spot_img
Homeຂ່າວພາຍ​ໃນພົບ​ສົບ​ສາວ ຈົມ​ນໍ້າຢູ່​ແຄມເຊ​ບັ້ງ­ໄຟ

ພົບ​ສົບ​ສາວ ຈົມ​ນໍ້າຢູ່​ແຄມເຊ​ບັ້ງ­ໄຟ

Published on

ຕາມ​ການ​ລາຍ​ງານ​ຂອງ​ກອງ​ບັນຊາ​ການປກສເມືອງ​ໄຊ​ບູ​ລີແຂວງ​ສະຫວັນ​ນະ​ເຂດ​ໃຫ້​ຮູ້​ວ່າ: ໃນ​ເວ­ລາ​ປະ­ມານ 16:00 ໂມງ​ວັນ​ທີ 22 ມີ­ນາ 2016 ໄດ້​ຮັບ​ການ​ລາຍ​ງານ​ຈາກອຳ­ນາດ​ການ​ປົກ­ຄອງ​ບ້ານ​ສີ​ໄຄເມືອງໄຊ​ບູ​ລີວ່າ​ມີ​ຍິງ​ສາວ​ລົງ​ຫຼິ້ນ​ນ້ຳ​ເຊ​ບັ້ງ­ໄຟແລ້ວ​ຈົມ​ນໍ້າ​ເສຍ​ຊີ­ວິດ 1 ຄົນ.

ຊຶ່ງ​ຍິງສາວ​ຜູ້​ທີ່​ເສຍ​ຊີ­ວິດ​ນີ້​ຊື່­ວ່າ​ນາງ ເພັດ​ຈິນດາ ອາ­ຍຸ 14 ປີເປັນ​ນັກ­ຮຽນບ້ານ​ສີໄຄຊຶ່ງ​ຜູ້­ກ່ຽວ​ໄດ້​ລົງ​ຫຼິ້ນ​ນ້ຳ​ຢູ່​ຫາດ​ຄຳຮຽງຄຸ້ມ​ຫາດ​ຄຳ​ດີບ້ານ​ດ້າງ​ສະ­ຫວັນຂຶ້ນ​ກັບ​ກຸ່ມ​ສີ​ໄຄໃນ​ເວ­ລາ​ທີ່​ຜູ້­ກ່ຽວ​ຫຼິ້ນນໍ້າຢູ່​ນັ້ນ​ແມ່ນ​ໄດ້​ຖືກ​ກະ­ແສ­ນ້ຳ​ໄຫຼ​ພັດ​ໄປ​ບ່ອນທີ່​ເລິກຍ້ອນ​ການ​ລອຍ­ນ້ຳ​ບໍ່​ເປັນ​ຈຶ່ງ​ເຮັດໃຫ້​ຜູ້­ກ່ຽວ​ຈົມ​ນໍ້າ​ເສຍ​ຊີ­ວິດ.ຈົນ​ຕົກ​ມາ​ຮອດ​ເວ­ລາ 10:00 ໂມງວັນ​ທີ 26 ມີ­ນາຈິ່ງ​ພົບ​ເຫັນ​ຊາກ​ສົບ​ຂອງຜູ້​ຕາຍ​ຢູ່​ແຄມ​ນ້ຳ​ເຊ​ບັ້ງ­ໄຟຂອບ​ເຂດບ້ານ​ດົງ​ກາ​ສິນເມືອງ​ໜອງ​ບົກແຂວງຄຳ​ມ່ວນດັ່ງ­ນັ້ນ​ເຈົ້າ​ໜ້າ­ທີ່​ກ່ຽວ­ຂ້ອງ​ກໍໄດ້​ລົງ​ສັນ​ນະ​ສູດ​ຕົວ​ຈິງແຕ່​ກໍ່​ບໍ່​ສາ­ມາດສັນ​ນະ​ສູດ​ໄດ້​ເພາະ­ວ່າ​ຊາກ​ສົບ​ເນົ່າ​ເປື່ອຍ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...