spot_img
Homeນານາສາລະວິທີກຳຈັດເຄື່ອງເກົ່າແບບໃດໃຫ້ອອກໄປຈາກຊີວິດ

ວິທີກຳຈັດເຄື່ອງເກົ່າແບບໃດໃຫ້ອອກໄປຈາກຊີວິດ

Published on


ຫາກກຳລັງຈະຊື້ໂທລະສັບSmart Phone ຫຼືອຸປະກອນອີເຫຼັກໂທນິກລຸ່ນໃໝ່ ທ່ານມີວິທີກຳຈັດເຄື່ອງເກົ່າແບບໃດໃຫ້ອອກໄປຈາກຊີວິດ ໃຊ້ແບບດຽວກັບວິທີທີ່ເຮົາແນະນຳຫຼືບໍ່ ?

ເຄີຍລອງນັບແດ່ບໍ່… ກວ່າຈະກາຍ Smart Phone ເຄື່ອງທີ່ຢູ່ຂ້າງກາຍ ຫຼືເປັນເຄື່ອງຄູ່ໃຈໃນທຸກມື້ນີ້ ທ່ານເຄຍໃຊ້ໂທລະສັບຈັກເຄື່ອງ ປ່ຽນເຄື່ອງໃໝ່ຫຼາຍປານໃດ ແລະເມື່ອທ່ານຕັດສິນໃຈປ່ຽນໂທລະສັບໃໝ່ ທ່ານເຮັດແບບໃດກັບເຄື່ອງເກົ່າ?

ມື້ນີ້ເຮົາຈຶງຮວມພຶດຕິກຳທີ່ ຜູ້ຕັດສິນໃຈປ່ຽນໂທລະສັບເຄື່ອງໃໝ່ ວ່າເຂົາເຮັດແແບໃດກັບເຄື່ອງເກົ່າ ທັ້ງເຄື່ອງທີ່ຕົກລຸ່ນແລ້ວ ເຄື່ອງເກົ່າໃຊ້ງານມາດົນ ຫຼືເຄື່ອງທີ່ໃກ້ພັງເຕັມທີ ລອງເບິ່ງກັນວ່າ ທ່ານເຄີຍໃຊ້ວິທີດຽວກັນນີ້ຫຼືບໍ່…

Smart Phone ຖືກນຳໄປໃຊ້ຢ່າງແຜ່ຫຼາຍ ທັ້ງການສື່ສານ ໂຊຊຽວ ແລະຄວາມບັນເທິງ.

+ ເກັບໄວ້ກ່ອນ ເຜື່ອສຸກເສີນ!
ແມ້ວ່າກຳລັງຈະຊື້ Smart Phone ເຄື່ອງໃໝ່ໃຊ້ຢູ່ ເຊື່ອວ່າຫຼາຍຄົນຍັງບໍ່ປ່ອຍເຄື່ອງເກົ່າອອກໄປ ກໍ່ເກັບໄວ້ເປັນເຄື່ອງສຳຮອງຫາກເກິດເຫດການສຸກເສີນ ເຊັ່ນ ເຮ່ຍ ເສຍ ຫຼືຕົກນ້ຳ, ທ່ານກໍ່ຈະໃດ້ມີໃຊ້ຕິດຕໍ່ທຸລະ ງານ ໃດ້ທັນທີ

+ ສົ່ງຕໍ່ໃຫ້ຄົນໃກ້ໂຕ
ກໍ່ເມື່ອເຮົາເປັນຄົນ ໄຮເທັກ ເກາະກະແສແບບຕິດຕາມເທັກໂນໂລຢີ ແລ້ວຈະເກັບເຄື່ອງເກົ່າໄວ້ເຮັດຫຍັງ? ຫຼາຍຄົນຈຶງສົ່ງຕໍ່ໃຫ້ຄັນໃກ້ໂຕ ບໍ່ວ່າຈະເປັນພໍ່ ແມ່ ອ້າຍ ນ້ອງ ຮວມເຖີງໝູ່ຫຼືຄົນຮູ້ຈັກ ກ່ອນທີ່ໂຕເອງຈະໄປເອົາເຄື່ອງລຸ່ນໃໝ່ທີ່ເພິ່ງວາງຂາຍມາໃຊ້

+ ຂາຍຕໍ່! ເພີ່ມເງິ່ນຊື້ເຄື່ອງໃໝ່

ເກັບເອັາໄວ້ ຍິ່ງເຮັດໃຫ້ລາຄາຕົກ ອີຫຍັງຈະດີໄປກວ່າການປ່ຽນໂທລະສັບເກົ່າໃຫ້ກາຍເປັນເງິນ… ກໍ່ຈະດີ​! ປັດຈຸບັນເຮົາສາມສາດເລືອກຂາຍໃດ້ໃນຮ້ານ ຄົນຮູ້ຈັກຕ້ອງການຊື້ ຫຼືຈະຂາຍຜ່ານເວັບໄຊ-ໂຊຊຽວ ເພາະຈະເຮັດໃຫ້ທ່ານໃດ້ເຄື່ອງໃໝ່ໂດຍບໍ່ຕ້ອງຈ່າຍເຕັມລາຄາ
ການຂາຍເຄື່ອງເກົ່າອອກໄປຍັງເຮັດໃຫ້ທ່ານ ບໍ່ຕ້ອງເບິ່ງແຍ້ງດູແລເຄື່ອງເກົ່າ ຫາກຕ້ອງການເກັບໄວ້ເປັນເຄື່ອງສຳຮອງໃນອານາຄົດກໍ່ໃດ້

ໂທລະສັບລຸ່ນຍອດນິຍົມ ໃນອາດີດທີ່ຜ່ານມາ

+ ໃຊ້ເປັນອາໄຫຼ່
ບາງເທື່ອຄົນໃກ້ໂຕເຮົາອາດຈະໃຊ້ເຄື່ອງລຸ້ນດຽວກັນ ແລະເຄື່ອງຂອງເຂົາອາດຈະຕ້ອງການອະໄຫຼ່ໄປຊ່ອມແຊມ ທ່ານອາດຈະໃຊ້ໂອກາດນີ້ສົ່ງຕໍ່ໂທລະສັບເກົ່າຂອງທ່ານໃຫ້ເຂົາ ເພື່ອນຳໄປປ່ຽນອະໄຫຼ່ ລົດລາຄາຊ່ອມແປງໃດ້ອີກບໍ່ນ້ອຍເລີຍທີດຽວ

ແລ້ວທ່ານ ຈະໃຊ້ວິທີໃດ…

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...