Homeມູມໄອທີລາວຫຼຸດກ່ອນເປີດໂຕ ເຜີຍດ້ານຫຼັງໂຕເຄື່ອງ P9 ແບບເຕັມຕາ

ຫຼຸດກ່ອນເປີດໂຕ ເຜີຍດ້ານຫຼັງໂຕເຄື່ອງ P9 ແບບເຕັມຕາ

Published on

ອີກສອງມື້ເທົ່ານັ້ນກໍຈະຮອດງານເປີດໂຕສະມາດໂຟນຕະກູນ P ຈາກບໍລິສັດ Huawei ຢ່າງເປັນທາງການແລ້ວ ເຊິ່ງຈະຈັດຂຶ້ນໃນວັນທີ 6 ເມສານີ້
ໃນມື້ນີ້ເອງເຮົາກໍມີຮູບດ້ານຫຼັງໂຕເຄື່ອງຂອງ Huawei P9 ມາໃຫ້ເບິ່ງກັນ ທີ່ດ້ານລຸ່ມນີ້

image

ຈາກຮູບດ້ານເທິງນີ້ເຮົາຈະເຫັນວ່າຂ່າວລືເລື່ອງກ້ອງຄູ່ຂອງສະມາດໂຟນ P9 ນີ້ເປັນເລື່ອງແທ້ແລະຍັງມາພ້ອມກັບກ້ອງລະດັບໂລກແບບ Leica ນຳ (ແຕ່ກ້ອງຂອງຄ່າຍນີ້ມີຊື່ສຽງໃນເລື່ອງຂອງຄວາມແພງ ບໍ່ຮູ້ວ່າເປີດໂຕມາຈະລາຄາເທົ່າໃດ 55)

ແຕ່ເຖິງຢ່າງໃດກໍຕາມຍັງມີອີກລຸ້ນໜຶ່ງຄື P9 Max ທີ່ຄາດວ່າຈະມາພ້ອມກັບກ້ອງໂຕດຽວກັນກັບ P9, ສ່ວນໃນດ້ານຂອງ P9 Lite ນັ້ນມີຂ່າວອອກມາແລ້ວວ່າຈະບໍ່ໄດ້ມາພ້ອມກັບກ້ອງຄູ່ແບບ 2 ອ້າຍນ້ອງດ້ານເທິງ. ຈັ່ງໃດເຮົາກໍຖ້າມາສະຫຼຸບຂ່າວພ້ອມກັນໃນວັນທີ 6 ເມສານີ້ເດີ້

ທີ່ມາ:gsmarena

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...