spot_img
Homeຂ່າວພາຍ​ໃນໂຣນັລໂດ ທຳລາຍສະຖິຕິການຍິງປະຕູຫຼາຍສຸດໃນ 1 ລະດູການຂອງ ເມສຊີ

ໂຣນັລໂດ ທຳລາຍສະຖິຕິການຍິງປະຕູຫຼາຍສຸດໃນ 1 ລະດູການຂອງ ເມສຊີ

Published on

A
ໂຣນັລໂດ ສ້າງສະຖິຕິໃໝ່ໃນ ຢູຟາ ແຊັມປ້ຽນລີກ 16 ປະຕູແລ້ວ.

ຄຣິສເຕຍໂນ ໂຣນັລໂດ ປີກຕົວເກັ່ງຂອງ ຣີລ ມາດຣິດ ກາຍເປັນເຈົ້າຂອງສະຖິຕິໃໝ່ຂອງການຍິງປະຕູໄດ້ຫຼາຍທີ່ສຸດ 1 ລະດູການ ຫຼັງຍິງປະຕູທັງໝົດ 15 ລູກ ໃນການແຂ່ງຂັນບານເຕະ ຢູຟາ ແຊັມປ້ຽນລີກ ຫຼ້າສຸດສາມາດຍິງປະຕູໄດ້ໃນຮອບຕັດເຊຶອກທີ່ ຣີລ ມາດຣິດ ບຸກໄປຖະຫຼົ່ມ ບາເຢິນ 4-0 ເມື່ອວັນທີ 29 ເມສາທີ່ຜ່ານມາ ທຳລາຍສະຖິຕິເດີມທີ 14 ປະຕູຂອງ ລິໂອເນລ ເມສຊີ ໄປໄດ້ ແຖມຍັງເພີ່ມອີກ 1 ປະຕູໃນໄລຍະທ້າຍເກມຈົນເຮັດໃຫ້ເພີ່ມເປັນ 16 ປະຕູແລ້ວ.

ຄຣິສເຕຍ ໂນໂຣນັລໂດ ປີກຈອມຖະຫຼົ່ມປະຕູຂອງ ຣີລ ມາດຣິດ ສະໂມສອນແຫ່ງ ລາລີກາ ແອັດສະປາຍ ທຳລາຍສະຖິຕິການຍິງປະຕູຕໍ່ 1 ລະດູການໃນການແຂ່ງຂັນບານເຕະ ຢູຟາ ແຊັມປ້ຽນລີກ ທີ່ເປັນຂອງ ລິໂອເນລ ເມສຊີ ກອງໜ້າຂອງ ບາເຊໂລນາ ໄດ້ສຳເລັດ ຫຼັງຍິງເພີ່ມອີກ 2 ປະຕູ ໃນການແຂ່ງຂັນຮອບຮອງຊະນະເລີດນັດທີ 2 ທີ່ ຣີລ ມາດຣິດ ບຸກໄປຖະຫຼົ່ມ ແຊັມເກົ່າຢ່າງ ບາເຢິນ ມິວນິກ 4-0 ເຖິງສະໜາມ ອັລລິອັນ ອາຣີນາ ຜ່ານເຂົ້າຮອບຊີງຊະນະເລີດລວມ 2 ນັດເປັນ 5-0 ເມື່ອວັນທີ 29 ເມສາທີ່ຜ່ານມາ.

ກ່ອນໜ້ານີ້, ເມສຊີ ເປັນຜູ້ຄອງສະຖິຕິດັ່ງກ່າວ ດ້ວຍການຍິງປະຕູໄດ້ເຖິງ 14 ລູກຈາກການລົງສະໜາມ 11 ນັດໃນລະດູການ 2011-2012 ແຕ່ຫຼ້າສຸດ ໂຣນັລໂດ ທຳລາຍສະຖິຕິດັ່ງກ່າວໄດ້ແລ້ວ ດ້ວຍການຍິງ 1 ປະຕູນາທີ 34 ຊ່ວຍໃຫ້ຕົ້ນສັງກັດນຳຫ່າງເປັນ 3-0 ໃນການແຂ່ງຂັນນັດຫຼ້າສຸດ ຈົນເຮັດໃຫ້ຍອດລວມຂອງການຍິງປະຕູໃນ ຢູຟາ ແຊັມປ້ຽນລີກ ປະຈຳລະດູການນີ້ຂອງລາວເພີ່ມເປັນ 15 ປະຕູ.

ຍິ່ງໄປກວ່ານັ້ນ, ຫົວໜ້າທີມຊາດປ໊ອກຕຸຍການ ຍັງເພີ່ມສະຖິຕິລວມເປັນ 16 ປະຕູໄດ້ອີກ ຈາກການຍິງຈາກລູກຕັ້ງແຕະນອກເຂດໂທດເຂົ້າໄປໃນໄລຍະທ້າຍເກມຈົນເປັນລູກປິດທ້າຍໃຫ້ ຣີລ ມາດຣິດ. ນອກນັ້ນ, ອະດີດນັກເຕະຂອງ ແມນເຊັສເຕີ ຢູໄນເຕັດ ຍັງສາມາດທຳລາຍສະຖິຕິຂອງ ເມສຊີ ໄດ້ຈາກການລົງແຂ່ງຂັນໜ້ອຍກວ່າ 1 ນັດອີກດ້ວຍ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...