spot_img
Homeຂ່າວເຫດການນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນກອງປະຊຸມ ລັດຖະມົນຕີການເງິນອາຊຽນ

ນາຍົກລັດຖະມົນຕີ ຕ້ອນຮັບຜູ້ແທນກອງປະຊຸມ ລັດຖະມົນຕີການເງິນອາຊຽນ

Published on

ຂປລ. ​ໃນ​ວັນ​ທີ 3 ​ເມສາ 2016 ນີ້, ທີ່​ຫ້ອງ​ວ່າການ ​ລັດຖະບານ ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ ຂອງ​ຄະນະ​ຜູ້​ແທນ ກອງ​ປະຊຸມລັດຖະມົນຕີ​ການ​ເງິນ​ອາ​ຊຽນ ຄັ້ງ​ທີ 20 ​ແລະ ກອງ​ປະຊຸມ​ຮ່ວມ ລະຫວ່າງ ລັດຖະມົນ​ຕີ​ການ​ເງິນ ​ແລະ ຜູ້​ວ່າການ​ທະນາຄານ​ກາງ​ອາ​ຊຽນ ຄັ້ງ​ທີ 2 ທີ່​ໄດ້​ຈັດ​ຂຶ້ນ​ແຕ່​ ວັນ​ທີ 1-4 ​ເມສາ 2016 ນີ້.
ທ່ານ ​ນາຍົກລັດຖະມົນຕີ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ ​ບັນດາ​ລັດຖະມົນຕີ, ຜູ້​ວ່າການທະນາຄານ​ກາງ​ອາ​ຊຽນ ພ້ອມ​ດ້ວຍ​ຄະນະ ​ທີ່​ໄດ້​ເດີນທາງ​ມາ​ຮ່ວມ​ກອງ​ປະຊຸມ ລັດຖະມົນຕີ​ການ​ເງິນ​ອາ​ຊຽນ ຄັ້ງ​ທີ 20 ​ແລະ ກອງ​ປະຊຸມ​ຮ່ວມ ລະຫວ່າງລັດຖະມົນ​ຕີ​ການ​ເງິນ ​ແລະ ຜູ້​ວ່າການ​ທະນາຄານ​ກາງ​ອາ​ຊຽນ ຄັ້ງ​ທີ 2 ທີ່ ສປປ ລາວ ​ໃນ​ຄັ້ງ​ນີ້, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ສະ​ແດງ​ຄວາມ​ຫວັງ​ວ່າ ການ​ປຶກສາ​ຫາລື​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ຈະ​ເປັນ​ການ​ປະກອບສ່ວນ​ສຳຄັນ ​ໃນ​​ການ​ປະກອບສ່ວນ ພັດທະນາ ​ແລະ ​ເຊື່ອມ​ໂຍງ​ຂ​ະແໜງການ​ເງິນ-​ເງິນຕາ​ອາ​ຊຽນ ​ເຊິ່ງຈະ​ສະໜັບ​ສະ​ໜູນ​ ໃຫ້​ແກ່​ການ​ຜະລິດ, ການ​ຄ້າ ​ແລະ ການ​ລົງທຶນ ​ໃນ​ຕະຫລາດ​ໜຶ່ງ​ດຽວ ​ແລະ ສອດຄ່ອງ​ກັບ​ຄຳ​ຂວັນ​ທີ່​ວ່າ: ຫັນ​ວິ​ໄສ​ທັດ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ​ໄປ​ສູ່​ຄວາມ​ເປັນ​ຈິງ ​ເພື່ອ​ຄວາມ​ເຂັ້ມ​ແຂງ​ຂອງ​ອາ​ຊຽນ ​ແລະ ຍັງ​ຈະ​ເປັນ​ການ​ຍົກ​ສູງ​ບົດບາດ​ຂອງ ສປປ ລາວ ​ໃຫ້​ພົ້ນ​ເດັ່ນ​ຂຶ້ນ​ ໃນ​ເວທີ​ພາກ​ພື້ນ ​ແລະ ສາກົນ.
​ ໃນ​ໂອກາດ​ດຽວ​ກັນ​ນີ້, ຄະນະ​ຜູ້​ແທນ​ກອງ​ປະຊຸມ ລັດຖະມົນຕີ​ການ​ເງິນ​ອາ​ຊຽນ ຄັ້ງ​ທີ 20 ​ແລະ ກອງ​ປະຊຸມ​ຮ່ວມ ລະຫວ່າງ ລັດຖະມົນ​ຕີ​ການ​ເງິນ ​ແລະ ຜູ້​ວ່າການ ​ທະນາຄານ​ກາງ​ອາ​ຊຽນ ຄັ້ງ​ທີ 2 ກໍ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ ຕໍ່​ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ຂອງ ທ່ານ​ນາຍົກລັດຖະມົນຕີ, ພ້ອມ​ທັງ ​ໄດ້ແຈ້ງໃຫ້ຊາບເຖິງ ຈຸດປະສົງຂອງການເດີນທາງ ມາເຂົ້າຮ່ວມກອງປະຊຸມທີ່ ສປປ ລາວ ​ໃນ​ຄັ້ງ​ນີ້ ​ເພື່ອ​ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ ຫລາຍ​ບັນຫາ​ສຳຄັນກ່ຽວ​ກັບ ວຽກ​ງານ​​ຮ່ວມ​ມື​ດ້ານ​ການ​ເງິນ​ອາ​ຊຽນ ​ເຊິ່ງລວມມີ​ ກອງ​ທຶນ​ພັດທະນາ​ ພື້ນຖານ​ໂຄງ​ລ່າງ​ອາ​ຊຽນ, ການ​ຮ່ວມ​ມື​ດ້ານ​ປະກັນ​ໄພ, ວຽກ​ງານ​ພາສີ, ອາກອນ, ການຕ້ານ​ການ​ຟອກ​ເງິນ ​ແລະ ຕ້ານ​ການ​ສະໜອງ​ແຫ​ລ່ງທຶນ ​ໃຫ້​ແກ່​ພວກ​ກໍ່​ການ​ຮ້າຍ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...