ຕຳນານຂອງ ປູ່ເຍີ ຍ່າເຍີ ນັ້ນເປັນຜູ້ມີບຸນຄຸນກັບຄົນລາວຫລາຍ ເລົ່າກັນວ່າ ດົນມາແລ້ວມີເມືອງໜຶ່ງຊື່ວ່າ ເມືອງແຖນ ເກີດອາເພດມີພູເຂົາລູກໜຶ່ງເຕີບໂຕ ພູເຂົາລູກນີ້ໄດ້ໃຫຍ່ຂຶ້ນ ແລະ ສູງຂຶ້ນໄປເລື່ອຍໆ ຈົນເຖິງເມືອງສະຫວັນເປັນເຫດໃຫ້ແສງອາທິດ ບໍ່ສາມາດສາດສ່ອງລົງມາໃຫ້ຄວາມອົບອຸ່ນ ແກ່ຜືນດິນໄດ້ ຜູ້ຄົນໃນເມືອງແຖນຕ່າງກໍໄດ້ຮັບຄວາມເດືອດຮ້ອນຈາກຄວາມໜາວເຢັນ ຂຸນບູລົມ ເຈົ້າເມືອງແຖນຈຶ່ງໄດ້ຮຽກບັນດາເສນາອາມາດ ມາປຶກສາວ່າຈະເຮັດຢ່າງໃດຈຶ່ງຈະຕັດພູເຂົາທີ່ສູງໃຫຍ່ນີ້ໄດ້ ປຶກສາກັນແລ້ວ ບໍ່ມີໃຜສາມາດເຮັດການນີ້ໄດ້ ກໍເລີຍຕົກລົງໃຈ ປະກາດຫາອາສາສະໝັກໃຫ້ໄປຕັດພູເຂົານີ້ ແຕ່ຈົນແລ້ວຈົນເລົ່າ ກໍບໍ່ມີໃຜອາສາ ໃນທີ່ສຸດກໍມີສອງເຖົ້າຜົວເມຍ ຊື່ ປູ່ເຍີ ຍ່າເຍີ ເຂົ້າມາອາສາໄປຕັດພູເຂົາລູກນີ້ເອງ ຂຸນບູລົມດີໃຈເປັນຢ່າງຍິ່ງ ທີ່ລົງປະກາດໄປແລ້ວມີຄົນມາຮັບອາສາ ເຖິງແມ່ນວ່າໃນໃຈຈະບໍ່ຄາດຫວັງວ່າສອງເຖົ້າ ທີ່ແກ່ເຖົ້າ ຈະໄປກໍ່ການຕັດພູເຂົານີ້ຈະສຳເລັດຫລືບໍ່. ຂຸນບູລົມ ຊື່ນຊົມໃນຄວາມກ້າຫານ ຂອງສອງເຖົ້າ ຈຶ່ງປະກາດວ່າ ຈະປະທານໃຫ້ທຸກສິ່ງຕາມທີ່ສອງເຖົ້າຂໍມາ ດັ່ງນັ້ນເມື່ອກ່ອນທີ່ທັງສອງຈະອຳລາໄປຕັດພູເຂົາ ສອງເຖົ້າກໍທູນຂໍໄວ້ຢ່າງໜຶ່ງວ່າ ຖ້າພວກຕົນປະຕິບັດງານນີ້ຈົນສຳເລັດ ແຕ່ເກີດເສຍຊີວິດລົງ ຂໍໃຫ້ປະຊາຊົນທຸກຄົນຢ່າໄດ້ລືມຊື່ຂອງພວກຕົນ ວ່າແລ້ວສອງເຖົ້າ ກໍເດີນທາງມຸ້ງໜ້າໄປຍັງພູເຂົາສູງ ແລະ ລົງມືໃຊ້ຂວານຄົນຍັກຕັດພູເຂົາລູກນີ້ທັນທີ ປູ່ເຍີ ຍ່າເຍີ ໃຊ້ເວລາຕັດພູເຂົາເປັນເວລາ 3 ເດືອນ ກັບອີກ 3 ມື້ ຈົນໃນທີ່ສຸດພູເຂົາລູກນີ້ກໍໂຄ່ນພັງທະລາຍ ແສງສະຫວ່າງ ແລະ ຄວາມອົບອຸ່ນກໍກັບຄືນສູ່ເມືອງແຖນຕາມເດີມ ແຕ່ເປັນເລື່ອງທີ່ໜ້າເສົ້າໃຈ ພູເຂົາລູກນີ້ໄດ້ລົ້ມລົງທັບປູ່ເຍີ ຍ່າເຍີ ຕາຍທັນທີ ເຮັດໃຫ້ຊາວບ້ານສັດທາເຖົ້າທັງສອງສືບຕໍ່ມາຈົນເຖິງທຸກມື້ນີ້ ເມື່ອຊາວບ້ານຈະກິນເຂົ້າ ຈະທຳການສິ່ງໃດ ມັກຮຽກຫາສອງເທົ່ານີ້ດ້ວຍຄຳວ່າ “ ປູ່ມາເຍີ ຍ່າມາເຍີ ” “ ປູ່ກິນເຍີ ຍ່າກິນເຍີ ” ກ່ອນສະເໝີ ແລະ ຈະກໍ່ທຳສັກກາລະບູຊາທຸກປີ ໃນຂະບວນແຫ່ວໍ ຈະເຫັນ ຊຸດປູ່ເຍີຍ່າເຍີ ມີໜ້າກົມໆ ຂະໜາດໃຫຍ່ ເຮັດດ້ວຍໄມ້ປະດູ່ ທາສີແດງ ຕາມຕົວມີຂົນຍາວລຸງລັງເຮັດຈາກປໍ້ ແລະ ມີຕົວ “ ສີງແກ້ວ ” ເປັນສັດລ້ຽງ ຊຸດປູ່ເຍີຍ່າເຍີ ແລະ ສີງແກ້ວນີ້ເປັນຂອງທີ່ຕົກທອດຄູ່ບ້ານຄູ່ເມືອງ ມາແຕ່ບູຮານນະການ ແລະ ມີການສ້ອມແຊມ ກັນມາຕະຫລອດ ເພາະທຸກປີປູ່ເຍີຍ່າເຍີ ມັກຖືກຊາວບ້ານດຶງຂົນອອກໄປຄົນຫຍິບສອງຫຍິບ ຄົນຫລວງພະບາງ ຖືເຄັດວ່າຖ້າໃຊ້ຂົນ ຂອງປູ່ເຍີຍ່າເຍີ ຜູກຂໍ້ມືໃຫ້ເດັກ ຈະຊ່ວຍປ້ອງກັນພູດຜີ ແລະ ສິ່ງຊົ່ວຮ້າຍບໍ່ໃຫ້ລ້ຳກາຍເດັກໄດ້ ເດັກຄົນໃດມັກຮ້ອງໄຫ້ ພໍ່ແມ່ຈະຫາຂົນຂອງປູ່ເຍີຍ່າເຍີມາຜູກຂໍ້ມືໃຫ້ ຜູ້ທີ່ຫລິ້ນເປັນ ປູ່ເຍີຍ່າເຍີ ແລະ ສີງແກ້ວ ຕ້ອງມາຈາກຄົນໃນສາຍມູນເຊື້ອດຽວກັນ ຊຶ່ງສືບທອດມາແຕ່ອະດີດ ທັງຍັງຕ້ອງເຮັດພິທີເຊັ່ນໄຫວ້ ແລະ ຄວບຄູ່ກັນທຸກເທື່ອກ່ອນສວມຊຸດ ປູ່ເຍີຍ່າເຍີ ມີບົດບາດໃນພິທີກຳຊ່ວງບຸນປີໃໝ່ຫລາຍ ຕ້ອງຮ່ວມໃນຂະບວນແຫ່ວໍ ທັງຂາໄປວັດຊຽງທອງ ແລະ ກັບວັດມະຫາທາດ ຕ້ອງຢູ່ໃນຂະບວນແຫ່ພະບາງອອກຈາກຫໍພິພິທະພັນ ລວມທັງເປັນຜູ້ຂຶ້ນສົງນ້ຳພະບາງ ເປັນຄູ່ແຮກໃນ ວັດໃໝ່ ປູ່ເຍີຍ່າເຍີ ຈຶ່ງເປັນເຫມືອນໜຶ່ງຕົວແທນບັນພະບຸລຸດຂອງຊາວລາວທັງໝົດ.
ປະຫວັດ ປູ່ເຍີ ຍ່າເຍີ
3769

ບົດຄວາມຫຼ້າສຸດ
ຂ່າວຕ່າງປະເທດ
ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.
ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ.
ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...
ຂ່າວພາຍໃນ
ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ
ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ.
ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...
ຂ່າວຕ່າງປະເທດ
ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ
ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ.
ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...
ຂ່າວນໍ້າຖ້ວມ
ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ
ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ
ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...