຮສ.ດຣ ກອງສີ ແສງມະນີ ອັນດັບ 2 ທ່ານ ດຣ.ເພັດ ພົມພິພັກ ອັນດັບ 3 ທ່ານ ຮສຈ.ດຣ ບໍ່ວຽງຄໍາ ວົງດາລາ ລາງວັນຕີໄກຂຸມ 15 Cm ແມ່ນທ່ານ ສັນຕິ ສີທຸມະລັດ ລາງວັນຕີໃກ້ຂຸມ 1,25 Cm ທ່ານ ກິນດາວົງ ຕີໃກ້ຂຸມ 0,40 Cm ທ່ານ ດຣ.ສິນລະວົງ ຄຸດໄພທູນ ແລະ ລາງວັນບໍ່ແຕ້ມຕໍ່ ຊະນະເລີດແມ່ນທ່ານ ສັນຕິ ສີທຸມມະລັດ.

ຂ່າວ/ພາບ: ເທບພະວົງ

ຂ່າວຈາກ: ວິທະຍຸ- ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...